ຂປລ
ຂປລ. ເດັກນ້ອຍຄືອະນາຄົດ ແລະ ເປັນຮາກຖານທີ່ສຳຄັນທີ່ສຸດຂອງປະເທດຊາດ. ການທີ່ເດັກຄົນໜຶ່ງຈະເຕີບໃຫຍ່ຂຶ້ນມາຢ່າງມີຄຸນນະພາບ, ສົມບູນທັງດ້ານຮ່າງ ກາຍ, ອາລົມ ແລະ ສະຕິປັນຍານັ້ນບໍ່ໄດ້ຂຶ້ນຢູ່ກັບພັດທະນາການຕາມທຳມະຊາດພຽງຢ່າງດຽວ, ແຕ່ຂຶ້ນຢູ່ກັບ “ສະພາບແວດລ້ອມທີ່ປອດໄພ” ທີ່ຢູ່ອ້ອມຮອບຕົວເຂົາເຈົ້າ.

ຂປລ. ເດັກນ້ອຍຄືອະນາຄົດ ແລະ ເປັນຮາກຖານທີ່ສຳຄັນທີ່ສຸດຂອງປະເທດຊາດ. ການທີ່ເດັກຄົນໜຶ່ງຈະເຕີບໃຫຍ່ຂຶ້ນມາຢ່າງມີຄຸນນະພາບ, ສົມບູນທັງດ້ານຮ່າງ ກາຍ, ອາລົມ ແລະ ສະຕິປັນຍານັ້ນບໍ່ໄດ້ຂຶ້ນຢູ່ກັບພັດທະນາການຕາມທຳມະຊາດພຽງຢ່າງດຽວ, ແຕ່ຂຶ້ນຢູ່ກັບ “ສະພາບແວດລ້ອມທີ່ປອດໄພ” ທີ່ຢູ່ອ້ອມຮອບຕົວເຂົາເຈົ້າ. ໃນຍຸກປັດຈຸບັນ, ໄພຄຸກຄາມ ແລະ ຄວາມສ່ຽງຕ່າງໆ ບໍ່ໄດ້ມີພຽງແຕ່ອຸບັດເຫດທາງກາຍະພາບເທົ່ານັ້ນ, ແຕ່ຍັງລວມໄປເຖິງການລ່ວງລະເມີດ, ການກັ່ນແກ້ງ, ຄວາມຮຸນແຮງທາງຈິດໃຈ ແລະ ໄພຂົ່ມຂູ່ທາງອອນໄລ. ດັ່ງນັ້ນ, ການປົກປ້ອງ ແລະ ການຮັກສາຄວາມປອດໄພແມ່ນຄວາມຮັບຜິດຊອບຂອງໝົດທຸກຄົນຢ່າງແທ້ຈິງ, ໂດຍມີຄອບຄົວ ແລະ ໂຮງຮຽນ ເປັນດ່ານທຳອິດທີ່ສຳຄັນທີ່ສຸດ. ນອກຈາກນີ້, ສັງຄົມຕ້ອງມີສ່ວນຮ່ວມໃນວຽກງານດັ່ງກ່າວໄປພ້ອມໆກັນ.
ເມື່ອມໍ່ໆມານີ້, ຜູ້ຂຽນໄດ້ຮັບ
ໂອກາດເຂົ້າຮ່ວມຝຶກອົບຮົມກ່ຽວ ກັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ຊຶ່ງວຽກງານດັ່ງກ່າວ ມັນໄດ້ພົວພັນເຖິງທຸກພາກສ່ວນໃນສັງຄົມຕ້ອງໄດ້ມີສ່ວນຮ່ວມເຂົ້າໃນການປົກປ້ອງເດັກ. ແນວໃດກໍດີ, ອັນສຳຄັນກ່ອນອື່ນ ແມ່ນຄອບຄົວ ຊຶ່ງເປັນສະຖານທີ່ທຳອິດທີ່ເດັກໄດ້ຮຽນຮູ້ ແລະ ເຕີບໂຕ. ຄວາມປອດໄພໃນຄອບຄົວບໍ່ໄດ້ໝາຍເຖິງພຽງແຕ່ການມີຫລັງຄາຄຸ້ມຫົວ ຫລື ມີອາຫານກິນຄົບ 3 ຄາບ, ແຕ່ລວມເຖິງຄວາມປອດໄພທາງອາລົມ ແລະ ຮ່າງກາຍ. ພໍ່ແມ່ ແລະ ຜູ້ປົກ ຄອງຕ້ອງສ້າງບັນຍາກາດທີ່ເດັກຮູ້ສຶກອົບອຸ່ນ, ກ້າເວົ້າ, ກ້າຖາມ, ແລະ ກ້າເລົ່າບັນຫາທີ່ເຂົາເຈົ້າປະ ສົບພົບພໍ້ໃຫ້ຟັງ. ເມື່ອເດັກຮູ້ສຶກວ່າ ຄອບຄົວຄືທີ່ພັກ ເຂົາເຈົ້າຈະກ້າຂໍຄວາມຊ່ວຍເຫລືອທັນທີ ເມື່ອພົບເຫັນໄພອັນຕະລາຍ. ການປ້ອງກັນ ການລ່ວງລະເມີດ ແລະ ຄວາມຮຸນ ແຮງ, ຄອບຄົວຕ້ອງເປັນບ່ອນທີ່ປາສະຈາກຄວາມຮຸນແຮງ, ການຕີ, ການດ່າດ້ວຍຄໍາເວົ້າທີ່ຮຸນແຮງ ຫລື ການລະເລີຍເບິ່ງແຍງ ລ້ວນແຕ່ແມ່ນການທຳຮ້າຍເດັກໂດຍກົງ. ນອກຈາກນີ້, ພໍ່ແມ່ຕ້ອງສອນໃຫ້ເດັກຮູ້ຈັກກົດລະບຽບ ເພື່ອໃຫ້ເດັກຮູ້ຈັກຜະເຊີນ ແລະ ລາຍງານ ເມື່ອມີໃຜມາແຕະຕ້ອງໂຕໃນທາງທີ່ບໍ່ເໝາະສົມ ໂດຍຄົນໆນັ້ນຈະເປັນຄົນນອກ ຫລື ຄົນໃກ້ຊິດ. ພ້ອມນີ້, ໃນຍຸກດີຈິຕອນ ພໍ່ແມ່ຕ້ອງສອດສ່ອງການໃຊ້ສື່ສັງຄົມອອນລາຍຂອງເດັກ ເພື່ອປ້ອງກັນການຖືກຫລອກລວງ, ການເຂົ້າເຖິງສື່ລາມົກ, ການຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ.

ນອກຈາກຄອບຄົວແລ້ວ, ໂຮງ ຮຽນກໍແມ່ນບ່ອນທີ່ເດັກໃຊ້ເວລາສ່ວນໃຫຍ່ໃນການເຮັດກິດຈະກຳ ແລະ ເກັບກ່ຽວຄວາມຮູ້. ການຮັກສາຄວາມປອດໄພໃນໂຮງຮຽນຈຶ່ງຕ້ອງໄດ້ເອົາໃຈໃສ່ເປັນພິເສດ ໂດຍສະເພາະແມ່ນອາຄານສະ ຖານທີ່, ເຄື່ອງຮຽນ, ເດີ່ນກິລາ ແລະ ເສັ້ນທາງການເດີນທາງມາໂຮງຮຽນ ຕ້ອງມີມາດຕະຖານຄວາມປອດໄພ, ບໍ່ມີຈຸດສ່ຽງທີ່ອາດເກີດອຸບັດເຫດ ຫລື ເປັນບ່ອນລີ້ຊ້ອນຂອງສິ່ງເສບຕິດຕ່າງໆ. ການກໍ່ກວນກັນໃນໂຮງຮຽນທັງດ້ານຮ່າງກາຍ, ວາຈາ ແລະ ທາງອອນລາຍ, ສ້າງບາດແຜທາງຈິດໃຈທີ່ເລິກເຊິ່ງໃຫ້ກັບເດັກ, ມີກົນໄກການຮັບເລື່ອງຮ້ອງຮຽນທີ່ປົກປິດຂໍ້ມູນ ແລະ ມີການຈັດການກັບພຶດຕິກຳເຫລົ່ານີ້ຢ່າງເຄັ່ງຮ້ອນ. ຄູບໍ່ໄດ້ມີໜ້າທີ່ສອນຢ່າງດຽວ, ແຕ່ຕ້ອງເປັນຜູ້ສັງເກດພຶດຕິກຳຂອງເດັກ. ຖ້າເດັກມີອາລົມປ່ຽນແປງ, ຊຶມເສົ້າ, ຮ່າງກາຍມີຮ່ອງຮອຍການຖືກທຳຮ້າຍ ຫລື ຜົນການຮຽນຕົກຢ່າງຜິດປົກກະຕິ, ຄູຕ້ອງເປັນດ່ານທຳອິດທີ່ຍື່ນມືເຂົ້າມາຊ່ວຍເຫລືອ ແລະ ປະສານງານກັບຜູ້ປົກຄອງທັນທີ.ຄວາມປອດໄພຂອງເດັກ ຄອບ ຄົວບໍ່ສາມາດເບິ່ງແຍງເດັກໄດ້ 24 ຊົ່ວໂມງ ແລະ ໂຮງຮຽນກໍບໍ່ສາມາດຮັບຮູ້ບັນຫາທີ່ເກີດຂຶ້ນຢູ່ເຮືອນໄດ້ ຖ້າບໍ່ມີການສື່ສານກັນ. ພໍ່ແມ່ ແລະ ຄູຕ້ອງມີການແລກປ່ຽນຂໍ້ມູນຂ່າວສານກັນຢ່າງສະໝ່ຳສະເໝີ (ຜ່ານກອງປະຊຸມຜູ້ປົກຄອງ, ເຄືອຂ່າຍແຊັດ ຫລື ການຢ້ຽມຢາມ). ເມື່ອທັງສອງຝ່າຍຮ່ວມມືກັນ, ຈຸດອ່ອນທີ່ຈະເຮັດໃຫ້ເດັກຕົກຢູ່ໃນຄວາມສ່ຽງຈະຫລຸດລົງ. ນອກຈາກນີ້, ໃນສັງຄົມ, ມັກມີຄ່ານິຍົມວ່າ ການສັ່ງສອນ ຫລື ການລ່ວງລະເມີດເດັກໃນເຮືອນອື່ນ ເປັນເລື່ອງສ່ວນຕົວ. ທັດສະນະຄະຕິນີ້ ຕ້ອງຖືກປ່ຽນໃໝ່ ໂດຍທຸກຄົນໃນຊຸມຊົນ (ເພື່ອນບ້ານ, ພະນັກງານ, ໂຮງຮຽນ, ເຈົ້າໜ້າທີ່) ຕ້ອງເປັນຫູ ເປັນຕາ, ຖ້າພົບເຫັນເດັກຖືກທຳຮ້າຍ ຫລື ຕົກຢູ່ໃນອັນຕະລາຍ, ການແຈ້ງເຫດ, ການຊ່ວຍເຫລືອຄືພັນທະຂອງໝົດທຸກຄົນ. ການປົກປ້ອງເດັກທີ່ຍືນຍົງບໍ່ແມ່ນການຕັ້ງກົດລະບຽບທີ່ເຂັ້ມງວດເທົ່ານັ້ນ, ແຕ່ແມ່ນການເຮັດໃຫ້ຄວາມປອດໄພຂອງເດັກ ເປັນຄ່ານິຍົມທີ່ທຸກຄົນໃນສັງຄົມຢຶດຖື ແລະ ປະຕິບັດຕາມໂດຍອັດຕະໂນມັດ.

ແນວໃດກໍຕາມ, ການປົກປ້ອງ ແລະ ຮັກສາຄວາມປອດໄພໃຫ້ເດັກ ເປັນວຽກງານທີ່ບໍ່ມີມື້ສິ້ນສຸດ ແລະ ບໍ່ແມ່ນພາລະໜ້າທີ່ຂອງໃຜຄົນໜຶ່ງ ຫລື ຝ່າຍໃດຝ່າຍໜຶ່ງໂດຍສະເພາະ. ຄອບຄົວຄື ຮາກຖານຂອງຄວາມອົບອຸ່ນ ແລະ ຄວາມປອດໄພທາງຈິດໃຈ; ໂຮງຮຽນ ຄືສະພາບແວດ ລ້ອມທີ່ສົ່ງເສີມການຮຽນຮູ້ຢ່າງອຸ່ນໃຈ ແລະ ສັງຄົມ ຄືເກາະປ້ອງກັນທີ່ຄຸ້ມຄອງຢູ່ທາງນອກ. ເມື່ອທຸກຝ່າຍຕ່າງຮັບຮູ້ບົດບາດ, ບໍ່ລະເລີຍຕໍ່ສິ່ງຜິດປົກກະຕິ ແລະ ຮ່ວມມືກັນຢ່າງແທ້ຈິງ, ເດັກນ້ອຍທຸກຄົນ ຈຶ່ງຈະສາມາດມີຊີວິດ, ເຕີບໃຫຍ່ ແລະ ພັດທະນາທັກສະຂອງຕົນເອງໄດ້ຢ່າງເຕັມສັກກະຍະພາບ ໃນສະພາບແວດລ້ອມທີ່ປອດໄພ.
ໂດຍ: ຢາຕົງ
KPL