ຂປລ
ກະຊວງການຕ່າງປະ ເທດ ຮ່ວມກັບຫ້ອງການຜູ້ປະສານ ງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ຈັດກອງ ປະຊຸມສະເພາະກິດ ຂອງຄະນະ ກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະ ນາແບບຍືນຍົງ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງ ການ ສປຊ ໄລຍະປີ 2022-2026 ໃນວັນທີ 23 ກໍລະກົດ 2026 ທີ່ ນະຄອນຫວງວຽງຈັນ
ໂດຍການ
ເປັນປະທານຮ່ວມຂອງ ທ່ານ ອານຸ
ພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ
ກະຊວງການຕ່າງປະເທດ ແລະ
ທ່ານ Bakhodir Burkhanov
ຜູ້ປະສານງານອົງການ ສປຊ ປະ
ຈໍາ ສປປ ລາວ, ມີຜູ້ຕາງໜ້າ ຈາກ
ບັນດາກະຊວງ, ຂະແໜງການ ແລະ
ບັນດາອົງການເຄືອຂ່າຍ ສປຊ
ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ
ປຶກສາຫາລື ແລະ ກວດກາຄືນ
ຮ່າງເນື້ອໃນເອກະສານ ຈຳນວນ
2 ສະບັບຄື: ຮ່າງຂອບການຮ່ວມມື
ເພື່ອການພັດທະນາແບບຍືນຍົງ
ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ (Lao
PDR-UNSDCF) ສະບັບໃໝ່
ໄລຍະປີ 2027-2031 ແລະ
ຮ່າງກໍານົດໜ້າວຽກ (Term of
References- ToR) ສະບັບໃໝ່
ພາຍໃຕ້ຂອບການຮ່ວມມືດັ່ງກ່າວ.
ກອງປະຊຸມ ໄດ້ຮ່ວມກັນປຶກສາ
ຫາລື ແລະ ປະກອບຄໍາເຫັນຢ່າງ
ກົງໄປກົງມາ ແລະ ມີເນື້ອໃນ ຕໍ່ຮ່າງ
ຂອບການຮ່ວມມື ສະບັບໃໝ່ ໄລຍະ
ປີ 2027-2031 ເພື່ອກຳນົດບຸລິ
ມະສິດຂອງລັດຖະບານຮ່ວມກັນ
ໂດຍສະເພາະເພື່ອຮັບປະກັນຄວາມ
ສອດຄ່ອງກັບແຜນພັດທະນາເສດ
ຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X
(2026-2030) ພ້ອມທັງເປົ້າ
ໝາຍການພັດທະນາແບບຍືນຍົງ
ແລະ ການກະກຽມອອກຈາກສະ
ຖານະພາບດ້ອຍພັດທະນາຂອງ
ສປປ ລາວ. ນອກນີ້, ຍັງໄດ້ພ້ອມກັນ
ປະກອບຄໍາເຫັນໃສ່ຮ່າງຂໍ້ກຳນົດ
ໜ້າວຽກສະບັບໃໝ່ (ToR) ໂດຍ
ສະເໜີເພີ່ມບາງກະຊວງ ຫລື ຂະ
ແໜງການເຂົ້າຕື່ມ, ລວມທັງກົນໄກ
ການປະສານງານຂອງຄະນະກຳ
ມະການດັ່ງກ່າວ.
ໃນໂອກາດດັ່ງກ່າວ, ທ່ານຮອງ
ລັດຖະມົນຕີ ກະຊວງການຕ່າງ
ປະເທດ, ປະທານຮ່ວມກອງປະຊຸມ
ໄດ້ຢໍ້າຄືນເຖິງຄວາມໝາຍຄວາມ
ສຳຄັນຂອງກອງປະຊຸມຂອງ ຄະ
ນະກໍາມະການຊີ້ນໍາຮ່ວມ JSC ໂດຍ
ສະເພາະໃນກອງປະຊຸມສະເພາະ
ກິດຄັ້ງນີ້ ຈັດຂຶ້ນເພື່ອພິຈາລະນາ
ຮ່າງເນື້ອໃນເອກະສານສຳຄັນ ທັງ
2 ສະບັບ ໃຫ້ມີຄວາມສອດຄ່ອງ
ກັບບຸລິມະສິດຕົວຈິງດ້ານການພັດ
ທະນາໃນປັດຈຸບັນຂອງລັດຖະບານ,
ກ່ອນຈະສືບຕໍ່ປັບປຸງ ແລະ ກ້າວໄປ
ສູ່ການລົງນາມຂອບການຮ່ວມມື
Lao PDR-UNSDCF 2027
2031 ສະບັບໃໝ່ ຢ່າງເປັນທາງ
ການ ໃນເດືອນສິງຫາ 2026.
ທ່ານ Bakhodir Burkhanov
ຜູ້ປະສານງານອົງການ ສປຊ ປະ
ຈຳ ສປປ ລາວ ໄດ້ຢໍ້າຄືນວ່າ
ຄະນະກໍາມະການຊີ້ນໍາຮ່ວມ JSC
ມີບົດບາດສໍາຄັນໃນການຮ່າງ
ເອກະສານຂອບວຽກການຮ່ວມມື
Lao PDR-UNSDCF 2027
2031 ສະບັບໃໝ່ຮ່ວມກັນ ຊຶ່ງ
ພາຍຫລັງການຮັບຮອງໃນເດືອນ
ສິງຫາ ທີ່ຈະມາເຖິງນີ້, ເອກະສານ
ດັ່ງກ່າວ ຈະເປັນບ່ອນອີງອັນສຳ
ຄັນໃນການເຮັດວຽກ, ຂົນຂວາຍ
ການສະໜັບສະໜູນ ທັງດ້ານທຶນ
ຮອນ ແລະ ເຕັກນິກ ທັງໃນລະບົບ
ສປຊ ແລະ ຈາກຄູ່ຮ່ວມພັດທະນາ
ອື່ນໆ ເພື່ອມາຈັດຕັ້ງປະຕິບັດວຽກ
ຂອງອົງການເຄືອຂ່າຍ ສປຊ ປະຈຳ
ສປປ ລາວ ໃຫ້ສາມາດບັນລຸໄດ້
ຕາມແຜນການ ແລະ ຄາດໝາຍທີ່
ວາງໄວ້ ແຕ່ປີ 2027 ຫາ 2031.
ຂອບການຮ່ວມມື Lao PDR
UNSDCF 2027-2031 ສະບັບ
ໃໝ່ ແມ່ນເອກະສານຍຸດທະສາດ
ລວມຂອງອົງການເຄືອຂ່າຍ ສປຊ
ຢູ່ ສປປ ລາວ ທີ່ກໍານົດວິໄສທັດ
ຮ່ວມ, ວຽກງານຍຸດທະສາດ ແລະ
ຜົນໄດ້ຮັບ, ລວມທັງທິດທາງລວມ
ຂອງບັນດາອົງການເຄືອຂ່າຍ ສປຊ
ໃນການຈັດຕັ້ງຜັນຂະຫຍາຍບັນ
ດາແຜນຍຸດທະສາດ ໃນໄລະຍະ 5
ປີ ໂດຍສອດຄ່ອງກັບບັນດາເປົ້າ
ໝາຍຂອງແຜນພັດທະນາເສດຖະ
ກິດ-ສັງຄົມແຫ່ງຊາດ ແລະ ການພັດ
ທະນາແບບຍືນຍົງ. ຮ່າງຂອບການ
ຮ່ວມມືສະບັບໃໝ່ດັ່ງກ່າວ ໄດ້ກໍາ
ນົດເອົາ 3 ເປົ້າໝາຍຫລັກ ແລະ 10
ແຜນວຽກຈຸດສຸມ ຊຶ່ງສອດຄ່ອງກັບ
ເປົ້າໝາຍການພັດທະນາແຫ່ງຊາດ
ແລະ ວິໄສທັດໃນໄລຍະຍາວຂອງ
ສປປ ລາວ.
KPL