ຂປລ
ກະຊວງແຮງງານ ແລະ ການຈ້າງງານ ຂອງ ຟິລິບປິນ ໄດ້ແນະນຳດ້ານແຮງງານ ໂດຍເຕືອນພໍ່ແມ່ ແລະ ຜູ້ປົກຄອງ ຕາມກົດໝາຍ ໃຫ້ຄຸ້ມຄອງເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 15 ປີ ເຊິ່ງມີສ່ວນຮ່ວມ ໃນກິດຈະກຳ ບັນເທີງ ຫລື ສື່ສານ ສາທາລະນະ ຜ່ານຮູບເງົາ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ກະຊວງແຮງງານ ແລະ ການຈ້າງງານ ຂອງ ຟິລິບປິນ ໄດ້ແນະນຳດ້ານແຮງງານ ໂດຍເຕືອນພໍ່ແມ່ ແລະ ຜູ້ປົກຄອງ ຕາມກົດໝາຍ ໃຫ້ຄຸ້ມຄອງເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 15 ປີ ເຊິ່ງມີສ່ວນຮ່ວມ ໃນກິດຈະກຳ ບັນເທີງ ຫລື ສື່ສານ ສາທາລະນະ ຜ່ານຮູບເງົາ, ລະຄອນເວທີ, ວິທະຍຸ, ໂທລະພາບ ແລະ ສື່ຮູບແບບອື່ນໆ.
ມາດຕະການດັ່ງກ່າວ ເພື່ອປົກປ້ອງ ສິດຜົນປະໂຫຍດ ຂອງ ເດັກທີ່ມີສ່ວນຮ່ວມ ໃນການ ສະແດງ ຫລື ການຜະລິດເນື້ອໃນ ຂອງ ວົງບັນເທີງ ໂດຍພໍ່ແມ່ ແລະ ຜູ້ປົກຄອງ ຕ້ອງຮັບຜິດຊອບ ຕາມກົດໝາຍ ຖ້າຫາກເດັກນ້ອຍ ເຮັດວຽກເຫລົ່ານີ້ ຕ້ອງມີໃບອະນຸຍາດ ເຮັດວຽກ ສຳລັບ ເດັກນ້ອຍ ໃນກໍລະນີ ທີ່ເດັກ ຫລື ກິດຈະກຳດັ່ງກ່າວ ເຂົ້າຂ່າຍແນວປະຕິບັດ ຂອງ ກະຊວງ.
ຈຸດປະສົງຕົ້ນຕໍ ແມ່ນເພື່ອອຸດຊ່ອງຫວ່າງ ໃນກົດໝາຍ ສະບັບເກົ່າໆ ຂອງ ຟິລິບປິນ ທີ່ກ່ຽວຂ້ອງກັບ ໂທລະ ພາບ ແລະ ຮູບເງົາ ແຕ່ບໍ່ຄວບຄຸມ ແພລດຟອມ ດິຈິຕອນ ເນື່ອງຈາກ ປັດຈຸບັນ ມີເດັກນ້ອຍໃຊ້ເວລາ ຫລາຍຊົ່ວໂມງ ຢູ່ໜ້າກ້ອງ ເພື່ອຜະລິດເນື້ອໃນ ເທິງແພລດຟອມ ສື່ສັງຄົມອອນລາຍ ເຊິ່ງເປັນ ການເພີ່ມ ຄວາມກັງວົນ ກ່ຽວກັບ ການເຮັດວຽກເກີນຄວນ, ຄວາມເປັນສ່ວນຕົວ, ການກັ່ນແກ້ງ ທາງອອນລາຍ ແລະ ຄ່າຕອບແທນທີ່ບໍ່ຊັດເຈນ./
KPL