ຍີ່ຫໍ້ລົດຈັກຈີນ ພວມກ້າວໄປສູ່ລະດັບໂລກ

11/08/2026 16:55
ຂປລ ລົດ​ຈັກ​ຈ່າງ​ເສ ທີ່​ເປັນ​ຍີ່​ຫໍ້​ລົດ​ຈັກ​ຈີນ​ ສາ​ມາດ​ຄອງ​ແຊ້ມ ຫລາຍ​ຄັ້ງ​ໃນ​ການ​ແຂ່ງ​ຂັນ​ລົດ​ຈັກ​ຊຸບ​ເປີ ​​ຊີງ​ແຊ້ມໂລກ 2026 ຫລື WSBK ເຊິ່ງ​ໄດ້​ທຳ​ລາຍ​ການ​ຜູກ​ຂາດ ​ທີ່​ມີ​ມາ​ດົນ​ນານ​ຂອງ​ຍີ່​ຫໍ້​ເອີ​ຣົບ, ສ.ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ລົດ​ຈັກ​ຈ່າງ​ເສ ທີ່​ເປັນ​ຍີ່​ຫໍ້​ລົດ​ຈັກ​ຈີນ​ ສາ​ມາດ​ຄອງ​ແຊ້ມ ຫລາຍ​ຄັ້ງ​ໃນ​ການ​ແຂ່ງ​ຂັນ​ລົດ​ຈັກ​ຊຸບ​ເປີ ​​ຊີງ​ແຊ້ມໂລກ 2026 ຫລື WSBK ເຊິ່ງ​ໄດ້​ທຳ​ລາຍ​ການ​ຜູກ​ຂາດ ​ທີ່​ມີ​ມາ​ດົນ​ນານ​ຂອງ​ຍີ່​ຫໍ້​ເອີ​ຣົບ, ສ.ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ. ​ລາຍ​ງານຂອງ​ຂ່າວ​ສານ​ຝ​ຣັ່ງ ​​ທີ່​ລົງ​ພິມ​ໃນ​ວັນ​ທີ 9 ສິງ​ຫາ​ນີ້​ລະ​ບຸ​ວ່າ: ລົດ​ຈັກ​ຈ່າງ​ເສ​ ໄດ້​ນຳ​ພາ​ຍີ່​ຫໍ້​ຈີນ​ ກ້າວ​ເຂົ້າ​ສູ່​ຕະຫລາດ​ລົດ​ຈັກ​ທົ່ວ​ໂລກ. ສຳລັບ ລົດ​ຈັກ​ຈ່າງ​ເສ ​ຖືກ​ເບິ່ງວ່າ​ເປັນ​ສັນ​ຍະ​ລັກ​ ຂອງ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຂອງ​ ສປ ຈີນ. ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ​ລົດ​ຈັກ​ຂອງ​ ສປ ຈີນ ​ໄດ້​ເຮັດ​ໃຫ້​ຄົນ​ທັງຫລາຍ​ຄິດ​ເຖິງ​ສະ​ພາບ​ ການ​ພັດ​ທະ​ນາ ​ອຸດ​ສາ​ຫະ​ກຳ​ລົດ​ຂອງ ສປ ​ຈີນ ​ປະ​ມານ 10 ປີ​ກ່ອນ. ວິ​ສາ​ຫະ​ກິດ​ລົດ​ຈີນ ເຊັ່ນ: BYD ແລະ Geely ເປັນ​ຕົ້ນ​ກຳ​ລັງ​ຢູ່​ໃນ​ລະ​ດັບນຳ​ໜ້າ​ເຕັກ​ໂນ​ໂລ​ຊີ ​ຂອງ​ອຸດ​ສາ​ຫະ​ກຳລົດ​ຂອງ​ໂລກ ແລະ ໄດ້ແຊງ​ໜ້າ​ຄູ່​ແຂ່ງ​ຕ່າງ​ປະ​ເທດ​ ທີ່​ກໍ່​ຕັ້ງ​ມາ​ດົນ​ນານ ​ໃນ​ດ້ານ​ລາ​ຄາ. ລາຍ​ງານ​​ລະ​ບຸວ່າ: ການ​ຊີງ​ໄດ້​ແຊ້ມ ​ຂອງ​ລົດ​ຈັກ​ຈ່າງ​ເສ​ ໄດ້​ກະ​ຕຸ້ນ​ໃຫ້​ຊາວ​ໜຸ່ມ​​ ຫັນ​ມາ​ສົນ​ໃຈ​ລົດ​ຈັກ ນັບ​ມື້​ນັບຫລາຍ​ຂຶ້ນ. ນອກ​ນີ້, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ພາ​ກັນ​ໄປ​ທ່ຽວ​ ນະ​ຄອນ​ຈຸ່ງ​ກິ່ງ​ຂອງ​ ສປ ຈີນ ທີ່​ຖືກ​ເອີ້ນ​ວ່າ​ ເປັນ​ເມືອງ​ລົດ​ຈັກ​ຂອງ​ ສປ ຈີນ. ປັດ​ຈຸ​ບັນ, ​ແຕ່​ລະ​ຄືນ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ກວມປະ​ມານ 1 ສ່ວນ 3 ຂອງລູກ​ຄ້າ.\.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top