ຂປລ
ກອງປະຊຸມ ການຕ່າງປະເທດຄັ້ງທີ 33 ຈັດຂຶ້ນຢູ່ຮ່າໂນ້ຍ. ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: “ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນສະພາບການທີ່ພິເສດທີ່ສຸດ.

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ວັນທີ 1 ສິງຫາ, ກອງປະຊຸມ ການຕ່າງປະເທດຄັ້ງທີ 33 ຈັດຂຶ້ນຢູ່ຮ່າໂນ້ຍ. ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: “ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນສະພາບການທີ່ພິເສດທີ່ສຸດ. ນີ້ແມ່ນກອງປະຊຸມການຕ່າງປະເທດຄັ້ງທຳອິດ ທີ່ໄດ້ຈັດຂຶ້ນພາຍຫລັງຜົນສຳເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ສສ ຫວຽດນາມ ຫາກໍ່ຈັດຕັ້ງສຳເລັດການເລືອກຕັ້ງ ສະມາຊິກສະພາ ແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ. ສິ່ງພິເສດທີ່ສຸດແມ່ນ, ນີ້ແມ່ນກອງປະຊຸມການຕ່າງປະເທດ ຄັ້ງທຳອິດ ໃນສັງກາດໃໝ່ ທີ່ໄດ້ຮັບການກຳນົດ ໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ດ້ວຍບັນດາເປົ້າໝາຍພັດທະນາ ມຸ່ງໄປເຖິງປີ 2030 ແລະ 2045, ໂດຍສະເພາະ ແມ່ນສະພາບການກອງປະຊຸມສູນກາງພັກຄັ້ງທີ 3 ຫາກໍ່ປະຊຸມ ແລະ ຮັບຮອງເອົາມະຕິ ວ່າດ້ວຍຮູບແບບ ພັດທະນາໃໝ່. ລັກສະນະພິເສດ ທີສອງແມ່ນ ກອງປະຊຸມຖືກຈັດຂຶ້ນ ພາຍຫລັງ ທີ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປັນຄັ້ງທຳອິດວ່າ ການພົວພັນຕ່າງປະເທດ ແລະ ເຊື່ອມໂຍງສາກົນ ແມ່ນໜ້າທີ່ສຳຄັນ ແລະ ເປັນປະຈຳ”.ກອງປະຊຸມການຕ່າງປະເທດຄັ້ງນີ້ ໄດ້ວາງອອກເປົ້າໝາຍ ກ່ອນອື່ນໝົດ ແມ່ນຕ້ອງເຊື່ອມຊຶມ ແລະ ຍົກສູງສະຕິຄວາມຮັບຮູ້ກ່ຽວກັບ ສະພາບການໃໝ່ ແລະ ໜ້າທີ່ໃໝ່. ຈາກນັ້ນ, ມີຈິນຕະນາການໃໝ່ ແລະ ວິທີເຮັດໃໝ່ ເພື່ອຮັບໃຊ້ບັນດາໜ້າທີ່ໃໝ່ອ່ຽມທີ່ສຸດ, ສະຫງ່າລາສີທີ່ສຸດ ແຕ່ກໍໜັກໜ່ວງທີ່ສຸດ ສຳລັບ ຂະແໜງ ການຕ່າງປະເທດໃນໄລຍະຈະມາເຖິງ, ໃນການປະສານສົມທົບ ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ພາຍໃຕ້ການນຳພາ ແລະ ການບໍລິຫານຂອງພັກ ແລະ ລັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL