ຂປລ
ໃນ 6 ເດືອນຕົ້ນປີນີ້,ອຸດສາຫະກຳ ບໍລິການ ຊໍຟແວ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຂອງ ສປ ຈີນ ໄດ້ດຳເນີນ ໄປດ້ວຍດີ, ລາຍຮັບຈາກອຸດສາຫະກຳ ຊໍຟແວ ໄດ້ເພີ່ມຂຶ້ນ 9,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຕົວເລກຫລ້າສຸດ ທີ່ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຈີນ ປະກາດສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້,ອຸດສາຫະກຳ ບໍລິການ ຊໍຟແວ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຂອງ ສປ ຈີນ ໄດ້ດຳເນີນໄປດ້ວຍດີ, ລາຍຮັບຈາກອຸດສາຫະກຳ ຊໍຟແວ ໄດ້ເພີ່ມຂຶ້ນ 9,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ໃນ 6 ເດືອນຕົ້ນປີນີ້, ລາຍຮັບ ຈາກ ອຸສາຫະກຳ ຊໍຟແວຂອງ ສປ ຈີນ ບັນລຸເຖິງ 7.718 ຕື້ກວ່າຢວນ,ເພີ່ມຂຶ້ນ 9,5%,ຍອດມູນຄ່າກຳໄລ ຂອງອຸດສາຫະກຳ ຊໍຟແວ ໄດ້ເພີ່ມຂຶ້ນ 1%,ມູນຄ່າການສົ່ງອອກຂອງອຸດສາຫະກຳ ຊອຟແວ ບັນລຸເຖິງ 33 ຕື້ 790 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 11,4%. ສະພາບການດຳເນີນງານ ໂດຍແບ່ງຕາມຂົງເຂດ ສະແດງໃຫ້ເຫັນວ່າ: ໃນ 6 ເດືອນຕົ້ນປີນີ້,ລາຍຮັບຈາກ ຜະລິດຕະພັນ ຊໍຟແວ ໄດ້ເພີ່ມ ຂຶ້ນ 6,9%,ກວມ 21,7% ຂອງລາຍຮັບທັງໝົດ.ລາຍຮັບຈາກ ຜະລິດຕະພັນ ຊໍຟແວ ອຸດສາຫະກຳ ເພີ່ມຂຶ້ນ8,2%.ລາຍຮັບ ຈາກການບໍລິການດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ຍັງສືບຕໍ່ເພີ່ມຂຶ້ນ ໃນອັດຕາສອງຕົວເລກ.ໃນ 6 ເດືອນຕົ້ນປີນີ້,ລາຍຮັບ ຈາກການບໍລິການ ດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ກວມເອົາ 68,5% ຂອງລາຍຮັບທັງໝົດ ຂອງອຸດສາຫະກຳ.ໃນນັ້ນ,ການບໍລິການ ລະບົບ ຄລາວຄອມພິວທິງ ແລະ ຂໍ້ມູນໃຫຍ່ ບັນລຸເຖິງ 887 ຕື້ກວ່າຢວນ, ເພີ່ມຂຶ້ນ 12,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL