ຍອດເງິນລົງທຶນໂດຍກົງ ຈາກຕ່າງປະເທດຢູ່ ສສ ຫວຽດນາມ ເພີ່ມຂຶ້ນຫລາຍກວ່າ 38 ຕື້ໂດລາສະຫະລັດ

04/08/2026 20:10
ຂປລ ໄລ່​ຮອດ ​ວັນ​ທີ 31 ກໍ​ລະ​ກົດ, ຍອດ​ເງິນ​ລົງ​ທຶນ​ໂດຍ​​ກົງ ຈາກ​ຕ່າງ​ປະ​ເທດ (FDI) ຈົດ​ທະ​ບຽນ​ເຂົ້າ ສສ ຫວຽດ​ນາມ ​ບັນ​ລຸ 38 ຕື້ກວ່າໂດລາສະຫະລັດ, ເພີ່ມ​ຂຶ້ນ 58% ເມື່ອ​ທຽບ​ໃສ່ ​ກັ​ບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ໄລ່​ຮອດ ​ວັນ​ທີ 31 ກໍ​ລະ​ກົດ, ຍອດ​ເງິນ​ລົງ​ທຶນ​ໂດຍ​​ກົງ ຈາກ​ຕ່າງ​ປະ​ເທດ (FDI) ຈົດ​ທະ​ບຽນ​ເຂົ້າ ສສ ຫວຽດ​ນາມ ​ບັນ​ລຸ 38 ຕື້ກວ່າໂດລາສະຫະລັດ, ເພີ່ມ​ຂຶ້ນ 58% ເມື່ອ​ທຽບ​ໃສ່ ​ກັ​ບ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້. ຕາມ​ຂໍ້​ມູນ​ຂອງ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ) ປະ​ກາດ​ ໃນ​​ວັນ​ທີ 3 ສິງ​ຫາ​ນີ້, ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ ​ໃນ​​ການດຶງ​ດູດ​ ເງິນ​ລົງ​ທຶນ​ ຈາກ​ຕ່າງ​ປະ​ເທດ​ ແມ່ນ​ທຶນ FDI ປະ​ຕິ​ບັດ​ຢູ່ ສສ ຫວຽດ​ນາມ​ ຄາດ​ຄະ​ເນ​ບັນ​ລຸ​ໄດ້ 15,2 ຕື້ໂດລາສະຫະລັດ, ເພີ່ມ​ຂຶ້ນ 11,8% ເມື່ອ​ທຽບ​ໃສ່​ກັບ ​ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ​ນີ້. ນີ້​ແມ່ນ​ແຫລ່ງ​ທຶນ FDI ປະ​ຕິ​ບັດຫລາຍ​ທີ່​ສຸດ​ຂອງ 7 ເດືອນຕົ້ນ​ປີ ​ໃນ​ຕະຫລອດ​ໄລ​ຍະ 5 ປີ​ຜ່ານ​ມາ. ໃນ​ຍອດ​ທຶນ FDI ຈົດ​ທະ​ບຽນ​ເຂົ້າ ສສ ຫວຽດ​ນາມ, ທຶນ FDI ຈົດ​ທະ​ບຽນ​ໃໝ່ ​ຮັບ​ຮູ້​ການ​ເຕີບ​ໂຕ​ຢ່າງ​ແຮງ. ຂະ​ແໜງ ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດສ້າງ​ສືບ​ຕໍ່​ແມ່ນ​ຂົງ​ເຂ​ດຶງ​ດູດ FDI ໃຫຍ່​ທີ່​ສຸດ ​ເມື່ອ​ກວມ​ເອົາ 55% ຍອດ​ທຶນ​ຈົດ​ທະ​ບຽນ​ສະ​ໜອງ​ໃໝ່, ຖັດ​ຈາກ​ນັ້ນ​ແມ່ນ​ຂົງ​ເຂດ​ການ​ຜະ​ລິດ, ຈຳ​ໜ່າຍ​ໄຟ​ຟ້າ, ອາຍ​ແກັດ, ນ້ຳປະ​ປາ. ກ່ຽວ​ກັບ​ ຄູ່​ຮ່ວມ​ມື​ລົງ​ທຶນ, ສິງ​ກະ​ໂປ​ນຳ​ໜ້າ​ ໃນ​ຈຳ​ນວນ 69 ປະ​ເທດ ແລະ ເຂດ​ແຄ້ວນ ​ທີ່​ລົງ​ທຶນ​ຈົດ​ທະ​ບ​ຽນ​ໃໝ່​ເຂົ້າ ສສ ຫວຽດ​ນາມ ​ດ້ວຍ 7,5 ຕື້ໂດລາສະຫະລັດ. ບັນ​ດາ​ຄູ່​ຮ່ວມ​ມື ລາຍ​ໃຫຍ່​ ຖັດ​ຈາກ​ນັ້ນ ​ຕາມ​ລຳ​ດັບ​ແມ່ນ ສ.ເກົາຫລີ, ເຂດບໍລິຫານພິເສດ ຮົ່ງ​ກົງ ຂອງ ສປ ຈີນ ແລະ ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top