ຂປລ
ນັກຂ່າວທ້ອງຖິ່ນ ຟິລິບປິນ ລາຍງານວ່າ: ສຳນັກງານ ຕຳຫລວດ ແຫ່ງຊາດ ຟິລິບປິນ ໄດ້ສັ່ງປົດ ເຈົ້າໜ້າທີ່ ຕຳຫລວດ ອອກຈາກ ໜ່ວຍງານລັດ ຈຳນວນ 1.337 ຄົນ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ນັກຂ່າວທ້ອງຖິ່ນ ຟິລິບປິນ ລາຍງານວ່າ: ສຳນັກງານ ຕຳຫລວດ ແຫ່ງຊາດ ຟິລິບປິນ ໄດ້ສັ່ງປົດ ເຈົ້າໜ້າທີ່ ຕຳຫລວດ ອອກຈາກ ໜ່ວຍງານລັດ ຈຳນວນ 1.337 ຄົນ ໃນການກະທຳ ຄວາມຜິດ ແລະ ການປະພຶດ ຢ່າງຮ້າຍແຮງ ນັບຕັ້ງແຕ່ ເດືອນສິງຫາ 2025. ໃນຂະນະທີ່ ເຈົ້າໜ້າອີກ 2.276 ຄົນ ໄດ້ຖືກສັ່ງພັກວຽກ, ອີກ 235 ຄົນ ຖືກຫລຸດ ຕຳແໜ່ງ, 672 ຄົນ ຖືກ ຕຳໜິຕັກເຕືອນ ແລະ 100 ຄົນ ຖືກຕັດເງິນເດືອນ. ນອກຈາກນັ້ນ, ສໍານັກງານ ດັ່ງກ່າວ ຍັງລະບຸວ່າ ມີເຈົ້າໜ້າທີ່ ຕຳຫລວດ 3.524 ຄົນ ທີ່ຖືກກ່າວຫາວ່າ ໄດ້ກະທຳຄວາມຜິດ ແລະ ໄດ້ຮັບການ ຍົກຟ້ອງ ພາຍຫລັງ ຜ່ານການສືບສວນ ສອບສວນ./
KPL