ຂປລ
ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2026, ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ ໄດ້ມີການພັດທະນາຢ່າງແຂງແຮງ ທາງດ້ານການທ່ອງທ່ຽວ, ເສດຖະກິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດ ທະນາພື້ນຖານໂຄງລ່າງ ເຮັດໃຫ້ຄຸນນະພາບຊີວິດຂອງປະຊາຊົນດີຂຶ້ນເປັນລຳດັບ.

ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2026, ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ ໄດ້ມີການພັດທະນາຢ່າງແຂງແຮງ ທາງດ້ານການທ່ອງທ່ຽວ, ເສດຖະກິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດ ທະນາພື້ນຖານໂຄງລ່າງ ເຮັດໃຫ້ຄຸນນະພາບຊີວິດຂອງປະຊາຊົນດີຂຶ້ນເປັນລຳດັບ.
ທ່ານ ຈັນສະໝອນ ໄຊປະເສີດ ປະທານຄະນະກຳມະການປົກຄອງຕາແສງກະດັນ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026, ຕາແສງກະດັນ ສາມາດຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 91.007 ຄົນ ໃນນັ້ນ, ເປັນນັກທ່ອງທ່ຽວຕ່າງປະເທດເຖິງ 49.897 ຄົນ ແລະ ນັກທ່ອງທ່ຽວພາຍໃນ 40.110 ຄົນ. ປັດໄຈສຳຄັນທີ່ດຶງດູດນັກທ່ອງທ່ຽວ ຄື ການມີແຫລ່ງທ່ອງທ່ຽວທຳມະຊາດ ທີ່ສຳຄັນລະດັບຊາດ ເຊັ່ນ: ນ້ຳຕົກຕາດຄອນພະເພັງ, ສະຖານທີ່ກາບໄຫວ້ຕົ້ນໄມ້ມະນີໂຄດ, ນ້ຳຕົກຕາດສົມພະມິດ ເຫລົ່ານີ້ເປັນຕົ້ນ ຊຶ່ງລ້ວນແຕ່ເປັນຈຸດໝາຍປາຍທາງທີ່ສຳຄັນຂອງນັກທ່ອງທ່ຽວ.
ສຳລັບການພັດທະນາເສດຖະ ກິດ ແລະ ການຜະລິດສາມາດເກັບ ກ່ຽວເຂົ້ານາແຊງໄດ້ 16.945 ໂຕນ ໃນເນື້ອທີ່ 3.389 ເຮັກຕາ ແລະ ສາມາດປັກດຳເຂົ້ານາປີໄດ້ 79% ຂອງແຜນການ; ມີຟາມລ້ຽງສັດ, ມີຄອບຄົວຕົວແບບໃນການລ້ຽງປາ, ຄອບຄົວຜະລິດເສັ້ນເຝີ-ເຂົ້າປຸ້ນ-ເຂົ້າປຽກ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງ (SME) ທີ່ເຂັ້ມແຂງ ໂດຍສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 296 ລ້ານກວ່າກີບ (ເທົ່າກັບ 79% ຂອງແຜນການ); ສ່ວນພື້ນຖານໂຄງລ່າງ ແລະ ໄຟຟ້າ: ເຂດຕາແສງກະດັນປະກອບມີ 23 ບ້ານ, ມີ 4.255 ຄອບຄົວ, ປະຊາກອນ 26.399 ຄົນ. ປັດຈຸບັນ, ປະຊາຊົນທຸກບ້ານ (100%) ມີໄຟຟ້າໃຊ້ຢ່າງທົ່ວເຖິງ ອັນເປັນພື້ນຖານສຳຄັນສຳລັບການພັດທະນາເສດຖະກິດ ແລະ ຍົກລະດັບຄຸນນະພາບຊີວິດ.
ທ່ານ ຈັນສະໝອນ ໄຊປະເສີດ ໃຫ້ຮູ້ຕື່ມວ່າ: ສ່ວນວຽກງານປ້ອງກັນຄວາມສະຫງົບໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ສາມາດມ້າງ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ໄດ້ 39 ເລື່ອງ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທ້ອງຖິ່ນ. ສຳລັບວຽກງານສາທາລະນະສຸກ ແລະ ການສຶກສາ ມີສຸກສາລາ 3 ແຫ່ງ ຢູ່ບ້ານຂີ້ນາກ, ນາກະສັງ ແລະ ບ້ານໂສດ, ພ້ອມທັງໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມ ທີ່ສາມາດຍົກລະດັບການສຶກສາຂອງລູກຫລານປະຊາຊົນ ໃຫ້ໄດ້ຮຽນຈົບຂັ້ນມັດທະຍົມຕອນຕົ້ນຂຶ້ນໄປ.
ສຳລັບທິດທາງແຜນການໃນຕໍ່ໜ້າ ຕາແສງກະດັນ ຈະສືບຕໍ່ຊຸກຍູ້ການຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ປະຊາຊົນຢ່າງຍືນຍົງ, ລະດົມທຶນພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນເລື້ອຍໆ.
ໂດຍ: ພຸດທະສີນ ວົງວິໄລທອງ
KPL