ຂປລ
ໃນວັນທີ 28 ກໍລະກົດ 2026 ຜ່ານມາ, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ພ້ອມຄະນະ ແລະ ຄະນະນຳຂອງ ແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຂວາ.
ຂປລ. ໃນການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ສະຫາຍ ສອນສະໜຸກ ສີສຸລາດ ກຳມະການພັກແຂວງ, ເລຂາພັກເມືອງຂວາ ໄດ້ລາຍງານສະພາບລວມຂອງເມືອງ ໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີໂດຍຫຍໍ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນ ປີ 2026 ແມ່ນການຈັດຕ້ັງຜັນຂະຫຍາຍແຜນການ 5 ປີ ຄັ້ງທີ IV(2025-2029) ຂອງເມືອງ, ມີ 6 ເປົ້າໝາຍ, ມີ 10 ແຜນງານ 48 ໂຄງການ, ເສດຖະກິດຂອງເມືອງຂະຫຍາຍຕົວ 6%, ລວມຍອດມູນຄ່າຜົນຜະລິດບັນລຸ 274,60 ຕື້ກີບ, ສະເລ່ຍຕໍ່ຫົວຄົນບັນລຸ 702 ໂດລາ ສະຫະລັດ; ສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານທ້ອງຖິ່ນໄດ້ທັງໝົດ 1.395,70 ລ້ານກີບເທ່ົາກັບ 38,72% ຂອງແຜນການປີ, ລະດົມເງິນຝາກຂອງບັນດາທະນາຄານ ສາຂາຕ່າງໆໄດ້ທັງໝົດ 371,05 ຕື້ກີບ, ກວມ 120,10% ປ່ອຍສິນ ເຊື່ອໄດ້ທັງໝົດ 21,71 ຕື້ກີບ ກວມ 4,20% ຂອງແຜນການປີ, ໄດ້ຮັບທຶນຊ່ວຍເຫລືອທາງການເພື່ອການພັດທະນາທັງໝົດ 23 ໂຄງການ, ມູນຄ່າທັງໝົດ 450,21 ຕື້ກີບ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດລວມທັງໝົດ 8 ໂຄງການ, ມີທຶນຈົດທະບຽນທັງໝົດ 86,45 ຕື້ກີບ.ໃນນີ້, ໂຄງການລົງທຶນຂອງເອກະຊົນພາຍໃນມີ 2 ໂຄງການ, ມີທຶນຈົດທະບຽນທັງໝົດ 25,78 ຕື້ກີບ ແລະ ໂຄງການລົງທຶນຂອງເອກະຊົນຕ່າງປະເທດມີ 6 ໂຄງການ, ມີທຶນຈົດທະບຽນທັງໝົດ 60,67 ຕື້ກີບ, ໄດ້ນໍາທຶນເຂົ້າມາຈັດຕັ້ງປະຕິບັດມີທັງໝົດ 8 ໂຄງການ, ເປັນມູນຄ່າທັງໝົດ 42,72 ຕື້ກີບ.
ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນໂອ້ລົມຕ່ໍຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ ໂດຍສະຫາຍໄດ້ເນັ້ນໃຫ້ຄະນະພັກຄະນະນໍາຂອງເມືອງເອົາໃຈໃສ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຕິດພັນກັບຄາດໝາຍສູ້ຊົນຂອງແຂວງຂອງເມືອງ, ເພີ່ມທະວີໃນການສ້າງການຫັນປ່ຽນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ; ຫັນເອົາ ຄາດໝາຍສູ້ຊົນມາເປັນແຜນການແຜນງານອັນລະອຽດ ເພື່ອເປັນບ່ອນອີງໃນການຈັດຕ້ັງຕົວຈິງ, ສືບຕໍ່ເອົາໃຈໃສ່ໃນການພັດທະນາເສດຖະກິດ, ສົ່ງເສີມເສດຖະກິດພູມປັນຍາຂອງປະຊາຊົນ, ສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ ເພື່ອສ້າງລາຍຮັບເປັນຕົ້ນການປູກ, ການລ້ຽງ, ດຶງດູດການລົງທຶນຂອງພາຍໃນ, ຕ່າງປະເທດ, ສ້າງຖານລາຍຮັບໃໝ່ດ້ວຍການສົ່ງເສີມການລົງທຶນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ລູກຫລານໄດ້ຮັບການສຶກສາເພາະການສຶກສາກໍເປັນໜຶ່ງໃນເງື່ອນໄຂແກ້ໄຂຄວາມທຸກຍາກ; ຊຸກຍູ້ສົ່ງເສີມແຮງງານດິບໃຫ້ກາຍເປັນແຮງງານ ທີ່ມີຄວາມຮູ້ຄວາມສາມາດ; ການ ກໍ່ສ້າງພັກ-ພະນັກງານກໍຕ້ອງໄດ ເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງ, ສັບຊ້ອນໜ້າທີ່ວຽກງານ ໃຫ້ສອດຄ່ອງຕາມຄວາມຮູ້ຄວາມ ສາມາດ. ສຳລັບວຽກງານກວດກາຄະນະພັກ, ຄະນະນໍາຕ້ອງເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານກວດກາ, ເພາະວຽກງານກວດກາແມ່ນໜຶ່ງ ໃນວຽກງານການນຳພາຂອງພັກ ເປັນກົນໄກການບໍລິຫານໜຶ່ງຂອງການນຳພາຄຸ້ມຄອງບໍລິຫານລັດ, ແຜນການກວດກາຕ້ອງເປັນແຜນ ຂອງຄະນະປະຈຳພັກເມືອງບ່ໍແມ່ນຂອງຄະນະກວດກາ, ຄະນະກວດກາແມ່ນເຮັດໜ້າທີ່ຕິດຕາມ, ກວດກາຕາມແຜນຂອງຄະນະປະຈຳພັກເມືອງ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ.
ໂອກາດດຽວກັນນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນ 50 ລ້ານກີບ, ຄອມພິວເຕີ ແລະ ປ່ີນເຕີຈຳນວນ 6 ຊຸດ ແລະ ກຸ່ມນັກທຸລະກິດໜຸ່ມກໍໄດ້ປະກອບສ່ວນມອບເງິນຈຳນວນ 100 ລ້ານກີບ ໃຫ້ເມືອງ ເພື່ອນໍາໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄດ້ໄປຢ້ຽມຊົມເທສະບານເມືອງ, ຂົວອູ່ ແລະ ຫ້ອງການຕາແສງຈອມຕານ ຕື່ມອີກ.
KPL