ຂປລ
ກອງປະຊຸມສະພາບໍລິ ຫານທະນາຄານ ແຫ່ງ ສປປ ລາວ ຄັ້ງທີ II ປະຈໍາປີ 2026 ຈັດຂຶ້ນ ໃນວັນທີ 29 ກໍລະກົດ 2026 ນີ້ ເພື່ອສະຫລຸບ-ຕີລາຄາການຈັດຕັ້ງ ປະຕິບັດວຽກງານດ້ານຕ່າງໆໃນ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026 ຂອງທະນາຄານ ແຫ່ງ ສປປ ລາວ (ທຫລ) ໂດຍການເປັນປະທານ ຂອງທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ, ທັງເປັນປະທານ ສະພາບໍລິຫານ ທຫລ, ມີຮອງ ປະທານສະພາບໍລິຫານ, ຄະນະ ສະພາບໍລິຫານ, ຮອງຜູ້ວ່າການ ແລະ ພະນັກງານພາຍໃນ ທຫລ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ໄດ້ສຸມໃສ່
ສະຫລຸບ-ຕີລາຄາການເຄື່ອນໄຫວ
ວຽກງານທີ່ພົ້ນເດັ່ນຂອງ ທຫລ ໃນ
ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ
ແຜນການ 6 ເດືອນທ້າຍປີ 2026,
ພ້ອມທັງພິຈາລະນາຮັບຮອງເອົາ
ບັນຫາສຳຄັນຈຳນວນໜຶ່ງຂອງ
ທຫລ ເປັນຕົ້ນການສະຫລຸບຂາດ
ຕົວການຈັດຕັ້ງປະຕິບັດແຜນງົບປະ
ມານ ປະຈໍາປີ 2025, ສະຫລຸບການ
ຈັດຕັ້ງປະຕິບັດແຜນງົບປະມານປະ
ຈໍາ 6 ເດືອນຕົ້ນປີ ແລະ ແຜນການ 6
ເດືອນທ້າຍປີ 2026, ລາຍງານຜົນ
ການດໍາເນີນກອງປະຊຸມຂອງຄະນະ
ກໍາມະການນະໂຍບາຍເງິນຕາ ແລະ
ຄະນະກໍາມະການລະບົບການຊໍາລະເພື່ອເປັນບ່ອນອີງໃນການຈັດຕັ້ງ
ປະຕິບັດວຽກງານກ່ຽວຂ້ອງໃຫ້
ສອດຄ່ອງຕາມກົດໝາຍ ແລະ ລະ
ບຽບການກ່ຽວຂ້ອງ.
ໂອກາດນີ້ ທ່ານ ນາງ ບຸນຄຳ
ວໍລະຈິດ ໄດ້ຮຽກຮ້ອງໃຫ້ທຸກພາກ
ສ່ວນສືບຕໍ່ເພີ່ມທະວີຄວາມຮັບຜິດ
ຊອບ ແລະ ສຸມໃສ່ຈັດຕັ້ງປະຕິບັດ
ໜ້າທີ່ການເມືອງຂອງຕົນໃຫ້ບຸກ
ທະລຸຂຶ້ນກວ່າເກົ່າ ເພື່ອໃຫ້ບັນລຸ
ບັນດາຄາດໝາຍຊີ້ວັດທາງດ້ານ
ເງິນຕາທີ່ສະພາແຫ່ງຊາດໄດ້ຮັບ
ຮອງ, ໄປຄຽງຄູ່ກັບການຜັນຂະ
ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ
XII ຂອງພັກປະຊາຊົນປະຕິວັດ
ລາວ, ມະຕິວ່າດ້ວຍການສ້າງເສດ
ຖະກິດເອກະລາດ ເປັນເຈົ້າຕົນເອງ
ໃນໄລຍະໃໝ່ (ສອຈ) ແລະ ມະຕິ
ກອງປະຊຸມໃຫຍ່ ອົງຄະນະພັກ
ທຫລ ຄັ້ງທີ V ເຂົ້າໃນການປະຕິບັດ
ວຽກງານຕົວຈິງ ເພື່ອຮັກສາສະ
ຖຽນລະພາບເງິນຕາແຫ່ງຊາດໃຫ້
ໝັ້ນທ່ຽງ, ສ້າງລະບົບສະຖາບັນ
ການເງິນໃຫ້ມີຄວາມໝັ້ນຄົງ, ເຂັ້ມ
ແຂງ ແລະ ພັດທະນາລະບົບການ
ຊໍາລະໃຫ້ມີຄວາມປອດໄພ ແລະ
ທັນສະໄໝ.
ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ
KPL