ຄະນະຮັບຜິດຊອບຊີ້ນຳລະດັບຊາດຫາລືກຽມເຂົ້າຮ່ວມງານມະຫະກຳພືດສວນໂລກ 2026

01/08/2026 10:08
ຂປລ ກອງປະຊຸມຄັ້ງປະຖົມ ມະລືກຂອງຄະນະຮັບຜິດຊອບຊີ້ນໍາ ລະດັບຊາດ ກ່ຽວກັບການກະກຽມ ຄວາມພ້ອມເຂົ້າຮ່ວມງານມະຫະ ກໍາພືດສວນໂລກ ປີ 2026 ທີ່ຈະ ໄດ້ຈັດຂຶ້ນຢູ່ 2 ປະເທດ ຄື: ຕົ້ນເດືອນ ພະຈິກ ປີ 2026 ທີ່ອຸດອນທານີ ລາ ຊາອະນາຈັກໄທ ແລະ ກາງເດືອນ ມີນາ 2027 ທີ່ເມືອງໂຢໂກຮາມາ ປະເທດຍີ່ປຸ່ນ ຈັດຂຶ້ນໃນວັນທີ 29 ກໍລະກົດ 2026 ໂດຍການເປັນ ປ ະ ທ າ ນ ຂ ອ ງ ທ່ າ ນ ລິ ນ ຄໍ າ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ມີ ບັນດາຮອງລັດຖະມົນຕີ ຈາກກະ ຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການນໍາ ສະເໜີພາລະບົດບາດຂອງແຕ່ລະ ອະນຸກໍາມະການ, ຄວາມເປັນມາ ກ່ຽວກັບການເຂົ້າຮ່ວມງານພືດ ສວນໂລກທີ່ຜ່ານມາ, ລວມທັງການ ນໍາສະເໜີຮູບແບບແນວຄວາມຄິດ ແລະ ຫົວຂໍ້ຂອງງານມະຫະກໍາພືດ ສວນໂລກ ທີ່ອຸດອນທານີ ລາຊາອະ ນາຈັກໄທ ແລະ ໂຢໂກຮາມາ ປະ ເທດຍີ່ປຸ່ນ. ພ້ອມນີ້, ຜູ້ແທນກອງ ປະຊຸມໄດ້ປຶກສາຫາລືແລກປ່ຽນບົດ ຮຽນ ແລະ ປະສົບການເຂົ້າຮ່ວມ ວາງສະແດງມະຫະກໍາພືດສວນ ໂລກໃນໄລຍະຜ່ານມາ ຕື່ມອີກ. ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ຕີລາຄາສູງຕໍ່ ການກະກຽມຄວາມພ້ອມຂອງຄະ ນະເລຂາ ແລະ ບັນດາອະນຸກໍາມະ ການ, ພ້ອມທັງສະເໜີໃຫ້ກຳນົດ ແຜນການ ໂດຍສະເພາະແມ່ນການ ກໍານົດບັນດາໜ້າວຽກ, ການມີ ສ່ວນຮ່ວມຂອງແຕ່ລະອະນຸກໍາມະ ການໃຫ້ລະອຽດ, ພ້ອມທັງໃຫ້ມີ ການຕິດຕາມໜ້າວຽກຢ່າງເປັນ ປົກກະຕິ ເພື່ອລາຍງານຄວາມຄືບ ໜ້າໃຫ້ການນໍາຂັ້ນເທິງຮັບຊາບໃນ ແຕ່ລະໄລຍະທີ່ກະກຽມຄວາມພ້ອມ ແລະ ວຽກງານອື່ນໆທີ່ຕິດພັນ ເພື່ອ ເຮັດໃຫ້ວຽກງານດັ່ງກ່າວສໍາເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ ວາງໄວ້. ຂໍ້ມູນ-ພາບ: ຂ່າວສານກະສິກຳ

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານກົນໄກແກ້ໄຂການຈຳແນກ-ຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງດ້ານກົນໄກແກ້ໄຂການຈຳແນກ-ຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດ

      8/1/2026 10:19:28 AM

      ໂຄງການລຶບລ້າງການ ຈຳແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ແຮງງານ ເດັກຢູ່ ສປປ ລາວ ເພື່ອສົ່ງເສີມ ການຄ້າ ແລະ ປະຕິບັດລະບຽບ ການຂອງອົງການແຮງງານສາກົນ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານການາດາ ຈັດກອງ ປະຊຸມສ້າງຄວາມເຂັ້ມແຂງດ້ານນະໂຍບາຍ, ການຈັດຕັ້ງກົນໄກ ແລະ ການຈັດຕັ້ງປະຕິບັດດ້ານ ການພົວພັນແຮງງານ ເພື່ອແກ້ໄຂ ການຈຳແນກ, ຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດ ຢູ່ສະຖານທີ່ເຮັດວຽກໃນວັນທີ 25 ມິຖຸນາ 2026 ຜ່ານມານີ້, ຢູ່ ນະຄອນຫລວງວຽງຈັນ

    • ປະກອບຄຳເຫັນໃສ່ປື້ມຄູ່ມືມີການຕິດຕາມກວດກາການໂຕ້ຖຽງຄະດີອາຍາໃນທີ່ປະຊຸມສານວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ປື້ມຄູ່ມືມີການຕິດຕາມກວດກາການໂຕ້ຖຽງຄະດີອາຍາໃນທີ່ປະຊຸມສານ

      8/1/2026 10:18:04 AM

      ອົງການໄອຍະການ ປະຊາຊົນສູງສຸດ ຈັດກອງປະຊຸມ ປະກອບຄຳເຫັນໃສ່ປື້ມຄູ່ມື “ການ ຕິດຕາມກວດກາການໂຕ້ຖຽງຄະດີ ອາຍາໃນທີ່ປະຊຸມສານ” ໃນວັນທີ 28 ກໍລະກົດ 2026 ພາຍໃຕ້ການ ເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ມີ ບັນດາຜູ້ຊົງຄຸນວຸດທິດ້ານກົດໝາຍ, ຫົວໜ້າກົມ, ຮອງຫົວໜ້າກົມປະທານປະເທດ, ສຳນັກງານນາ ຍົກລັດຖະມົນຕີ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ກະຊວງ ຍຸຕິທຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ຮ່ວມສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5ປີວັດທະນະທຳ-ສັງຄົມ

      ລາວ-ຫວຽດນາມ ຮ່ວມສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5ປີ

      8/1/2026 10:12:50 AM

      ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ລົງ ນາມເຊັນສັນຍາການຮ່ວມມືກັບ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ແລະ ກໍ່ສ້າງ ນະຄອນ ໂຮ່ຈີ່ມິງ ສສ ຫວຽດນາມ ໃນການ ຈັດຕັ້ງປະຕິບັດໂຄງການເພດສຶກ ສາ ແລະ ທັກສະການປ້ອງກັນ ການລ່ວງລະເມີດທາງເພດສຳລັບ ເດັກອາຍຸ 3-5 ປີ “ERA Kids” ໄລຍະຍາວໃນວັນທີ 28 ກໍລະກົດ 2026 ຢູ່ກະຊວງ ສສກ

    • ທຫລ ສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີວັດທະນະທຳ-ສັງຄົມ

      ທຫລ ສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

      8/1/2026 9:45:33 AM

      ກອງປະຊຸມສະພາບໍລິ ຫານທະນາຄານ ແຫ່ງ ສປປ ລາວ ຄັ້ງທີ II ປະຈໍາປີ 2026 ຈັດຂຶ້ນ ໃນວັນທີ 29 ກໍລະກົດ 2026 ນີ້ ເພື່ອສະຫລຸບ-ຕີລາຄາການຈັດຕັ້ງ ປະຕິບັດວຽກງານດ້ານຕ່າງໆໃນ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026 ຂອງທະນາຄານ ແຫ່ງ ສປປ ລາວ (ທຫລ) ໂດຍການເປັນປະທານ ຂອງທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ, ທັງເປັນປະທານ ສະພາບໍລິຫານ ທຫລ, ມີຮອງ ປະທານສະພາບໍລິຫານ, ຄະນະ ສະພາບໍລິຫານ, ຮອງຜູ້ວ່າການ ແລະ ພະນັກງານພາຍໃນ ທຫລ ເຂົ້າຮ່ວມ.

    • ຄຳມ່ວນ ແລະ ນະຄອນພະນົມ ຍົກລະດັບການຮ່ວມມືສອງຝ່າຍວັດທະນະທຳ-ສັງຄົມ

      ຄຳມ່ວນ ແລະ ນະຄອນພະນົມ ຍົກລະດັບການຮ່ວມມືສອງຝ່າຍ

      7/31/2026 6:50:44 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ເດດສັກ ດາ ມະນີຄຳ ຮອງປະທານອົງການ ປົກຄອງແຂວງຄຳມ່ວນ ໄດ້ຕ້ອນ ຮັບ ທ່ານ ອະດິສັກ ນ້ອຍສຸວັນ ຜູ້ ວ່າລາຊະການຈັງຫວັດນະຄອນ ພະນົມ ລາຊະອານາຈັກໄທ ພ້ອມ ຄະນະ ໃນວັນທີ 29 ກໍລະກົດ 2026 ໃນໂອກາດເດີນທາງມາຢ້ຽມຢາມ ແຂວງຄຳມ່ວນ ເພື່ອສືບຕໍ່ເສີມ ສ້າງສາຍພົວພັນມິດຕະພາບ ແລະ ຂະຫຍາຍການຮ່ວມມືລະຫວ່າງ ສອງແຂວງໃຫ້ນັບມື້ເລິກເຊິ່ງ.

ads
ads

Top