ຂປລ
ສັບປະດາແລກປ່ຽນການສຶກສາຈີນ-ອາຊຽນ 2026 ໄດ້ໄຂຂຶ້ນຢູ່ເຂດພັດທະນາໃໝ່ ກຸ້ຍອ່ານແຂວງກຸ້ຍໂຈ່ວຂອງ ສປ ຈີນ ເມື່ອບໍ່ດົນມານີ້.ໃນພິທີດັ່ງກ່າວ,ໄດ້ມີການເປີດຕົວ ໂຄງການຮ່ວມມືທີ່ສຳຄັນຫລາຍໂຄງການ ຢ່າງເປັນທາງການ

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ສັບປະດາແລກປ່ຽນການສຶກສາຈີນ-ອາຊຽນ 2026 ໄດ້ໄຂຂຶ້ນຢູ່ເຂດພັດທະນາໃໝ່ ກຸ້ຍອ່ານແຂວງກຸ້ຍໂຈ່ວຂອງ ສປ ຈີນ ເມື່ອບໍ່ດົນມານີ້.ໃນພິທີດັ່ງກ່າວ,ໄດ້ມີການເປີດຕົວ ໂຄງການຮ່ວມມືທີ່ສຳຄັນຫລາຍໂຄງການ ຢ່າງເປັນທາງການ,ໃນນັ້ນ ລວມເຖິງໂຄງການເສີມສ້າງ ຄວາມສາມາດ ດ້ານການສຶກສາອັດສະລິຍະຈີນ-ອາຊຽນ,ເປີດປ້າຍ ແລະ ເລີ່ມດຳເນີນງານຂອງສູນສ້າງຂີດຄວາມສາມາດດ້ານດິຈີຕອນ ທາງການສຶກສາ ວິຊາຊີບຈີນ-ອາຊຽນ,ສ້າງຕັ້ງສະຖາບັນການປະດິດສ້າງ ແລະ ສ້າງທຸລະກິດຈີນ-ອາຊຽນ. ທ່ານ ເຢີນໂຢວຊຸນ ຮອງລັດຖະມົນຕີກະຊວງການສຶກສາຈີນ ກ່າວວ່າ: ສປ ຈີນ ແລະ ອາຊຽນ ຄວນຍຶດຖືທັດສະນະຄະຕິທີ່ “ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ,ບົ່ມເພາະຮ່ວມກັນ ແລະ ປະດິດສ້າງຮ່ວມກັນ” ເພື່ອບັນລຸ“ການຊົມໃຊ້ຮ່ວມກັນ”,ລົງເລິກການຮ່ວມມື ທີ່ແທ້ຈິງດ້ານການສຶກສາ ຢ່າງຕໍ່ເນື່ອງ,ເຮັດໃຫ້ໝາກຜົນຂອງການຮ່ວມມື ສາມາດສ້າງຜົນປະໂຫຍດໃຫ້ແກ່ ປະຊາຊົນທຸກປະເທດແລະ ເປັນກຳລັງຂັບເຄື່ອນ ໃຫ້ແກ່ ການພັດທະນາ ພາກພື້ນໃນໄລຍະຍາວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL