ໂອຕຣິດ-ໂປໂລຍ ເລັ່ງຄຸ້ມຄອງສື່ສັງຄົມອອນໄລສຳລັບເດັກ

01/08/2026 12:40
ຂປລ ໂອ​ຕຣິດ ຫ້​າມເດັກ​ນ້ອຍ ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 14 ປີ ​ນຳ​ໃຊ້​ບັນ​ດາ​ແພຣດ​ຟອມ​ສື່​ສັງ​ຄົມ​ອອນ​ໄລ ແລະ ບັງ​ຄັບ​ໃຫ້​ຢັ້ງ​ຢືນ​ອາ​ຍຸ ​ເມື່ອ​ເຂົ້າ​ບັນ​ດາ​ເວັບ​ໄຊ ​ທີ່​ມີ​ເນື້ອ​ໃນ​ສຳ​ລັບ​ຜູ້​ໃຫຍ່. ຫລັງຈາກ ລັດ​ຖະ​ບານ ໂອ​ຕຣິດ ຫາ​ກໍ​ຮັບ​ຮອງ​ເອົາ ​ຮ່າງ​ກົດ​ໝາຍ ​ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ ການ​ປົກ​ປ້ອງ​ເດັກ​ໃນ​ສື່​ສັງ​ຄົມ​ອອນ​ໄລ

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ໂອ​ຕຣິດ ຫ້​າມເດັກ​ນ້ອຍ ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 14 ປີ ​ນຳ​ໃຊ້​ບັນ​ດາ​ແພຣດ​ຟອມ​ສື່​ສັງ​ຄົມ​ອອນ​ໄລ ແລະ ບັງ​ຄັບ​ໃຫ້​ຢັ້ງ​ຢືນ​ອາ​ຍຸ ​ເມື່ອ​ເຂົ້າ​ບັນ​ດາ​ເວັບ​ໄຊ ​ທີ່​ມີ​ເນື້ອ​ໃນ​ສຳ​ລັບ​ຜູ້​ໃຫຍ່. ຫລັງຈາກ ລັດ​ຖະ​ບານ ໂອ​ຕຣິດ ຫາ​ກໍ​ຮັບ​ຮອງ​ເອົາ ​ຮ່າງ​ກົດ​ໝາຍ ​ວ່າ​ດ້ວຍ​ການ​ເພີ່ມ​ທະ​ວີ​ ການ​ປົກ​ປ້ອງ​ເດັກ​ໃນ​ສື່​ສັງ​ຄົມ​ອອນ​ໄລ, ຕາມ​ນັ້ນ​ແລ້ວ, ຫ້​າມເດັກ​ນ້ອຍ ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 14 ປີ ​ນຳ​ໃຊ້​ບັນ​ດາ​ແພຣດ​ຟອມ​ ສື່​ສັງ​ຄົມ​ອອນ​ໄລ ແລະ ບັງ​ຄັບ​ໃຫ້​ຢັ້ງ​ຢືນ​ອາ​ຍຸ​ເມື່ອ​ເຂົ້າ​ບັນ​ດາ​ເວັບ​ໄຊ ​ທີ່​ມີ​ເນື້ອ​ໃນ​ສຳ​ລັບ​ຜູ້​ໃຫຍ່. ຕາມ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ, ບັນ​ດາ​ພື້ນ​ຖານ ​ສື່​ສັງ​ຄົມ​ອອນ​ໄລ ຈະ​ມີ​ໄລ​ຍະ​ສົ່ງ​ຕໍ່​ແກ່​ຍາວ ​ຮອດ​ວັນ​ທີ 1 ເມ​ສາ 2027. ໃນ​ໄລ​ຍະ​ນີ້, ບັນ​ດາ​ບໍ​ລິ​ສັດ ​ຕ້ອງ​ຍົກ​ເລີ​ກ​ຄຸນ​ລັກ​ສະ​ນະ​ ກະ​ຕຸ້ນ​ໃຫ້​ຕິດ ຫລື ນຳ​ໃຊ້​ມາດ​ຕະ​ການ​ເຕັກ​ນິກ ​ເພື່ອ​ຈຳ​ກັດ​ບໍ່​ໃຫ້​ເດັກ ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 14 ປີ​ເຂົ້າ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ໄດ້. ບັນ​ດາ​ບໍ​ລິ​ສັດ​ລະ​ເມີດ ອາດ​ຈະ​ປະ​ເຊີນ​ໜ້າ​ກັບ ​ການ​ປັບ​ໄໝ​ລົງ​ໂທດ ​ຂຶ້ນ​ເຖິງ 6% ​ຂອງລາຍ​ຮັບ​ທັງ​ປີ​ໃນ​ທົ່ວ​ໂລກ. ສ່ວນ​ຢູ່ ໂປ​ໂລຍ, ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ ຄາໂຣນ ນາວຣັອກກີ(Karol Nawrocki) ກໍ​ໄດ້​ລົງ​ລາຍ​ເຊັນ ​ປະ​ກາດ​ໃຊ້​ກົດ​ໝາຍ​ຫ້າມ​ເດັກ​ນ້ອຍ ​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື​ ໃນ​ໂຮງ​ຮຽນ​ປະ​ຖົມ ແລະ ອະ​ນຸ​ບານ ພາຍຫລັງ ທີ່​ສະ​ພາ​ແຫ່ງ​ຊາດ ​ປະ​ເທດ​ນີ້​ ໄດ້ຮັບ​ຮອງ​ເອົາ ​ເມື່ອ​ຕົ້ນ​ເດືອນ​ຜ່ານ​ມາ. ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ດັ່ງ​ກ່າວ​ ຈະ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 1 ກັນ​ຍາ ເປັນ​ຕົ້ນ​ໄປ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top