ຂປລ
ທະນາຄານກາງ ສ.ເກົາຫລີ (BOK) ເປີດເຜີຍວ່າ: ທະນາຄານກາງ ມີແຜນ ຈະຊື້ຄຳ ທີ່ ຜະລິດ ພາຍໃນ ປະເທດ ເປັນຄັ້ງທຳອິດ ໃນຮອບ 13 ປີ ຜ່ານການ ເຮັດທຸລະກຳ ນອກຕະຫລາດ (OTC).
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທະນາຄານກາງ ສ.ເກົາຫລີ (BOK) ເປີດເຜີຍວ່າ: ທະນາຄານກາງ ມີແຜນ ຈະຊື້ຄຳ ທີ່ ຜະລິດ ພາຍໃນ ປະເທດ ເປັນຄັ້ງທຳອິດ ໃນຮອບ 13 ປີ ຜ່ານການ ເຮັດທຸລະກຳ ນອກຕະຫລາດ (OTC).
ທະນາຄານກາງ ໄດ້ສ້າງຕັ້ງ ການຮ່ວມມື ກັບ ບໍລິສັດ ແອວເອັສ ເອັມເອັນເອັມ (LS MnM) ເຊິ່ງເປັນ ບໍລິສັດຫລອມ ແລະ ສະກັດ ທອງແດງ ລວມທັງ ຕະຫລາດຫລັກຊັບ ສ.ເກົາຫລີ (KRX) ແລະ ສູນຮັບຝາກ ຫລັກຊັບສ.ເກົາຫລີ(KSD).
ໃນຂະນະທີ່ ແອວເອັສ ເອັມເອັນເອັມ ແມ່ນໜຶ່ງ ໃນສອງ ຜູ້ຜະລິດຄຳ ລາຍໃຫຍ່ ຂອງ ສ.ເກົາຫລີ ເຊັ່ນດຽວກັບ ບໍລິສັດ ໂຄຣາ ຊິງກ໌ (Korea Zinc) ໂດຍ ຜະລິດຄຳ ເຊິ່ງໄດ້ຮັບຜົນ ຈາກການຫລອມທອງແດງ, ທອງເຫລືອງ ແລະ ສັງກະສີ. ໃນຂະນະທີ່ ຂໍ້ມູນຂອງ BOK ລະບຸວ່າ ທັງສອງບໍລິສັດ ດັ່ງກ່າວ ຜະລິດຄຳໄດ້ ປະມານ 40-45ໂຕນຕໍ່ປີ ແລະ ສົ່ງອອກ ປະມານ 10% ຂອງປະລິມານດັ່ງກ່າວ.
ນອກຈາກນັ້ນ, BOK ຍັງລະບຸວ່າ ທະນາຄານກາງ ຈະພິຈາລະນາ ຊື້ຄຳສ່ວນ ທີ່ບໍ່ໄດ້ ໃຊ້ພາຍໃນປະເທດ ເພື່ອສົ່ງອອກ ຕາມຮຽກຮ້ອງ ຂອງ ບໍລິສັດ ເຫລົ່ານັ້ນ, ໂດຍໃຊ້ ໂຄງສ້າງ ພື້ນຖານ ດ້ານການ ຊື້ຂາຍ ແລະ ການຊຳລະ ລາຄາ ທີ່ມີຢູ່ແລ້ວ ຂອງ KRX ລວມທັງ ສິ່ງອຳນວຍ ຄວາມສະດວກ ດ້ານການຈັດເກັບທີ່ KSD ພວມກະກຽມຢູ່./
KPL