ຂປລ
ສປ ຈີນ ໄດ້ເປີດເຜີຍແຜນການສ້າງ ລະບົບໄຟຟ້າແບບໃໝ່ ໃນໄລຍະຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ໃນວັນທີ 3 ສິງຫານີ້
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ສປ ຈີນ ໄດ້ເປີດເຜີຍແຜນການສ້າງ ລະບົບໄຟຟ້າແບບໃໝ່ ໃນໄລຍະຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ໃນວັນທີ 3 ສິງຫານີ້, ໂດຍລະບຸວ່າ: ໃນໄລຍະຈັດຕັ້ງ ປະຕິບັດແຜນພັດທະນາດັ່ງກ່າວ, ສປ ຈີນ ຈະປັບປຸງການຈັດແບ່ງ ດ້ານຊັບພະຍາກອນ ແບບດັດສົມຊະນິດຕ່າງໆໃຫ້ດີຂຶ້ນ ເຊັ່ນ: ພະລັງງານ ທີ່ສະສົມໄວ້ດ້ວຍການສູບນ້ຳ, ພະລັງງານທີ່ສະສົມໄວ້ດ້ວຍວິທີໃໝ່ ແລະ ອື່ນໆ.
ແຜນການນີ້ ລະບຸວ່າ: ໃນໄລຍະຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15, ສປ ຈີນ ຈະເລັ່ງລັດການສ້າງໂຮງໄຟຟ້າ ທີ່ຜະລິດດ້ວຍ ການສູບນ້ຳ, ຊຸກຍູ້ໃຫ້ ການສະສົມພະລັງງານໄວ້ ດ້ວຍວິທີໃໝ່ ໄດ້ຮັບການພັດທະນາ ຢ່າງຂະໜາດໃຫຍ່ ແລະຊຸກຍູ້ໃຫ້ພະລັງງານທີ່ສະສົມໄວ້ດ້ວຍວິທີໃໝ່ໄດ້ຮັບການນຳໃຊ້ໃນກໍລະນີຫຼາຍກວ່າເກົ່າ. ຈີນຍັງຈະຊຸກຍູ້ການປັບປຸງ ແລະ ຍົກລະດັບການຜະລິດໄຟຟ້າ ດ້ວຍຖ່ານຫີນຮຸ່ນໃໝ່. ຮອດປີ 2030, ຄວາມສາມາດ ຜະລິດໄຟຟ້າດ້ວຍພະລັງງານທີ່ສະສົມໄວ້ ດ້ວຍການສູບນ້ຳ ຈະມີເຖິງ 160 ລ້ານກິໂລວັດ, ຄວາມສາມາດຜະລິດໄຟຟ້າ ດ້ວຍພະລັງງານທີ່ສະສົມໄວ້ ດ້ວຍວິທີໃໝ່ຂອງ ສປ ຈີນ ຈະມີເຖິງ 300 ລ້ານກິໂລວັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL