ມາເລເຊຍ ຈະເປັນປະເທດ ທີ່ມີລາຍໄດ້ສູງ ຢູ່ທະນາຄານໂລກ

31/07/2026 17:58
Email Print 222
ຂປລ ທ່ານ ອັກມານ ນັສຣຸນເລາະ ໂມດ ນາຊີຣ ລັດຖະມົນຕີ ກະຊວງ ເສດຖະກິດ ຂອງ ມາເລເຊຍ ເປີດເຜີຍວ່າ: ປັດຈຸບັນ ມາເລເຊຍ ມີລະດັບລາຍໄດ້ ຕ່ຳກວ່າເກນ ຂອງປະເທດ ທີ່ມີລາຍໄດ້ສູງ ຂອງ ທະນາຄານໂລກ ພຽງແຕ່ 7,1% ເທົ່ານັ້ນ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ອັກມານ ນັສຣຸນເລາະ ໂມດ ນາຊີຣ ລັດຖະມົນຕີ ກະຊວງ ເສດຖະກິດ ຂອງ ມາເລເຊຍ ເປີດເຜີຍວ່າ: ປັດຈຸບັນ ມາເລເຊຍ ມີລະດັບລາຍໄດ້ ຕ່ຳກວ່າເກນ ຂອງປະເທດ ທີ່ມີລາຍໄດ້ສູງ ຂອງ ທະນາຄານໂລກ ພຽງແຕ່ 7,1% ເທົ່ານັ້ນ, ພ້ອມກັນນັ້ນ ຍັງລະບຸວ່າ ເສດຖະກິດຂອງປະເທດ ມີການຂະຫຍາຍຕົວ 5,8% ໃນໄລຍະໄຕມາດທີ 2 ຂອງ ປີ 2026, ເພີ່ມຂຶ້ນຈາກ 5,4% ໃນໄຕມາດກ່ອນໜ້າ.

ທ່ານ ອັກມານ ນັສຣຸນເລາະ ໂມດ ນາຊີຣ ກ່າວໃນລະຫວ່າງ ເຂົ້າຮ່ວມ ໃນພິທີເຜີຍແຜ່ ບົດລາຍງານຂອງ ອົງການ ເພື່ອການຮ່ວມມື ແລະ ການພັດທະນາ ເສດຖະກິດ (OECD) ເພື່ອປະເມີນ ສະຖານະພາບ ທາງເສດຖະກິດຂອງມາເລເຊຍ ປະຈຳປີ 2026, ທ່ານ ອັກມານ ລະບຸວ່າ: ລັດຖະບານ ຈະສືບຕໍ່ຊຸກຍູ້ໃຫ້ການເຕີບໂຕ ທາງເສດຖະກິດ ປ່ຽນແປງເປັນຜົນຜະລິດ ຄຸນນະພາບທີ່ສູງຂຶ້ນ, ການຈ້າງງານ ທີ່ມີຄຸນນະພາບແລະລາຍໄດ້ຂອງປະຊາຊົນໃຫ້ເພີ່ມຂຶ້ນ. /

 

KPL

ຂ່າວອື່ນໆ

ads
ads

Top