
ຂປລ. ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສິນຄະດີ ກ່ຽວກັບການກະທຳຜິດສໍ້ ລາດບັງຫລວງ ຂອງພະນັກງານຢູ່ ແຂວງອັດຕະປື 15 ຄົນ, ຍິງ 4 ຄົນ ໃນນັ້ນ, ໂທດຈໍາຄຸກຕະຫລອດຊີວິດ 10 ຄົນ, ຍິງ 2 ຄົນ.
ທ່ານ ນາງ ລັດຕະນາ ສິມາວັດ ຫົວໜ້າຫ້ອງການສານປະຊາຊົນແຂວງອັດຕະປື ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 30 ກໍລະກົດ 2026 ນີ້ວ່າ: ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສິນຄະດີ ກ່ຽວກັບການກະທຳຜິດສໍ້ ລາດບັງຫລວງ ຂອງພະນັກງານຢູ່ ແຂວງອັດຕະປື ໃນປີ 2021-2024 ຊຶ່ງພວກຈຳເລີຍໄດ້ຮ່ວມມືກັນກະທຳຜິດ ໂດຍມີ ທ້າວ ສຸລິໄຊ ສຸລິຍາໄລ ຫລື ໝູ (ຈໍາເລີຍ) ເປັນຫົວໂປ່ໂຕການ ໃນການສໍ້ລາດບັງຫລວງ ໃນຈໍານວນເງິນ 8 ບ້ວງ ຂອງແຂວງອັດຕະປື ມີເງິນກີບ 103,48 ຕື້ກວ່າກີບ, ເງິນໂດລາ 2.356.000 ໂດລາສະຫະລັດ ແລະ ເງິນດົງ 1,5 ຕື້ດົງ ຊຶ່ງເງິນດົງຈໍານວນດັ່ງກ່າວໄດ້ຖອນ ແລະ ແລກປ່ຽນເປັນເງິນກີບ ແລະ ເງິນບາດ. ພາຍຫລັງຄະນະສະເພາະກິດໄດ້ເກັບກໍາຂໍ້ມູນແລ້ວເຫັນວ່າ ໄດ້ສ້າງຄວາມເສຍຫາຍຕົວຈິງໃຫ້ແກ່ແຂວງອັດຕະປື ເປັນເງິນ 51,95 ຕື້ກວ່າກີບ, 2.316.000 ໂດລາສະຫະລັດ ແລະ 60.000 ບາດ.
ພາຍຫລັງ ໄດ້ຮັບຄຳສັ່ງຟ້ອງ ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປື, ຄະນະສານອາຍາ ຂອງສານປະຊາຊົນ ແຂວງອັດຕະປື ໄດ້ຄົ້ນຄວ້າບັນດາຂໍ້ມູນຫລັກຖານຕ່າງໆຢ່າງຮອບດ້ານ ແລະ ໃນວັນທີ 30 ກໍລະກົດ 2026 ເວລາ 8 ໂມງ 00 ນາທີ ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ເປີດປະຊຸມສານ ເພື່ອພິຈາລະນາຕັດສິນ ຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສິນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026 ກ່ຽວກັບການກະທຳຜິດ ຂອງພະນັກງານຢູ່ແຂວງອັດຕະປື ໃນຂໍ້ຫາສໍ້ລາດບັງຫລວງ ໃນນີ້, ມີຈຳເລີຍທັງໝົດ 15 ຄົນ, ຍິງ 4 ຄົນ ຄື: ທ້າວ ສຸລິຈັນ ພອນແກ້ວ (ຈໍາເລີຍ1), ອາຍຸ 53 ປີ, ອາຊີບພະນັກງານ (ອະດີດກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງອັດຕະປື), ປັດຈຸບັນຢູ່ ບ້ານໄຊສີ ເມືອງໄຊເສດຖາ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ຂໍ້ຫາການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ, ການປອມແປງເອກະສານ ຫລື ການນໍາໃຊ້ເອກະສານປອມ, ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 358, 359, 364, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບຕະຫລອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ ຈຳນວນ 992.816.961 ກີບ, 60.898 ໂດລາສະຫະລັດ ແລະ 30 ລ້ານດົງ, ຮິບເງິນ ທ້າວ ສຸລິຈັນ ພອນແກ້ວ 1.551.712.000 ກີບ ເຂົ້າເປັນຂອງລັດ, ໃຫ້ ທ້າວ ສຸລິຈັນ ພອນແກ້ວ ສົ່ງເງິນສ່ວນຕ່າງໄດ້ຈາກການປ່ອຍເງິນກູ້ດອກເບ້ຍສູງ ທັງໝົດ 4.200.249.000 ກີບ ຄືນແກ່ລັດ.
ທ້າວ ສູນນະຄອນ ແກ້ວວຽງຄໍາ (ຈໍາເລີຍ2 ), ອາຍຸ 59 ປີ, ອາຊີບພະນັກງານ (ອະດີດກໍາມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອັດຕະປື), ປັດຈຸບັນຢູ່ບ້ານ ຫລັກ 3 ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ ແລະ ການສວຍໃຊ້ຖານະຕໍາແໜ່ງ,
ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫລື ບຸກຄົນ, ຕາມມາດ ຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ຕະຫລອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ ທັງໝົດ 34.420.000 ກີບ ແລະ 4.340 ໂດລາສະຫະລັດ ຮິບເງິນ 42 ລ້ານກີບ ແລະ 2.000 ໂດລາສະຫະລັດ ເຂົ້າເປັນຂອງລັດ.
ທ້າວ ຄໍາເຜີຍ ໂສມຖາວອນ (ຈໍາເລີຍ 3), ອາຍຸ 60 ປີ, ອາຊີບ ພະນັກງານບໍານານ(ອະດີດກໍາ
ມະການພັກແຂວງ, ຫົວໜ້າພະ ແນກການເງິນແຂວງອັດຕະປື), ປັດຈຸບັນຢູ່ບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານ ການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ຕະຫລອດຊີວິດ ແລະ ປັບໃໝ 1.828.008.205 ກີບ, 40.000 ໂດລາສະຫະລັດ, ຮິບເງິນ 1,5 ຕື້ກີບ ເຂົ້າເປັນຂອງລັດ.
ທ້າວ ທູນໄຊ ເມກດາວົງ (ຈໍາເລີຍ 4), ອາຍຸ 60 ປີ, ອາຊີບ ພະນັກງານບໍານານ (ອະດີດຮອງພະແນກການເງິນແຂວງອັດຕະປື), ປັດຈຸບັນຢູ່ບ້ານ ໄຊສະອາດ ເມືອງສາມັກຄີໄຊ ແຂວງອັດຕະປື, ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ ແລະ ການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 358, 359, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ຕະຫລອດຊີວິດ ແລະ ປັບໃໝ 32.250.000 ກີບແລະ 40.000 ໂດລາສະຫະລັດ, ຮິບເງິນ 225 ລ້ານກີບ ເປັນຂອງລັດ.
ທ້າວ ສົມສັກ ມູນຕິວົງ (ຈໍາເລີຍ 5 ), ອາຍຸ 45 ປີ, ອາຊີບພະ ນັກງານ(ອະດີດຫົວໜ້າຂະແໜງບໍລິການ ຂຶ້ນກັບຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ ບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານ ການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ ແລະ ການຟອກເງິນ, ຕາມມາດຕາ 354, 355, 358, 359 ແລະ 130 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບຕະຫລອດຊີວິດ ແລະ ປັບໃໝ 2.579.085.241 ກີບ ແລະ 46.320 ໂດລາສະຫະລັດ, ຮິບເງິນ 977.200.000 ກີບ ເປັນຂອງລັດ.
ທ້າວ ອິນປົງ ສີລາວິກອນ (ຈໍາເລີຍ 6 ), ອາຍຸ 38 ປີ, ອາຊີບພະ ນັກງານ (ອະດີດວິຊາການຂະແໜງບໍລິການ ຂຶ້ນກັບຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານ ສົມໂຄດ ເມືອງໄຊເສດຖາ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານ ການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ ແລະ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບຕະຫລອດຊີວິດ ແລະ ປັບໃໝ 2.033.989.750 ກີບ ແລະ 46.320 ໂດລາສະຫະລັດ, ຮິບເງິນ 130 ລ້ານກີບ ເປັນຂອງລັດ.
ທ້າວ ສຸລິໄຊ ສຸລິຍາໄລ ຫລື ໝູ (ຈໍາເລີຍ 7), ອາຍຸ 37 ປີ, ອາຊີບ ພະນັກງານ (ອະດີດຮອງຂະແໜງຄົ້ນຄວ້າສັງລວມ ຂຶ້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ບ້ານ ຫລັກ 3 ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການໃຫ້ສິນບົນ, ການສວຍໃຊ້ຖານະຕໍາແໜ່ງ,
ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ, ການປອມແປງເອກະສານ ຫລື ການນໍາໃຊ້ເອກະສານປອມ, ການຫລິ້ນການພະນັນທີ່ຕ້ອງຫ້າມ ແລະ ການຟອກເງິນ, ຕາມມາດຕາ 354, 355, 357, 359, 364, 141 ແລະ 130 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບຕະຫລອດຊີວິດ ແລະ ປັບໃໝ 3.459.996.813 ກີບ, 70.198 ໂດລາສະຫະລັດ ແລະ 45 ລ້ານດົງ.
ທ້າວ ອຸດທະລີ ສີງທໍາມະວົງ(ຈໍາເລີຍ 8), ອາຍຸ 43 ປີ, ອາ ຊີບພະນັກງານ (ອະດີດຫົວໜ້າຂະແໜງບໍລິຫານຂຶ້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ບ້ານ ຫລັກ 3 ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ. ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ 20 ປີ ແລະ ປັບໃໝ 1 ລ້ານກີບ, 400 ໂດລາສະຫະລັດ ແລະ 30 ລ້ານດົງ, ຮິບເງິນ 100 ລ້ານກີບເປັນຂອງລັດ.
ນາງ ມະນີສອນ ເພັດວິໄລ (ຈໍາເລີຍ 9), ອາຍຸ 34 ປີ ອາຊີບ ພະນັກງານ (ອະດີດວິຊາການການເງິນຂະແໜງບໍລິຫານຂຶ້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ບ້ານສາມັກຄີ ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບຕະຫລອດຊີວິດ ແລະ ປັບໃໝ 1.839.298.031 ກີບ, 400 ໂດລາສະຫະລັດ ແລະ 30 ລ້ານດົງ, ຮິບເງິນ 30 ລ້ານກີບ ເປັນຂອງລັດ.
ນາງ ນິພາພອນ ໂພທິລາດ (ຈໍາເລີຍ 10), ອາຍຸ 34 ປີ, ອາຊີບພະ ນັກງານອາສາສະໝັກຢູ່ຫ້ອງວ່າການແຂວງອັດຕະປື, ປັດຈຸບັນຢູ່ບ້ານ ໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການໃຫ້ສິນບົນ, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ ແລະ ການຟອກເງິນ, ຕາມມາດຕາ 354, 355, 357, 358, 359 ແລະ 130 ຂອງປະມວນກົດໝາຍອາຍາ ລົງໂທດ ຕັດອິດສະລະພາບ ຕະຫລອດຊີວິດ ແລະ ປັບໃໝ 2.353.579.750 ກີບ ແລະ 47.520 ໂດລາສະຫະລັດ.
ທ້າວ ແກ້ວພູທອນ ວິລະທໍາ (ຈໍາເລີຍ 11), ອາຍຸ 47 ປີ, ອາຊີບພະ ນັກງານ (ອະດີດຮອງຂະແໜງຈັດຕັ້ງ-ບໍລິຫານ ຂຶ້ນກັບພະແນກການເງິນແຂວງ), ປັດຈຸບັນຢູ່ບ້ານວົງສໍາພັນ ເມືອງພູວົງ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ 16 ປີ ຫົກເດືອນ ແລະ ປັບໃໝ 8.883.770 ກີບ, ຮິບເງິນ ທີ່ໄດ້ຈາກການຮັບສິນບົນ 888.377.000 ກີບ ເປັນຂອງລັດ.
ທ້າວ ສຸກສະຫວັນ ບຸນພັນ (ຈໍາເລີຍ 12 ), ອາຍຸ 55 ປີ, ອາຊີບພະນັກງານ (ອະດີດຮອງຫົວໜ້າຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານເມືອງໃໝ່ ເມືອງສາມັກຄີໄຊ ແຂວງອັດຕະປື. ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫລື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະ ມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ຫ້າປີ ແລະ ປັບໃໝ 1 ລ້ານກີບ, ຮິບເງິນ 100 ລ້ານກີບ ເປັນຂອງລັດ.
ທ້າວ ພອນພິລຸນ ໄຊສົມບັດ (ຈໍາເລີຍ 13), ອາຍຸ 49 ປີ, ອາຊີບ ພະ ນັກງານ (ອະດີດຮອງຂະແໜງບັນຊີ ແລະ ກວດກາ ຂຶ້ນກັບຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານເມືອງໃໝ່ ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຮັບສິນບົນ ຕາມມາດຕາ 354 ແລະ 358 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ 1 ປີຫົກເດືອນ ໃຫ້ປະຕິບັດຕົວຈິງ ເຈັດ ເດືອນ ສິບເອັດວັນ ສ່ວນທີ່ເຫລືອຝາກໄວ້ ແລະ ປັບໃໝ 295.000 ກີບ, ຮິບເງິນ 29.500.000 ກີບ ເປັນຂອງລັດ.
ນາງ ສິມມະລີ ຄໍາໝັ້ນ (ຈໍາເລີຍ 14), ອາຍຸ 44 ປີ ອາຊີບ ພະນັກ ງານ ຫ້ອງວ່າການແຂວງ, ປັດຈຸບັນຢູ່ບ້ານສາມັກຄີ ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານ ການຍັກຍອກຊັບຂອງລັດ ຫລື ລວມໝູ່, ການສວຍໃຊ້ຊັບຂອງລັດ ຫລື ລວມໝູ່ ແລະ ຄວາມເລິນເລີ້ໃນການປະຕິບັດໜ້າທີ່, ຕາມມາດຕາ 354, 355, 360 ແລະ 368 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ສິບແປດ ປີຫົກເດືອນ ແລະ ປັບໃໝ 10.855.649 ກີບ, ໃຫ້ມອບເງີນ 200 ລ້ານກີບ ທີ່ໄດ້ມອບເປັນຂອງກາງ ຄືນແກ່ຫ້ອງວ່າການແຂວງ ແລະ ໃຫ້ໃຊ້ແທນເງິນ ຂອງຫ້ອງວ່າການແຂວງ (ທີ່ຍັງບໍ່ທັນມອບ) ຈໍານວນ 292.782.473 ກີບ.
ນາງ ພຸດທິດາວັນ ໄກສອນເສນາ (ຈໍາເລີຍ 15), ອາຍຸ 36 ປີ, ອາຊີບ ພະນັກງານພະແນກການເງິນແຂວງ, ປັດຈຸບັນຢູ່ບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫລວງ ໃນສະຖານການຍັກຍອກຊັບຂອງລັດ ຫລື ລວມໝູ່, ການດໍາເນີນທຸລະກິດໂດຍບໍ່ຖືກ ຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ຕະຫລອດຊີວິດ ແລະ ປັບໃໝ 110 ລ້ານກີບ ໃຫ້ສົ່ງເງິນ 22 ລ້ານກີບ ຄືນແກ່ລັດ.
ພ້ອມນັ້ນແມ່ນໃຫ້ພວກຈຳ ເລີຍຮ່ວມກັນໃຊ້ແທນຄ່າເສຍຫາຍໃຫ້ແກ່ (ລັດ) ຈຳນວນ 51.951.708.972 ກີບ , 2.316.000 ໂດລາສະຫະລັດ ແລະ 60.000 ບາດ, ຖ້າວ່າ ພວກຈຳເລີຍບໍ່ສາມາດໃຊ້ແທນລັດໄດ້ກໍໃຫ້ປະກາດຂາຍຊັບທີ່ຢຶດ ແລະ ອາຍັດໄວ້ ເພື່ອເອົາມາໃຊ້ແທນ, ຖ້າເຫລືອກໍໃຫ້ສົ່ງຄືນພວກຈຳເລີຍ, ຖ້າບໍ່ພໍກໍໃຫ້ພວກຈໍາເລີຍ ສືບຕໍ່ຮັບຜິດຊອບໃຊ້ແທນ, ໃຫ້ພວກຈຳເລີຍຮັບຜິດຊອບ ຄ່າໃຊ້ຈ່າຍໃນການດຳເນີນຄະດີຂອງເຈົ້າໜ້າທີ່ສະເພາະກິດຂອງແຂວງ ແລະ ໃຫ້ພວກຈຳເລີຍ ຮ່ວມກັນຮັບຜິດຊອບ ຄ່າທຳນຽມສານ.
ສ່ວນທ້າວ ສຸກໃໝ ສຸດບຸນລົ້ນ ໃນໄລຍະດໍາເນີນຄະດີຜູ້ກ່ຽວໄດ້ເສຍຊີວິດ ຈຶ່ງເປັນສາເຫດໃຫ້ຊັດມ້ຽນທາງອາຍາ ຕາມຄໍາສັ່ງ ສະບັບເລກທີ 67/ອກລ.ຂ ລົງວັນທີ 28 ຕຸລາ 2024 ຂອງອົງການຕ້ານການສໍ້ລາດບັງຫລວງຂັ້ນແຂວງ, ແຕ່ຄວາມເສຍຫາຍທາງແພ່ງແມ່ນໃຫ້ຜູ້ກ່ຽວຮັບຜິດຊອບໃຊ້ແທນໃຫ້ແກ່ລັດ ໂດຍເອົາຊັບຜູ້ກ່ຽວທີ່ໄດ້ຢືດ ແລະ ອາຢັດໄວ້ນັ້ນມາໃຊ້ແທນໃຫ້ແກ່ລັດ. ໂດຍ: ມະນີວອນ