ຂປລ
ຂປລ. ໂຄງການປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃນເຂດພູດອຍ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (CCA) ໄລຍະທີ 2 ໃນແຂວງບໍ່ແກ້ວ ເປັນໂຄງການລິເລີ່ມທີ່ສໍາຄັນໃນສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ.

ຂປລ.ໂຄງການປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃນເຂດພູດອຍ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (CCA) ໄລຍະທີ 2 ໃນແຂວງບໍ່ແກ້ວ ເປັນໂຄງການລິເລີ່ມທີ່ສໍາຄັນໃນສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ. ປັດຈຸບັນ, ໂຄງການດັ່ງກ່າວໄດ້ກ້າວເຂົ້າສູ່ໄລຍະທີ 2 ຊຶ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ຢູ່ແຂວງບໍ່ແກ້ວ.
ໂຄງການໄລຍະທີ 2 ໄດ້ເປີດໃຫ້ໄວໜຸ່ມກຸ່ມທີ່ດ້ອຍໂອກາດ ໂດຍສະເພາະແມ່ນເດັກຍິງ ແລະ ຍິງໜຸ່ມໃຫ້ສາມາດສ້າງອາຊີບ ແລະ ລາຍຮັບທີ່ຍືນຍົງ, ພ້ອມທັງ ແກ້ໄຂບັນຫາພື້ນຖານທີ່ນຳໄປສູ່ການແຕ່ງດອງກ່ອນໄວອັນຄວນ. ໂຄງການດັ່ງກ່າວ, ໄດ້ຮັບທຶນຈາກອົງການແພລນສາກົນ ປະຈຳ ປະເທດສະວິດ ແລະ ປະຊາຊົນສະວິດເຊີແລນ ຊຶ່ງໄດ້ຈັດຕັ້ງປະຕິບັດໂດຍອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບພາກລັດ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍມີເປົ້າໝາຍເສີມສ້າງທັກສະສີຂຽວ ແລະ ຄວາມສາມາດດ້ານການດຳເນີນທຸລະກິດໃຫ້ແກ່ໄວໜຸ່ມໃນເຂດຊົນນະບົດ ເພື່ອໃຫ້ສາມາດປັບຕົວຕໍ່ການປ່ຽນແປງທັງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມທີ່ກຳລັງປ່ຽນ ແປງໄປຢ່າງໄວວາ.
ທ່ານ ນາງ ແຄໂຣ ມໍເທັນຊັນ ຜູ້ອຳນວຍການ ອົງການແພລນສາກົນປະຈຳ ສປປ ລາວ ໄດ້ກ່າວວ່າ: ການເຊື່ອມໂຍງວຽກງານສິ່ງແວດລ້ອມ ເຂົ້າກັບການພັດທະ ນາດ້ານເສດຖະກິດ-ສັງຄົມ ແມ່ນໜຶ່ງໃນບຸລິມະສິດທີ່ສໍາຄັນລະດັບໂລກຂອງອົງການແພລນສາກົນ. ການລົງທຶນໃສ່ທັກສະດ້ານທັກສະກະສິກຳອັດສະລິຍະ ແລະ ການເປັນຜູ້ປະກອບການທາງກະສິກຳ ບໍ່ແມ່ນພຽງແຕ່ເລື່ອງຂອງການປັບຕົວຕໍ່ດິນຟ້າອາກາດເທົ່ານັ້ນ, ແຕ່ຍັງເປັນຍຸດທະສາດທີ່ສຳຄັນເພື່ອປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄົນຮຸ່ນຫລັງ ເມື່ອພວກເຮົາສະໜອງເຄື່ອງມື ແລະ ໂອກາດໃຫ້ແກ່ຊາວໜຸ່ມ ໂດຍສະເພາະແມ່ນຍິງໜຸ່ມ ເພື່ອໃຫ້ພວກເຂົາມີຄວາມເປັນອິດສະລະທາງການເງິນ ແລະ ນຳພາການດຳເນີນງານດ້ານສະ ພາບອາກາດໃນຊຸມຊົນຂອງຕົນ, ພວກເຮົາກໍໄດ້ຊ່ວຍຫລຸດຜ່ອນຄວາມສ່ຽງດ້ານເສດຖະກິດທີ່ນຳໄປສູ່ການແຕ່ງດອງກ່ອນໄວ ຊຶ່ງໄວໜຸ່ມທີ່ມີທັກສະ ແລະ ຄວາມສາມາດ ແມ່ນຮາກຖານສຳຄັນຂອງ
ອະນາຄົດທີ່ມີຄວາມໝັ້ນຄົງ ແລະ ເທົ່າທຽມ.
ທ່ານ ແກ່ນຈັນ ທຳມະແສງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມືຢ່າງຕໍ່ເນື່ອງ ແລະ ໄດ້ສົ່ງເສີມໃຫ້ໄວໜຸ່ມໃນພື້ນທີ່ໂຄງການເຂົ້າ ຮ່ວມກິດຈະກຳ ເພື່ອຮັບເອົາໂອກາດ ໃໝ່ໆ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ການສະໜັບສະໜູນ ແລະ ສ້າງການປ່ຽແປງທີ່ຕໍ່ເນື່ອງຈາກອົງການແພລນສາກົນ ປະຈຳ ສປປ ລາວ ໃນການເສີມສ້າງຄວາມທົນທານຕໍ່ສະພາບອາກາດ ແລະ ສົ່ງເສີມການກະສິກຳແບບຍືນຍົງໃນແຂວງບໍ່ແກ້ວ. ທ່ານ ແກ່ນຈັນ ທຳມະແສງ ຍັງສະແດງຄວາມຍິນດີ ທີ່ໄດ້ເຫັນໄວໜຸ່ມກ້າວຂຶ້ນມາເປັນຜູ້ນຳໃນການອະນຸລັກສິ່ງແວດລ້ອມ ແລະ ສະໜັບສະໜູນໃຫ້ໄວໜຸ່ມທຸກຄົນໃນບ້ານເປົ້າໝາຍເຂົ້າຮ່ວມກິດຈະກຳຕ່າງໆ ຢ່າງຫ້າວຫັນ ເພື່ອປ່ຽນແປງຊີວິດການເປັນຢູ່ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດໄວ້, ໂຄງການ CCA ໄລຍະທີ 2 ໄດ້ນຳເອົາຄວາມຫວັງໃໝ່ມາສູ່ສະມາຊິກຊຸມຊົນ ໂດຍສະເພາະຜູ້ທີ່ໄດ້ຮັບຜົນປະໂຫຍດຈາກການເຂົ້າຮ່ວມກິດຈະກຳໃນໄລຍະທຳອິດ.
ໂຄງການ CCA ໄລຍະທີ 2 ຈະເລີ່ມດຳເນີນກິດຈະກຳ ໂດຍຈະມີການຈັດຝຶກອົບຮົມສະເພາະດ້ານກະສິກຳເພື່ອຮັບມືກັບສະພາບອາກາດ, ການຜະລິດພືດ ແລະ ສັດລ້ຽງທີ່ມີຄວາມທົນທານ, ການອະນຸລັກຊັບພະຍາກອນນ້ຳ ແລະ ດິນ, ຄວາມຮູ້ດ້ານການເງິນ, ການພັດທະນາທຸລະກິດກະສິກຳ ແລະ ການຕະຫລາດດີຈິຕອນສຳລັບວິສາຫະກິດ ຂະໜາດນ້ອຍທີ່ນຳພາໂດຍໄວໜຸ່ມ. ໂຄງການ CCA ໄລຍະທີ 2 ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບພະແນກກະສິ ກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງ ແວດລ້ອມເມືອງ ລວມທັງອົງການຈັດຕັ້ງທາງສັງຄົມ ເພື່ອຮັບປະກັນຜົນໄດ້ຮັບທີ່ຍືນຍົງໃນໄລຍະຍາວ.
KPL