6 ເດືອນຕົ້ນປີ ການຈັດຕັ້ງປະຕິບັດວຽກງານ ຂອງແຂວງຊຽງຂວາງມີຫລາຍດ້ານພົ້ນເດັ່ນ

02/08/2026 14:59
ຂປລ ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2026 ການຈັດຕັ້ງປະຕິບັດວຽກ ງານຂອງອົງການປົກຄອງແຂວງຊຽງຂວາງ ສາມາດບັນລຸຫລາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະໄດ້ສຸມໃສ່ການສົ່ງກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍຢ່າງຕັ້ງໜ້າ

ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2026 ການຈັດຕັ້ງປະຕິບັດວຽກ ງານຂອງອົງການປົກຄອງແຂວງຊຽງຂວາງ ສາມາດບັນລຸຫລາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະໄດ້ສຸມໃສ່ການສົ່ງກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍຢ່າງຕັ້ງໜ້າ ຕິດພັນກັບການພັດທະນາຊົນນະບົດຢ່າງມີຈຸດສຸມ, ສະກັດກັ້ນ ແລະ ຕ້ານທຸກການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ເຮັດໃຫ້ສາມາດຮັບປະກັນ ແລະ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ທ່ານ ຄຳວຽນ ສີຫານາດ ຫົວ ໜ້າຫ້ອງວ່າການແຂວງຊຽງຂວາງ ໄດ້ລາຍງານ ໃນກອງປະຊຸມຄະນະກຳມະການປົກຄອງແຂວງຊຽງຂວາງ ຄັ້ງທີ II ປີ 2026 ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ເສດຖະກິດມະຫາພາກ (GDP) ຂອງແຂວງ ຂະຫຍາຍຕົວຢູ່ໃນລະດັບ 5,8% ມີລາຍຮັບສະເລ່ຍ 1.214 ໂດລາສະຫະລັດຕໍ່ຄົນຕໍ່ປີ ໃນນັ້ນ, ຂະແໜງກະສິກໍາຂະຫຍາຍຕົວໃນລະດັບ 4,40%, ກວມ 33,56%; ຂະແໜງອຸດສາຫະກໍາ ຂະຫຍາຍຕົວສະເລ່ຍໃນລະດັບ 7,17%, ກວມ 35,03% ແລະ  ຂະແໜງບໍລິການ ຂະຫຍາຍຕົວ ສະເລ່ຍໃນລະດັບ 7,20%, ກວມ 31,41%. ດ້ານການຜະລິດ ແລະ ການສົ່ງອອກ ແຂວງສາມາດສົ່ງອອກຊາ 4.850 ກິໂລກຣາມ, ຂີງ 14 ໂຕນ, ແປ້ງມັນສະຄູ 77 ໂຕນ, ສັດໃຫຍ່ 429 ໂຕ ແລະ ນົມງົວດິບ (ນົມສົດ) 4.812.400 ກິໂລກຣາມ ຊຶ່ງເປັການສ້າງລາຍຮັບ ແລະ ຂັບເຄື່ອນການເຕີບໂຕຂອງເສດຖະກິດແຂວງ. 
ທ່ານ ຄຳວຽນ ສີຫານາດ ໃຫ້ຮູ້ຕື່ມວ່າ: ສຳລັບການກວດກາຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ຊາວຕ່າງປະເທດທີ່ເຂົ້າມາພັກອາໄສ ແລະ ດຳເນີນທຸລະກິດຄ້າ-ຂາຍ ຢູ່ໃນແຂວງຊຽງຂວາງ ໄດ້ 1.227 ຄົນ, ຍິງ 247 ຄົນ, ມີ 17 ສັນຊາດ, ຫລາຍກວ່າໝູ່ແມ່ນສັນຊາດຈີນ (672 ຄົນ). ພ້ອມກັນນັ້ນ ໄດ້ສືບສວນ ແລະ ແກ້ໄຂຄະດີຕ່າງໆ ຊຶ່ງທົ່ວແຂວງມີຄະດີເກີດຂຶ້ນ 244 ເລື່ອງ, ກັກຕົວ 80 ຄົນ, ຍິງ 11 ຄົນ, ຄົນຕ່າງປະເທດ 20 ຄົນ, ຄະດີອາຍາ 55 ເລື່ອງ, ກັກຜູ້ຕ້ອງຫາ 24 ຄົນ, ຍິງ 1 ຄົນ, ຄະດີຄ້າມະນຸດ 12 ເລື່ອງ, ຄະດີລັກຊັບພົນລະເມືອງ 28 ເລື່ອງ ມີຜົນເສຍຫາຍ ຄື ລົດຈັກ 23 ຄັນ, ຄະດີເສດຖະກິດ 69 ເລື່ອງ ມູນຄ່າເສຍຫາຍ 7,54 ຕື້ກວ່າກີບ.  ພ້ອມນີ້, ຍັງມີອັກຄີໄພເກີດຂຶ້ນ 8 ຄັ້ງ ລວມມູນຄ່າເສຍຫາຍປະມານ 339 ລ້ານກີບ, ອຸບັດເຫດຕາມທ້ອງຖະໜົນຫລວງ 69 ຄັ້ງ, ພາຫະນະເປ່ເພ 79 ຄັນ, ບຸກຄົນໄດ້ຮັບບາດເຈັບ 86 ຄົນ, ເສຍຊີວິດ 14 ຄົນ, ລວມມູນຄ່າເສຍຫາຍປະມານ 1,97 ຕື້ກວ່າກີບ. ນອກຈາກນີ້, ຍັງມີປະຊາ ຊົນລັກລອບຂຸດຄົ້ນແຮ່ຄຳຊະຊາຍຖືກດິນຍຸບທັບຢູ່ຈຸດ 8 ພູແຮ້ ແລະ ບ່ອນອື່ນໆ ເສຍຊີວິດ 2 ຄົນ, ບາດເຈັບ 4 ຄົນ ແລະ ຍັງມີຫລາຍຈຸດທີ່ບໍ່ໄດ້ຮັບການລາຍງານ ແລະ ປິດບັງຕໍ່ເຈົ້າໜ້າທີ່.
ສ່ວນຄະດີແກ້ໄຂຢາເສບຕິດ ສາມາດມ້າງຄະດີຊື້-ຂາຍຢາເສບ ຕິດ ໄດ້ 39 ລາຍ, ກັກຕົວຜູ້ຖືກຫາໄດ້ 52 ຄົນ, ຍິງ 10 ຄົນ ໃນນັ້ນ, ຄົນຕ່າງປະເທດ 1 ຄົນ ຢຶດຂອງກາງປະເພດຢາບ້າໄດ້ 136.820 ເມັດ, ເຮໂລອິນ 49 ຫໍ່, ໜັກ 3.935 ກຣາມ, ຄໍລາເຈນ 6 ຊອງ.

ໂດຍ: ບຸນມີ ແສງທຸມມີ

KPL

ຂ່າວອື່ນໆ

ads
ads

Top