ຮອງນາຍົກລັດຖະມົນຕີ ຊີ້ນຳກອງປະຊຸມຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ 4 ແຂວງພາກໃຕ້

27/07/2026 12:52
ຂປລ ກອງປະຊຸມຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ການສ້າງແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ເພື່ອເຊື່ອມຈອດເສດຖະກິດກັບປະເທດໃກ້ຄຽງ ແລະ ພາກພື້ນ ຈັດຂຶ້ນໃນວັນທີ 23 ກໍລະກົດ 2026 ຢູ່ ແຂວງຈຳປາສັກ.

      ຂປລ.  ພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ, ເລຂາພັກແຂວງ-ຮອງເລຂາພັກແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື) ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

      ກອງປະຊຸມໄດ້ຮັບຟັງລາຍງານການສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນ ທ້າຍປີ 2026 ແລະ ຄວາມຄືບໜ້າໃນການສ້າງແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ເພື່ອເຊື່ອມຈອດເສດຖະກິດກັບປະເທດໃກ້ຄຽງ ແລະ ພາກພື້ນ. ຫລັງຈາກຕິດຕັ້ງປ້າຍຫ້ອງການ ແລະ ສະ ໜອງອຸປະກອນຮັບໃຊ້ການບໍລິການຜ່ານປະຕູດຽວ ເພື່ອຮັບປະກັນໃຫ້ການບໍລິການປະຊາຊົນ ແລະ ການຄຸ້ມຄອງບໍລິຫານວຽກງານມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງ.

      ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນ ການປະກາດສ້າງຕັ້ງຕາແສງຕຸ້ມລານ ຢ່າງເປັນທາງການ, ພ້ອມທັງເນ້ັນໃຫ້ເອົາໃຈໃສ່ຕ່ໍວຽກງານຈຸດສຸມຈຳນວນໜຶ່ງ ເປັນຕົ້ນ ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ເອົາໃຈໃສ່ໂຄສະນາສຶກສາອົບຮົມປະຊາຊົນ ໃຫ້ມີສະຕິລະວັງຕົວ ຕໍ່ກົນອຸບາຍຕ່າງໆຂອງກຸ່ມຄົນບໍ່ດີ; ເຂັ້ມງວດສະກັດກັ້ນການລັກລອບຕັດໄມ້, ທຳລາຍປ່າ ແລະ ການລັກລອບ ຂຸດຄົ້ນແຮ່ທາດຜິດກົດໝາຍ; ຕິດຕາມສະພາບດິນຟ້າອາກາດ, ເຝົ້າລະວັງໄພທຳມະຊາດ ທີ່ອາດເກີດຂຶ້ນຢ່າງໃກ້ຊິດ ໂດຍໃຫ້ມີການກະກຽມຄວາມພ້ອມຊ່ວຍເຫລືອປະຊາຊົນ ໃນກໍລະນີເກີດເຫດຢ່າງທັນການ; ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນຂອງເດັກນ້ອຍ, ຈັດສັນຄູສອນໃຫ້ພຽງພໍ, ລະດົມເດັກໃນເກນອາຍຸ ໄດ້ເຂົ້າຮຽນຢ່າງທົ່ວເຖິງ, ທັງຍົກລະດັບການບໍລິການດ້ານສາທາລະນະສຸກໃຫ້ນັບມື້ດີຂຶ້ນ; ຕິດຕັ້ງລະບົບໂທລະໂຄ່ງປະຈຳຕາແສງ ໃຫ້ສາມາດນຳ ໃຊ້ໂຄສະນາ-ປະຊາສຳພັນຢ່າງມີປະສິດທິພາບ; ສຸມໃສ່ຊຸກຍູ້ສົ່ງເສີມການປູກຝັງ-ລ້ຽງສັດຕາມທ່າແຮງຂອງທ້ອງຖິ່ນ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ຫລຸດລົງເປັນກ້າວໆ, ພ້ອມທັງຈັດສັນທີ່ຢູ່ອາໄສຂອງປະຊາຊົນ ໃຫ້ເປັນລະບຽບຮຽບຮ້ອຍ, ລວມກັນຢູ່ເປັນກຸ່ມ ເພື່ອສະດວກຕໍ່ການພັດທະນາພື້ນຖານໂຄງລ່າງຕ່າງໆ; ຮັດແໜ້ນຄວາມສາມັກຄີພາຍໃນ ແລະ ຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບຸກຄະລາກອນຕາແສງ.

      ໃນຕອນທ້າຍ, ທ່ານນາຍົກ ລັດຖະມົນຕີ ໄດ້ມອບທຶນຈຳນວນໜຶ່ງໃຫ້ແກ່ເມືອງ ແລະ ຕາແສງດັ່ງກ່າວ. ຫລັງຈາກນັ້ນ, ໄດ້ສືບຕໍ່ເດີນທາງຢ້ຽມຢາມກຸ່ມຫັດຖະກຳຕ່ຳແຜ່ນແພຂອງເຜົ່າກະຕາງ ແລະ ໄປຕິດຕາມກວດກາເບິ່ງເສັ້ນທາງ- ຂົວສຸພານຸວົງ ຊຶ່ງເປັນເສັ້ນທາງຍຸດທະສາດຂອງເມືອງຕຸ້ມລານ ຫາ ເທສະບານແຂວງສາລະວັນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top