ຂປລ
ປັດຈຸບັນ, ພັກ ແລະ ລັດຖະບານໄດ້ຍົກລະດັບມາດຕະການ ແລະ ນໍາພາ-ຊ້ີນຳວຽກງານຕ້ານການຄ້າມະນຸດຢ່າງເດັດຂາດ ແລະ ຈິງຈັງ ໂດຍໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ 5 ປີ ນັບແຕ່ປີ (2026- 2030) ເພື່ອເປັນທິດທາງໃນການຈັດຕ້ັງປະຕິບັດຢ່າງເປັນລະບົບ ແລະ ຮັບປະກັນໃຫ້ການສະກັດກ້ັນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ.
ຂປລ. ໃນຂະນະທີ່ໄດ້ກຳນົດຫົວຂໍ້ ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວາດລ້າງເຄືອຂ່າຍນາຍໜ້າແຕ່ງດອງແອບແຝງການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດໃຫ້ໝົດໄປຈາກສັງຄົມ”. ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ທັງເປັນປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ໃຫ້ຮູ້ໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 (30 ກໍລະກົດ 2026) ວ່າ: ເພື່ອຮັບປະ ກັນເຮັດໃຫ້ວຽກງານຕ້ານ ແລະ ສະກັດກ້ັນການຄ້າມະນຸດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງ ລັດຖະບານ ກໍຄື ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ມອບໝາຍໜ້າທີ່ໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈ່ົງພ້ອມກັນຈັດຕ້ັງປະຕິບັດມາດຕະການຕ່າງໆ ເພື່ອຕ້ານການຄ້າມະນຸດໃຫ້ເປັນຮູບປະທຳເປັນຕົ້ນ ໃຫ້ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວເປັນເຈົ້າການໃນການນຳໃຊ້ສື່ມວນຊົນທຸກຂະແໜງການ ເພື່ອປຸກລະດົມຂະບວນການໂຄສະນາປູກຈິດສໍານຶກໃຫ້ກວ້າງຂວາງ ແລະ ແຫລມຄົມ, ຕ້ອງເປີດເຜີຍເລ່ລ່ຽມໃໝ່ໆຂອງພວກກ່ໍອາຊະຍາກໍາ ໂດຍສະເພາະການຫລອກລວງຜ່ານສື່ອອນລາຍ ເພ່ືອໃຫ້ປະຊາຊົນຮູ້ທັນ ແລະ ບໍ່ຕົກເປັນເຫຍື່ອ, ຕ້ອງຄຸ້ມຄອງ, ຕິດຕາມກວດກາບັນດາສະຖານທີ່ພັກ ແລະ ຮ້ານບໍລິການບັນເທີງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
ພ້ອມນີ້, ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງເຕັກໂນໂລຊີ ແລະ ການສ່ືສານ ໂດຍໃຫ້ເຈົ້າໜ້າທີ່ຕຳຫລວດ ແລະ ພະນັກງານປະຈຳດ່ານຊາຍແດນທົ່ວປະເທດຍົກສູງຄວາມຮັບຜິດຊອບໃນການກວດກາ, ຄຸ້ມຄອງການເຂົ້າ-ອອກປະເທດ ຢ່າງ ເຄ່ັງຄັດ, ຕ້ອງຊອກຄ້ົນຫາ, ທັບມ້າງເຄືອຂ່າຍນາຍໜ້າແຕ່ງດອງແອບແຝງ ແລະ ສະກັດກັ້ນການເຄື່ອນຍ້າຍແຮງງານທີ່ບໍ່ຖືກຕ້ອງແຕ່ຫົວທີ, ຕ້ອງດຳເນີນການສືບສວນ, ຕິດຕາມ ແລະ ປິດກັ້ນທຸກເຄືອຂ່າຍສ່ືສັງຄົມອອນລາຍ ທີ່ໂຄສະນາຊວນເຊື່ອຫລອກລວງຈັດຫາວຽກເຮັດງານທຳທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເດັດຂາດ, ຜູ້ລະເມີດທີ່ເປັນນາຍໜ້າຊອກຍິງລາວເພື່ອໄປແຕ່ງດອງແອບແຝງ ຕ້ອງໄດ້ຮັບໂທດຕາມກົດໝາຍຢ່າງໜັກ.
ພ້ອມນ້ີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຕ້ອງເພີ່ມທະວີການຄຸ້ມຄອງ ແລະ ກວດກາບັນດາບໍລິສັດຈັດຫາງານຢ່າງເຂັ້ມງວດ, ພ້ອມທັງສືບຕໍ່ຍົກສູງການພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳພາຍໃນປະເທດໃຫ້ສອດຄ່ອງກັບຕະຫລາດແຮງງານຕົວຈິງ.ພ້ອມນີ້, ກະຊວງການຕ່າງປະເທດ ກໍຄື ບັນດາສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສຸນລາວປະຈຳຕ່າງປະເທດ ຕ້ອງເພ່ີມທະວີການຕິດຕາມ, ກອບກູ້ ແລະ ໃຫ້ການປົກປ້ອງຊ່ວຍເຫລືອພົນລະເມືອງລາວທີ່ຕົກເປັນເຫຍື່ອຄ້າມະນຸດຢູ່ຕ່າງປະເທດ ໃຫ້ໄດ້ຮັບຄວາມປອດໄພ ແລະ ທັນເວລາ.
ຢ່າງໃດກໍຕາມ ປະຊາຊົນລາວບັນດາເຜ່ົາທຸກຖ້ວນໜ້າ ຈ່ົງມີສະຕິກ່ອນໝັ້ນໝາຍ ຫລື ແຕ່ງດອງກັບຄົນແປກໜ້າ ເພື່ອໃຫ້ປອດໄພຈາກການຄ້າມະນຸດ. ຖ້າພົບເຫັນການເຄື່ອນໄຫວທີ່ໜ້າສົງໄສຂໍໃຫ້ຮີບຮ້ອນແຈ້ງມາຍັງສາຍດ່ວນຕ້ານການຄ້າມະນຸດ 1300 ຫລື ເບີວັອດແອັບ 020 2288 1300 ໃນທັນທີ.
ຂ່າວ: ທະນູທອງ; ຂໍ້ມູນ-ພາບ: ປກສ
KPL