ຂປລ
ວາລະສານຊີວຊື້ ສະບັບທີ 15 ທີ່ພິມຈຳໜ່າຍ ໃນວັນທີ 1 ສິງຫານີ້ຈະລົງພິມບົດຄວາມສຳຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ,ປະທານຄະນະກຳມະການການທະຫານສູນກາງຈີນທີ່ມີຫົວຂໍ້ວ່າ: ເລັ່ງລັດການສ້າງປະເທດຈີນທີ່ມີສຸຂະພາບດີ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ວາລະສານຊີວຊື້ ສະບັບທີ 15 ທີ່ພິມຈຳໜ່າຍ ໃນວັນທີ 1 ສິງຫານີ້ຈະລົງພິມບົດຄວາມສຳຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ,ປະທານຄະນະກຳມະການການທະຫານສູນກາງຈີນທີ່ມີຫົວຂໍ້ວ່າ: ເລັ່ງລັດການສ້າງປະເທດຈີນທີ່ມີສຸຂະພາບດີ. ບົດຄວາມເນັ້ນໜັກວ່າ: ຮອດປີ 2035 ຈະສ້າງປະເທດຈີນ ທີ່ມີສຸຂະພາບໃຫ້ສຳເລັດ, ແມ່ນນະໂຍບາຍ ທາງຍຸດທະສາດໜຶ່ງ ທີ່ສູນກາງຈີນວາງອອກ. ໄລຍະປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ແມ່ນໄລຍະທີ່ສຳຄັນ ໃນການບັນລຸເປົ້າໝາຍດັ່ງກ່າວ, ຕ້ອງວາງແຜນຢ່າງເປັນເອກະພາບກັນ,ເລັ່ງຊຸກຍູ້ ແລະ ພະຍາຍາມປະຕິບັດເພື່ອໃຫ້ໄດ້ຮັບ ຄວາມຄືບໜ້າຢ່າງເດັດຂາດ. ບົດຄວາມຊີ້ໃຫ້ເຫັນວ່າ: ຕ້ອງຍຶດໝັ້ນ ຊຸກຍູ້ການພັດທະນາ ວຽກງານສາທາລະນະສຸກ ແລະ ສຸຂະພາບບົນພື້ນຖານສະພາບຕົວຈິງ ແຫ່ງຊາດ,ຕ້ອງຖືການຊຸກຍູ້ການສ້າງປະເທດຈີນ ທີ່ມີສຸຂະພາບດີເປັນສຳຄັນ ແລະ ຕ້ອງໃຫ້ການຮັບປະກັນ ທີ່ເຂັ້ມແຂງ ແກ່ການສ້າງປະເທດຈີນ ທີ່ມີສຸຂະພາບດີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL