ຂປລ
ອົງການ ອະນາໄມໂລກ (WHO) ລາຍງານວ່າ: ການລະບາດ ຂອງ ເຊື້ອພະຍາດ ອີໂບລາ ຢູ່ກົງໂກ ໃນປັດຈຸບັນນີ້, ກາຍເປັນ ການແພ່ລະບາດ ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດ ຂອງ ປະເທດ ໂດຍມີ ຍອດຈຳນວນ ຜູ້ຕິດເຊື້ອ ໄວຣັດ ສາຍພັນບຸນດີບູໂຢ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ອົງການ ອະນາໄມໂລກ (WHO) ລາຍງານວ່າ: ການລະບາດ ຂອງ ເຊື້ອພະຍາດ ອີໂບລາ ຢູ່ກົງໂກ ໃນປັດຈຸບັນນີ້, ກາຍເປັນ ການແພ່ລະບາດ ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດ ຂອງ ປະເທດ ໂດຍມີ ຍອດຈຳນວນ ຜູ້ຕິດເຊື້ອ ໄວຣັດ ສາຍພັນບຸນດີບູໂຢ ທີ່ໄດ້ຮັບ ການຢືນຢັນ 3.605 ຄົນ, ເຊິ່ງລວມເຖິງ ຜູ້ເສຍຊີວິດ 1.587 ຄົນ ກວມເອົາ ອັດຕາ ການເສຍຊີວິດ 44%, ເປັນຕົວເລກ ສູງກວ່າການລະບາດ ຄັ້ງໃຫຍ່ທີ່ສຸດ ໃນໄລຍະປີ 2018-2020 ທີ່ມີຜູ້ຕິດເຊື້ອ 3.317 ຄົນ.
ການແພ່ລະບາດ ຂອງ ເຊື້ອພະຍາດ ດັ່ງກ່າວ ຢູ່ກົງໂກ ໃນປັດຈຸບັນ ໂດຍເບື້ອງຕົ້ນ ຈຳກັດ ໃນເຂດສຸຂະພາບ ມົງບວາລູ (Mongbwalu) ຂອງ ແຂວງອີຕູຣີ ໄດ້ແຜ່ລະບາດ ໄປສູ່ເຂດອື່ນ ຈຳນວນ 49 ເຂດ ໃນ 5 ແຂວງ ໄດ້ແກ່ ອີຕູຣີ, ກີວູເໜືອ, ກີວູໃຕ້, ໂອຕ໌-ອູເອເລ ແລະ ຊູບໂປ ໃນໄລຍະເວລາພຽງ 2 ເດືອນ. ນອກຈາກນີ້ ຍັງສົ່ງຜົນກະທົບ ຕໍ່ບພະນັກງານ ການແພດ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ເນື່ອງຈາກ ບັນດາພະນັກງານຕິດເຊື້ອ ລວມມີ 151 ຄົນ ແລະ ເສຍຊີວິດ 44 ຄົນ ເຊິ່ງສະແດງໃຫ້ເຫັນເຖິງ ຊ່ອງຫວ່າງ ໃນການປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອ ພາຍໃນສະຖານພະຍາບານ.
ສະນັ້ນ, ອົງການດັ່ງກ່າວ ໄດ້ເຕືອນວ່າ ບໍ່ມີຄວາມປອດໄພ, ການພັດຖິ່ນຖານ ຂອງ ປະຊາກອນ, ການເຄື່ອນຍ້າຍຂອງປະຊາກອນ ໃນລະດັບສູງ ແລະ ການເດີນທາງ ຂ້າມຊາຍແດນ ໃນກົງໂກ ພວມເປັນ ອຸປະສັກ ຕໍ່ການກວດກາ ແລະ ຮັບມືກັບ ພະຍາດລະບາດດັ່ງກ່າວ. ຍ້ອນວ່າ ການລະບາດນີ້ ໄດ້ເກີດຂຶ້ນ ໃນເຂດ ທີ່ໄດ້ຮັບຜົນກະທົບ ຈາກຄວາມຂັດແຍ້ງ ເຊິ່ງການເຂົ້າເຖິງ ການດູແລສຸຂະພາບ, ນ້ຳສະອາດ, ອາຫານ ແລະ ທີ່ຢູ່ອາໄສ ຢ່າງຈຳກັດ, ສ່ວນການໂຈມຕີ ສະຖານພະຍາບານ ໄດ້ຈຳກັດ ການເຂົ້າເຖິງ ຂອງ ທີມຮັບມືສຸກເສີນ ແລະ ເພີ່ມຄວາມສ່ຽງ ໃນການແຜ່ເຊື້ອ ໂດຍບໍ່ມີການກວດພົບ./
KPL