ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ເດດສັກ ດາ ມະນີຄຳ ຮອງປະທານອົງການ ປົກຄອງແຂວງຄຳມ່ວນ ໄດ້ຕ້ອນ ຮັບ ທ່ານ ອະດິສັກ ນ້ອຍສຸວັນ ຜູ້ ວ່າລາຊະການຈັງຫວັດນະຄອນ ພະນົມ ລາຊະອານາຈັກໄທ ພ້ອມ ຄະນະ ໃນວັນທີ 29 ກໍລະກົດ 2026 ໃນໂອກາດເດີນທາງມາຢ້ຽມຢາມ ແຂວງຄຳມ່ວນ ເພື່ອສືບຕໍ່ເສີມ ສ້າງສາຍພົວພັນມິດຕະພາບ ແລະ ຂະຫຍາຍການຮ່ວມມືລະຫວ່າງ ສອງແຂວງໃຫ້ນັບມື້ເລິກເຊິ່ງ.
ການຢ້ຽມຢາມໃນຄັ້ງນີ້, ສະ ແດງໃຫ້ເຫັນເຖິງຄວາມສຳພັນອັນແໜ້ນແຟ້ນ ແລະ ການຮ່ວມມືທີ່ດີ ລະຫວ່າງແຂວງຄຳມ່ວນ ກັບຈັງ ຫວັດນະຄອນພະນົມ ຊ່ຶງຈະເປັນ ພື້ນຖານສຳຄັນໃນການຍົກລະດັບ ການຮ່ວມມືດ້ານເສດຖະກິດ, ການ ຄ້າ, ການທ່ອງທ່ຽວ ແລະ ການ ແລກປ່ຽນ ລະຫວ່າງປະຊາຊົນ ສອງ ຝ່າຍ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດ ຜົນເປັນຮູບປະທຳຫລາຍຂ້ຶນ ບົນ ພື້ນຖານຄວາມສຳພັນອັນດີຂອງ ສອງປະເທດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ.
ໃນໂອກາດດັ່ງກ່າວ, ຄະນະ ຜູ້ແທນໄດ້ເຂົ້າກາບໄຫວ້ ແລະ ສັກກາລະບູຊາຢູ່ວັດພະທາດສີໂຄດຕະບອງ ປູຊະນີຍະສະຖານຄູ່ບ້ານ ຄູ່ເມືອງຂອງແຂວງຄຳມ່ວນ ເພ່ືອ ຄວາມເປັນສິລິມົງຄຸນ, ຢ້ຽມຊົມ ຫໍພິພິທະພັນອະນຸສອນປະທານ ສຸພານຸວົງ, ຮັບຟັງການບັນຍາຍ ປະຫວັດສາດ ແລະ ຜົນງານຂອງ ປະທານສຸພານຸວົງ ຜູ້ນຳທີ່ດີເດັ່ນຕ່ ການປະຕິວັດລາວ. ພ້ອມນັ້ນ, ຍັງ ໄດ້ຢ້ຽມຊົມແຫລ່ງທ່ອງທ່ຽວຂຸນ ກອງແລງ ທີ່ບ້ານນາຄື ເມືອງຫີນ ບູນ ເພື່ອສຶກສາທ່າແຮງດ້ານການ ທ່ອງທ່ຽວ ແລະ ຊົມຄວາມງົດງາມ ຂອງແຫລ່ງທ່ອງທ່ຽວທຳມະຊາດ ຂອງແຂວງຄຳມ່ວນຕື່ມອີກ.
ຂ່າວ: ມະນີວັນ
KPL