ຕາຂ່າຍໄຟຟ້າແຫ່ງຊາດປະເທດກູບາ ຢຸດສະງັກ

04/08/2026 20:10
ຂປລ ຕາ​ຂ່າຍ​ໄຟ​ຟ້າ​ແຫ່ງ​ຊາດ​ກູ​ບາ​ ຢຸດ​ສະ​ງັກ. ເນື່ອງ​ຈາກ​ ໄດ້​ຮັບ​ຜົນ​ກະ​ທົບ​ ຈາ​ກ​ມາດ​ຕະ​ການ​ລົງ​ໂທດ​ຂອງ ສ.​ອາ​ເມ​ລິກາ, ກູ​ບາ​​ ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ ໃນ​ການ​ນຳ​ເຂົ້າ ນ້ຳ​ມັນ​ເຊື້ອ​ໄຟ ແລະ​ ອຸ​ປະ​ກອນ​ ຂອງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ວັນ​ທີ 3 ສິງ​ຫາ​ນີ້, ຕາ​ຂ່າຍ​ໄຟ​ຟ້າ​ແຫ່ງ​ຊາດ​ກູ​ບາ​ ຢຸດ​ສະ​ງັກ. ເນື່ອງ​ຈາກ​ ໄດ້​ຮັບ​ຜົນ​ກະ​ທົບ​ ຈາ​ກ​ມາດ​ຕະ​ການ​ລົງ​ໂທດ​ຂອງ ສ.​ອາ​ເມ​ລິກາ, ກູ​ບາ​​ ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ ໃນ​ການ​ນຳ​ເຂົ້າ ນ້ຳ​ມັນ​ເຊື້ອ​ໄຟ ແລະ​ ອຸ​ປະ​ກອນ​ ຂອງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ, ​ອຸ​ປະ​ກອນ​ເກົ່າ ​ໃນ​ໂຮງ​ງານ​ ​ບໍ່​ໄດ້​ຮັບ​ການ​ປ່ຽນ​​ຖ່າຍ, ​ເຮັ​ດ​ໃຫ້​ເກີດ ​ການ​ຂາດ​ເຂີນໄຟ​ຟ້າ​ ໃນ​ທົ່ວ​ປະ​ເທດ. ນັບ​ແຕ່ ​ເດືອນ​ຕຸລາ​ປີ 2024 ເປັນ​ຕົ້ນ​ມາ, ​ຍ້ອນການ​ຂັດ​ຂ້ອງ ​ຂອງ​ອຸ​ປະ​ກອນ​ໄຟ​ຟ້າ​, ລົມ​ພາ​ຍຸພັດ​ຜ່ານ ແລະ ສາ​ເຫດ​ອື່ນໆ, ​ເຮັດ​ໃຫ້ກູ​ບາ ​ປະ​ສົບ​ກັບ ​ສະ​ພາບ​ໄຟ​​ຟ້າດັບ​ ໃນ​ທົ່ວ​ປະ​ເທດ ຫລາຍ​ຄັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top