ອົດສະຕຣາລີ ປະກາດສ້າງຕັ້ງຄະນະສືບສວນດ້ານເອໄອຄັ້ງໃຫຍ່

11/08/2026 17:16
ຂປລ ທ່ານ ປີເຕີ ມາລິນາວຄາສ (Peter Malinauskas) ຜູ້ວ່າການ ລັດອົດສະຕຣາລີໃຕ້ ເປີດເຜີຍວ່າ: ການປະກາດຈັດຕັ້ງ ການສືບສວນ ແລະ ກວດກາຄັ້ງໃຫຍ່ ກ່ຽວກັບ ປັນຍາປະດິດ (AI) ລວມທັງ ນະໂຍບາຍ ຄຸ້ມຄອງ ເຕັກໂນໂລຊີ ທີ່ເກີດໃໝ່ນີ້

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ປີເຕີ ມາລິນາວຄາສ (Peter Malinauskas) ຜູ້ວ່າການ ລັດອົດສະຕຣາລີໃຕ້ ເປີດເຜີຍວ່າ: ການປະກາດຈັດຕັ້ງ ການສືບສວນ ແລະ ກວດກາຄັ້ງໃຫຍ່ ກ່ຽວກັບ ປັນຍາປະດິດ (AI) ລວມທັງ ນະໂຍບາຍ ຄຸ້ມຄອງ ເຕັກໂນໂລຊີ ທີ່ເກີດໃໝ່ນີ້ ໂດຍ ຄະນະ ກຳມາທິການ ສືບສວນ ດ້ານປັນຍາ ປະດິດ ຈະເລີ່ມ ດຳເນີນການ ເມື່ອເດືອນຕຸລາ ແລະ ເຮັດບົດລາຍງານ ສະບັບ ສຸດທ້າຍ ໃນເດືອນກໍລະກົດ 2027 ໂດຍສຸມໃສ່ ໂອກາດ ທາງເສດຖະກິດ ແລະ ສັງຄົມ ທີ່ມາພ້ອມກັບ ເອໄອ ລວມເຖິງ ປະເດັນດ້ານນະໂຍບາຍ ແລະ ການຄຸ້ມຄອງ.

ທ່ານ ມາລິນາວຄາສ ກ່າວວ່າ ການສືບສວນ ໃນຄັ້ງນີ້ ຈະເປີດໂອກາດ ໃຫ້ລັດອົດສະຕຣາລີໃຕ້ ມີສ່ວນຮ່ວມໃນການ ກຳນົດ ແນວທາງ ການນຳໃຊ້ ປັນຍາປະດິດ, ໂດຍຈະມີ ການປະກາດ ລາຍລະອຽດ ແລະ ຂອບເຂດ ການສອບສວນ ແລະ ແຕ່ງຕັ້ງ ກໍາມາທິການ 3 ຄົນ ໃນ 6 ອາທິດຕໍ່ໜ້າ./

KPL

ຂ່າວອື່ນໆ

ads
ads

Top