ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ປາຖະກະຖາວັນສ້າງຕັ້ງສາຍພົວ ພັນການທູດລາວ-ຈີນ ຄົບຮອບ 65 ປີ (25 ເມສາ 1961-25 ເມສາ 2026) ແລະ ມອບ-ຮັບເງິນທຶນ ການສຶກສາ ໃຫ້ນັກຮຽນເກັ່ງ 50 ຄົນ ໃນນີ້, ມ4 ຈໍານວນ 24 ຄົນ ແລະ ມ7 ຈໍານວນ 26 ຄົນຈາກສະ ຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໃນວັນທີ 29 ກໍລະກົດ 2026 ໂດຍມີທ່ານ ບຸນ ເຖິງ ດວງສະຫວັນ ເລຂາຄະນະ ບໍລິຫານງານພັກແຂວງອັດຕະປື, ທ່ານ ນາງ ຟາງຫົງ ເອກອັກຄະ ລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຂະແໜງການສຶກສາຂ້ັນ ແຂວງ, ຂັ້ນເມືອງ, ນ້ອງນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.
ຕະຫລອດ 65 ປີຜ່ານມາ, ບ່ໍ ວ່າສະພາບການສາກົນ ຈະມີການ ປ່ຽນແປງກໍຕາມ, ສອງປະເທດ ລາວ ແລະ ຈີນ ໄດ້ຮ່ວມສຸກຮ່ວມ ທຸກ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນມາໂດຍຕະຫລອດ, ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍ ທີ່ດີ ແລະ ຄູ່ຮ່ວມມືທີ່ດີຢ່າງແທ້ຈິງ. ມິດຕະພາບ ລາວ-ຈີນ ສາມາດຜ່ານ ຜົນການທົດສອບໃນຍຸກສະໄໝ ປະຕິວັດ, ຜ່ານການທົດສອບ ຂອງ ການພັດທະນາຕາມຍຸກສະໄໝ ແລ້ວ ຍັງໝ້ັນຄົງ ແລະ ເຂ້ັມແຂງ ເນ່ືອງ ຈາກມິດຕະພາບນີ້ ໄດ້ຖືກຈາ ລຶກ ຂຶ້ນ ໂດຍປະຊາຊົນສອງປະເທດ ທີ່ ໄດ້ລ່ັງເຫ່ືອສູບເລືອດ ແລະ ສູ້ຊົນ ຮ່ວມກັນ.
ໃນພິທີ, ທ່ານ ນາງ ຟາງຫົງ ໄດ້ກ່າວວ່າ: ການສຶກສາ ເປັນບ່ອນ ອີງຄວາມຫວັງ ໃນການພັດທະນາ ປະເທດຊາດ ແລະ ເປັນຄວາມ ຫວັງຂອງທຸກໆຄອບຄົວ ທີ່ມີຕ່ໍ ອະນາຄົດ. ການມອບທຶນການ ສຶກສາ ໃຫ້ແກ່ນັກຮຽນດີ-ນັກຮຽນ ເກັ່ງ, ບໍ່ພຽງແຕ່ເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈ ໃຫ້ທຸກຄົນ ຂະຫຍັນພຽນໃນການຮຽນ ແລະ ສູ້ ຊົນກ້າວໜ້າເທົ່ານັ້ນ, ແຕ່ຍັງຫວັງ ວ່າ ຈະເປັນແຮງບັນດານໃຈ ໃຫ້ ແກ່ເຍົາວະຊົນ-ຊາວໜຸ່ມ ຈໍານວນ ຫລາຍຂຶ້ນ ໃນການກໍາເອົາຄວາມຮູ້, ເພີ່ມພູນຄວາມສາມາດ, ປ່ຽນແປງໂຊກຊະຕາ ດ້ວຍການສູ້ຊົນ ແລະ ປະກອບສ່ວນສະຕິປັນຍາ ແລະ ເຫ່ືອແຮງຂອງຕົນເຂ້ົາໃນການ ພັດທະນາ ແລະ ສ້າງສາປະເທດ ຊາດ.
ສໍາລັບນັກຮຽນ-ນັກສຶກສາ, ຈະມີໂອກາດ ໃນການສຶກສາ ແລະ ເຕີບໃຫຍ່ຂຶ້ນຕື່ມ. ໃນໄລຍະການ ຢ້ຽມຢາມຄັ້ງນີ້, ປະມຸກລັດຂອງ ສອງປະເທດ ໄດ້ຮ່ວມກັນຕົກລົງ ຈັດຕ້ັງປະຕິບັດ” ໂຄງການ 10.000 ຄົນ” ການຮ່ວມມືດ້ານ ຊັບພະຍາກອນມະນຸດ ລາວ-ຈີນ. ໃນຊຸມປີຕໍ່ໜ້ານີ້, ຝ່າຍຈີນ ຈະຝຶກ ອົບຮົມບຸກຄະລາກອນ ຄຸ້ມຄອງ ແລະ ເຕັກນິກວິຊາການ 3.000 ຄົນ ໃຫ້ແກ່ລາວ ແລະ ແຕ່ລະປີ ຈະ ໃຫ້ມີນັກຮຽນລາວ 10.000 ຄົນ ເດີນທາງໄປສຶກສາຢູ່ຈີນ ໃຫ້ບັນລຸ ໃນປີ 2028, ເພື່ອໃຫ້ເຍົາວະຊົນ- ຊາວໜຸ່ມລາວ ຈໍານວນຫລາຍຂ້ຶນ ມີໂອກາດປ່ຽນແປງໂຊກຊະຕາ ດ້ວຍການສຶກສາ, ໃຊ້ຄວາມຮູ້ ເພື່ອ ສ້າງອະນາຄົດ. ບາງເທື່ອໃນອີກປີຂ້າງໜ້າ, ອາດຈະມີນັກຮຽນທີ່ນ່ັງ ຢູ່ທີ່ນີ້ ໄດ້ໄປສຶກສາຢູ່ຈີນ, ກຳເອົາ ຄວາມຮູ້ໃໝ່, ເຕັກໂນໂລຊີໃໝ່ ແລ້ວ ກັບຄືນມາສ້າງສາບ້ານເກີດເມືອງ ນອນຂອງຕົນເອງ.
ທ່ານ ນາງ ຟາງຫົງ ກ່າວຕ່ືມ ວ່າ: ບັນດານັກຮຽນ-ນັກສຶກສາ ຊາວໜຸ່ມ ແມ່ນອະນາຄົດ ຂອງປະ ເທດຊາດ ແລະ ກໍແມ່ນອະນາຄົດ ຂອງມິດຕະພາບ ລາວ-ຈີນ ເຊ່ັນ ກັນ. ຫວັງວ່າ ພວກນ້ອງຈະຈົດ ຈໍາມິດຕະພາບ ມູນເຊື້ອທີ່ການນໍາ ຮຸ່ນອ້າຍຂອງສອງປະເທດ ໄດ້ ຮ່ວມກັນສ້າງຂຶ້ນ, ຈົດຈໍາວິລະຊົນ ຢູ່ສຸສານວິລະຊົນຈີນ, ຈົດຈໍາການ ສູ້ຊົນຮ່ວມກັນຢູ່ “ຖໍ້າຈີນ”, ຈົດຈໍາ ເມັດພັນມິດຕະພາບ ທີ່ໄດ້ຫວ່ານໄວ້ ຢູ່ໂຮງຮຽນ 67 ເພ່ືອພະຍາຍາມ ກາຍເປັນຜູ້ສືບທອດ, ຜູ້ສ້າງສາ ແລະ ຜູ້ເຜີຍແຜ່ມິດຕະພາບ ລາວ- ຈີນ, ເຮັດໃຫ້ຕົ້ນໄມ້ ມິດຕະພາບ ລາວ-ຈີນ ຢັ່ງຮາກເລິກ, ໃບດົກໜາ ແລະ ໝ້ັນຄົງຕະຫລອດກາລະນານ.
ຂ່າວ: ວົງສະໄໝ
KPL