ຂປລ
ຂປລ. ຜົນການປະກວດນາງສາວຜ້າໄໝລາວ ປະຈຳປີ 2026 ໄດ້ສິ້ນສຸດລົງຢ່າງຈົບງາມ, ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມປະທັບໃຈ ແລະ ຄວາມງົດງາມຂອງຜ້າໃໝລາວ. ການປະກວດດັ່ງກ່າວຈັດຂຶ້ນເພື່ອຄົ້ນຫາສາວງາມຕົວແທນແມ່ຍິງລາວ ທີ່ມີຄວາມພ້ອມທາງດ້ານບຸກຄະລິກ, ໜ້າຕາ, ຄວາມຮູ້, ຄວາມສາມາດ ແລະ ມັກໃນຜ້າໄໝລາວ

ຂປລ. ຜົນການປະກວດນາງສາວຜ້າໄໝລາວ ປະຈຳປີ 2026 ໄດ້ສິ້ນສຸດລົງຢ່າງຈົບງາມ, ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມປະທັບໃຈ ແລະ ຄວາມງົດງາມຂອງຜ້າໃໝລາວ. ການປະກວດດັ່ງກ່າວຈັດຂຶ້ນເພື່ອຄົ້ນຫາສາວງາມຕົວແທນແມ່ຍິງລາວ ທີ່ມີຄວາມພ້ອມທາງດ້ານບຸກຄະລິກ, ໜ້າຕາ, ຄວາມຮູ້, ຄວາມສາມາດ ແລະ ມັກໃນຜ້າໄໝລາວ ເພື່ອເປັນການຊຸກຍູ້ສົ່ງເສີມວັດທະນະທໍາອັນລໍ່າຄ່າຂອງແມ່ຍິງລາວໃຫ້ຄຽງຄູ່ກັບວັດທະນະທໍາລາວຕະຫລອດໄປ.
ໂດຍ ປີນີ້ສາວງາມຜູ້ທີ່ມີສະເໜ່, ຄວາມງາມ, ທັດສະນະຄະຕິ ແລະ ຄວາມສະຫງ່າງາມໃນຊຸດຜ້າໄໝລາວ ຈົນຄວ້າຕຳແໜ່ງ “ນາງ ສາວຜ້າໄໝປະຈຳປີ 2026” ໄປຄອງ ໄດ້ແກ່ “ນາງ ແກ້ວລັດດາ ເພັດຊົມພູ” ຕົວແທນສາວງາມຈາກແຂວງຈຳປາສັກ ບອກເລີຍ ທັງງາມ ແລະ ເກັ່ງ. ສໍາລັບຮອງອັນດັບ 1 ແມ່ນ :
MPL04 ນາງ ລັດຕະນາ ພອນວິຊຽນ ຈາກແຂວງອຸດົມໄຊ, ຮອງອັນດັບ 2 ແມ່ນ: MPL01 ນາງ ສຸວັນນີ ເອີນທະວັນ ຈາກແຂວງຊຽງຂວາງ, ຮອງອັນດັບ 3 ແມ່ນ : MPL17 ນາງ ທິດາຄິມ ຄືນທະວົງ ຈາກແຂວງໄຊຍະບູລີ, ຮອງອັນດັບ 4 ແມ່ນ: MPL13 ນາງ ພອຍໄພລີນ ທະວີໄຊ ຈາກແຂວງສະຫວັນນະເຂດ. ຖືເປັນອີກໜຶ່ງຄ່ຳຄືນທີ່ເຕັມໄປດ້ວຍຄວາມພາກພູມໃຈ, ຄວາມງາມຂອງຜ້າໄໝລາວ ແລະ ມິດຕະພາບອັນອົບອຸ່ນຂອງສາວງາມຈາກທຸກໆແຂວງທົ່ວປະເທດຢ່າງແທ້ຈິງ.
ນາງ ແກ້ວລັດດາ ເພັດຊົມພູ ສາວຜ້າໄໝລາວ 2026 ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ຮັບຕໍາແໜ່ງນີ້ ຮູ້ສຶກພູມໃຈ ແລະ ດີໃຈຫລາຍທີ່ໄດ້ຮັບຕຳແໜ່ງອັນຊົງກຽດນີ້ ເພາະກວ່າຈະມາຮອດຈຸດນີ້ໄດ້ຕ້ອງກ້າວຂ້າມຜ່ານຄວາມຢ້ານຂອງຕົນເອງ ແລະ ພະຍາຍາມຝຶກຝົນຕົນເອງບໍ່ວ່າຈະເປັນກິລິຍາທ່າທາງ, ບຸກຄະລິກ, ການເວົ້າຈາ ແລະ ວັດທະນະທໍາລາວ ເພື່ອຄວາມພ້ອມທີ່ຈະເປັນໂຕແທນແມ່ຍິງລາວ ໃນການເຜີຍແຜ່ ສິລະປະ, ວັດທະນະທໍາ ການນຸ່ງຖືຂອງແມ່ຍິງລາວ ໃຫ້ສັງຄົມໄດ້ຮັບຮູ້ຫລາຍຂຶ້ນ. ແຕ່ມາຮອດປັດຈຸບັນ, ຕົນເອງໄດ້ຮັບຕໍາແໜ່ງອັນຊົງກຽດນ້ີແລ້ວຖືວ່າ ຄວາມຝັນໄດ້ສໍາເລັດໄປເຄີ່ງໜຶ່ງແລ້ວ. ສະນັ້ນ, ຕໍ່ໄປຈະພະຍາຍາມພັດທະນາຕົນເອງຕື່ມໃນທຸກໆດ້ານເພື່ອໃຫ້ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຊີວິດໃນອະນາຄົດ.
ສຸດທ້າຍນີ້ ຂໍຂອບໃຈ ຄອບຄົວ, ຄູຝຶກ, ຄະນະຜູ້ຈັດການປະກວດ ແລະ ທຸກໆການສະໜັບສະໜູນ, ໃຫ້ກຳລັງ, ຄຳປຶກສາທີ່ດີ ຕະຫລອດມາ ຈົນເຮັດໃຫ້ຕົນເອງມີມື້ນີ້. ອີກຢ່າງໜຶ່ງ ຂໍຂອບໃຈໂຄງການປະກວດນາງສາວຜ້າໄໝລາວ ທີ່ເປີດໂອກາດໃຫ້ຕົນເອງ ໄດ້ສະແດງສັກກາຍະພາບ, ຄວາມສາມາດ ຈົນກາຍເປັນໜຶ່ງໃນຜູ້ທີ່ສືບສານວັດທະນະທໍາການນຸ່ງຖືຂອງແມ່ຍິງລາວ ໃຫ້ມີຄວາມຍືນຍົງຕະຫລອດໄປ.
KPL