ຂປລ
ງານວາງສະແດງ ສະໜັບສະໜູນ ຊິ່ນຈ່ຽງດ້ວຍມໍລະດົກ ວັດທະນະທຳ ນາມມະທຳ ທີ່ມີຫົວຂໍ້ “ເຂດຊິ່ນຈ່ຽງ ເປັນສະຖານທີ່ດີງາມ” ປີ 2026 ຈັດຂຶ້ນຢູ່ນະຄອນຊືເຮີຈຶ ຂອງກອງກຳລັງຜະລິດ ແລະ ກໍ່ສ້າງເຂດຊິ່ນຈ່ຽງ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 30 ກໍລະກົດນີ້, ງານວາງສະແດງ ສະໜັບສະໜູນ ຊິ່ນຈ່ຽງດ້ວຍມໍລະດົກ ວັດທະນະທຳ ນາມມະທຳ ທີ່ມີຫົວຂໍ້ “ເຂດຊິ່ນຈ່ຽງ ເປັນສະຖານທີ່ດີງາມ” ປີ 2026 ຈັດຂຶ້ນຢູ່ນະຄອນຊືເຮີຈຶ ຂອງກອງກຳລັງຜະລິດ ແລະ ກໍ່ສ້າງເຂດຊິ່ນຈ່ຽງ. ກິດຈະກຳເທື່ອນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ຫລັກ “ວັດທະນະທຳເສີມສ້າງ ເຂດຊິ່ນຈ່ຽງ ມໍລະດົກວັດທະນະທຳນາມມະທຳ ເພີ່ມສີສັນ”, ໂດຍມີລາຍການ ທີ່ເປັນຕົວແທນຂອງມໍລະດົກ ວັດທະນະທຳນາມມະທຳ 651 ຢ່າງ, ຜູ້ສືບທອດມໍລະດົກ ວັດທະນະທຳນາມມະທຳ 549 ຄົນ ທີ່ມາຈາກ ແຂວງ, ເຂດປົກຄອງຕົນເອງ, ກຳແພງນະຄອນ 31 ແຫ່ງ ແລະ ກອງກຳລັງຜະລິດ ແລະ ກໍ່ສ້າງເຂດຊິ່ນຈ່ຽງເຂົ້າຮ່ວມ. ກິດຈະກຳເທື່ອນີ້ ເນັ້ນໃສ່ການວາງສະແດງຮ່ວມກັນ, ປະດິດສ້າງຮ່ວມກັນ, ຊົມໃຊ້ຮ່ວມກັນ, ໄປມາຫາສູ່ກັນ, ແລກປ່ຽນກັນ ແລະເຊື່ອມໂຍງເຂົ້າກັນ, ຜູ້ສືບທອດຮ່ວມກັນວາງສະແດງຜົນງານດີເດັ່ນ ຂອງມໍລະດົກວັດທະນະທຳນາມມະທຳ, ຮ້ານມໍລະດົກ ວັດທະນະທຳ ນາມມະທຳຕ່າງໆ ແຮກສ່ຽວກັນ, ເພື່ອຮຽນຮູ້ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ສ້າງຄວາມຮັກແພງທີ່ເລິກເຊິ່ງ ຂ້າມພູຜາແມ່ນ້ຳ. ກິດຈະກຳດັ່ງກ່າວຈະດຳເນີນໄປຮອດ ວັນທີ 3 ສິງຫາໜ້ານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL