ຂປລ
ສຳນັກບູຮານຄະດີ ແລະ ພິພິທະພັນແຫ່ງຊາດ ສັງກັດ ກະຊວງ ໂຮງແຮມ, ການທ່ອງທ່ຽວ ແລະ ວັດທະນະທຳຂອງ ມຽນມາ ລາຍງານວ່າ: ປະຈຸບັນ ມຽນມາ ມີອາຄານເກົ່າແກ່ ທີ່ມີ ອາຍຸຫລາຍກວ່າ 100 ປີ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກບູຮານຄະດີ ແລະ ພິພິທະພັນແຫ່ງຊາດ ສັງກັດ ກະຊວງ ໂຮງແຮມ, ການທ່ອງທ່ຽວ ແລະ ວັດທະນະທຳຂອງ ມຽນມາ ລາຍງານວ່າ: ປະຈຸບັນ ມຽນມາ ມີອາຄານເກົ່າແກ່ ທີ່ມີ ອາຍຸຫລາຍກວ່າ 100 ປີ ທີ່ຢູ່ ພາຍໃຕ້ ການອະນຸລັກ ໃນຖານະ ອາຄານ ມໍລະດົກ ລວມທັງໝົດ 6.105 ແຫ່ງ, ຊຶ່ງຢູ່ໃນເຂດຢາງກຸ້ງ 153 ແຫ່ງ.
ເຈົ້າໜ້າທີ່ກ່ຽວຂ້ອງລາຍງານວ່າ: ໄດ້ມີ ການຈັດ ພິທີ ເປີດປ້າຍ ອາຄານ ມໍລະດົກ ທີ່ ຄະລາສິດ ຊິນຊອງ (Chin Tsong Palace) ແລະ ພິພິທະພັນ ໂບຈ໋ອກ ອອງຊານ (Bogyoke Aung San Museum) ໃນເຂດຍຢາງກຸ້ງ ເຊິ່ງໄດ້ຮັບການຂຶ້ນທະບຽນ ເປັນອາຄານມໍລະດົກ ຢ່າງເປັນທາງການ ໃນວັນທີ 28 ກໍລະກົດ ທີ່ຜ່ານມາ. ນອກຈາກນັ້ນ, ສຳນັກດັ່ງກ່າວ ຍັງບູລະນະ ຟື້ນຟູ ອາຄານປະຫວັດສາດ ແຫ່ງນີ້ ຕາມແຜນການ ອະນຸລັກ ເປັນປະຈຳໃນທຸກປີ./
KPL