ຂປລ
ຂປລ. ແຂວງຫລວງນ້ຳທາ ໄດ້ຕົກລົງຮັບຮອງເອົາສັດປະເພດ “ນົກຂວາ” ເປັນສັດປະຈຳແຂວງ ເພື່ອເປັນສັນຍະລັກທີ່ສະແດງເຖິງຄວາມອຸດົມສົມບູນຂອງຊີວະນາໆພັນ ແລະ ລະບົບນິເວດ ພ້ອມທັງຊຸກຍູ້ການອະນຸລັກສັດປ່າ ແລະ ການທ່ອງທ່ຽວແບບອະນຸລັກຂອງແຂວງ.

ຂປລ. ແຂວງຫລວງນ້ຳທາ ໄດ້ຕົກລົງຮັບຮອງເອົາສັດປະເພດ “ນົກຂວາ” ເປັນສັດປະຈຳແຂວງ ເພື່ອເປັນສັນຍະລັກທີ່ສະແດງເຖິງຄວາມອຸດົມສົມບູນຂອງຊີວະນາໆພັນ ແລະ ລະບົບນິເວດ ພ້ອມທັງຊຸກຍູ້ການອະນຸລັກສັດປ່າ ແລະ ການທ່ອງທ່ຽວແບບອະນຸລັກຂອງແຂວງ.
ການຮັບຮອງດັ່ງກ່າວ ມີຂຶ້ນໃນກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບການພັດທະນາ, ຄຸ້ມຄອງ ແລະ ການຂະຫຍາຍແຜນແມ່ບົດວ່າດ້ວຍນົກຂວາ ສັດປະຈໍາແຂວງຫລວງນໍ້າທາ ເມື່ອມໍ່ໆມານີ້ ທີ່ເມືອງຫລວງນໍ້າທາ ໂດຍມີ ທ່ານ ຄໍາຜາຍ ອຸແປງວົງ ຮອງປະທານຄະນະກໍາມະການປົກຄອງເມືອງຫລວງນ້ຳທາ, ທ່ານ ວຽງຄໍາ ໄຊຍະວົງ ຮອງຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫລວງນ້ຳທາ ພ້ອມດ້ວຍຫ້ອງການ, 2 ກອງບັນຊາການ ປກຊ-ປກສ, ຄະນະກໍາມະການປົກຄອງຕາແສງ, ຫົວໜ່ວຍທຸລະກິດ, ພະນັກງານ-ລັດຖະກອນອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ນົກຂວາ ເປັນສັດປ່າທີ່ພົບເຫັນຢູ່ໃນເຂດປ່າສະຫງວນຂອງບ້ານ, ເມືອງ, ແຂວງ ແລະ ປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງລັກສະນະຂອງນົກຂວາໂຕຜູ້ ມີໃບໜ້າສີແດງເຂັ້ມ, ປາກສີຂາວ, ຕາສີດຳ ແລະ ມີຂົນຫອນສີດຳຍາວ. ສ່ວນນົກຂວາໂຕແມ່ ໃບໜ້າມີສີແດງເລັກນ້ອຍ, ມີປາກສີເທົາ, ຕາສີດໍາ ແລະ ຫົວມີຂົນຫອນເປັນສີດຳຍາວໄປທາງຫລັງ. ການກຳນົດໃຫ້ນົກຂວາເປັນສັດປະຈຳແຂວງມີເປົ້າໝາຍເພື່ອເປັນສັນຍະລັກສັດປະຈຳແຂວງ, ສ້າງເປັນອະນຸສອນສະຖານຢູ່ບັນດາສະຖານທີ່ສຳຄັນ ແລະ ແຫລ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງ ເພື່ອເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ແບບອະນຸລັກປະຊາຊົນມີສ່ວນຮ່ວມ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ, ສ້າງເປັນເຄື່ອງໝາຍການຄ້າ ຫລື (ໂລໂກ) ໃຫ້ແກ່ຜະລິດຕະພັນ, ສິນຄ້າ ແລະ ການບໍລິການຂອງແຂວງ, ໃຊ້ເປັນເຄື່ອງໝາຍ (ໂລໂກ) ຕ່າງໆຂອງອົງການຈັດຕັ້ງພາກລັດ, ພາກເອກະຊົນ, ສ້າງເປັນເຄື່ອງທີ່ລະນຶກ ເພື່ອຈຳໜ່າຍໃຫ້ແກ່ນັກທ່ອງທ່ຽວ ແລະ ອື່ນໆ. ທັງນີ້ກໍເພື່ອເປັນການເອກອ້າງເຖິງຄວາມອຸດົມສົມບູນ ທາງດ້ານຊີວະນາໆພັນ ແລະ ລະບົບນິເວດວິທະຍາ ຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວນັບມື້ນັບຫລາຍຂຶ້ນ ເພື່ອສົ່ງເສີມໃຫ້ມີການອະນຸລັກ ແລະ ການຂະຫຍາຍພັນຂອງປະຊາກອນນົກຂວາ ໃຫ້ມີປະລິມານເພີ່ມຂຶ້ນ ລວມທັງພື້ນທີ່ອາໄສຂອງນົກຂວາໃຫ້ມີຄວາມຍືນຍົງ.
ສະນັ້ນ, ເພື່ອເປັນການປົກປັກຮັກສາສັດດັ່ງກ່າວ ທາງແຂວງຈະໄດ້ອອກມາດຕະການ ເພື່ອຄຸ້ມຄອງ ແລະ ປົກປັກຮັກສາສັດປະຈໍາແຂວງ (ນົກຂວາ) ຢ່າງເຂັ້ມງວດ, ພ້ອມທັງມີມາດຕະການ ຕໍ່ຜູ້ລະເມີດບຸກຄົນ, ນິຕິບຸກຄົນ ກໍຄື: ການລ່າ ຫລື ຊື້-ຂາຍ, ມີໄວ້ຄອບຄອງ, ເຂົ້າໄປລ່າສັດເຂດປ່າສະຫງວນຫວງຫ້າມ, ການໃຊ້ກັບດັກ, ແຮ້ວ ແລະ ເຄື່ອງມືລ່າສັດຕ່າງໆແບບດັບສູນ, ຖ້າຫາກພົບເຫັນທ່ານໃດລະເມີດ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ຮັບຜິດຊອບທາງແພ່ງ ຫລື ທາງອາຍາ ຕາມແຕ່ລະກໍລະນີ.
KPL