ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ທ່ານ ພອນ ແກ້ວ ຂຸນພົນ ຮອງເລຂາພັກແຂວງ ວຽງຈັນ ພ້ອມດ້ວຍຄະນະ ໄດ້ຕ້ອນ ຮັບຄະນະຜູ້ແທນວາລະສານກົງ ສ້ານ ພັກກອມມູນິດຫວຽດນາມ ໃນວັນທີ 29 ກໍລະກົດ 2026 ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ຊຶ່ງນຳໂດຍ ທ່ານ ຫງວຽນ ຫງອກ ຮາ ຮອງຫົວໜ້າບັນນາທິການວາ ລະສານກົງສ້ານ ພັກກອມມູນິດ ຫວຽດນາມ.
ໃນໂອກາດນີ້, ທ່ານ ພອນແກ້ວ ຂຸນພົນ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງຄະນະຜູ້ແທນວາລະສານກົງ ສ້ານ ຊ່ຶງເປັນການສືບຕ່ໍສາຍພົວພັນມິດຕະພາບແບບພິເສດ ແລະ ຄວາມ ຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ພ້ອມ ທັງໄດ້ແນະນຳສະພາບລວມຂອງ ແຂວງວຽງຈັນ ໂດຍສະເພາະ ທ່າແຮງດ້ານກະສິກຳ, ດ້ານການ ທ່ອງທ່ຽວ ແລະ ຈຸດເດັ່ນຂອງ ແຂວງ ເຊັ່ນ: ເມືອງວັງວຽງ, ເມືອງ ເຟືອງ ແລະ ເມືອງແກ້ວອຸດົມ ທ່ີມີທ່າ ແຮງ ດ້ານທຳມະຊາດ ແລະ ການ ທ່ອງທ່ຽວ. ໃນປີ 2025 ເສດຖະກິດ ຂອງແຂວງຂະຫຍາຍຕົວໄດ້ 5,7% ແລະ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 1.594 ໂດລາສະຫະລັດ. ພ້ອມນີ້, ຍັງໄດ້ແຈ້ງກ່ຽວກັບວຽກໂຄສະນາ ອົບຮົມແຂວງ ຊຶ່ງເຮັດວຽກງານ ໂຄສະນາເຜີຍແຜ່ແນວທາງຂອງ ພັກ ເພ່ືອເຮັດໃຫ້ປະຊາຊົນເຊ່ືອມຊຶມ ແນວທາງຂອງພັກ ແລະ ພ້ອມກັນ ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດເປັນ ແຕ່ລະໄລຍະ.
ໂອກາດນ້ີ, ທ່ານ ຫງວຽນ ຫງອກຮາ ກໍໄດ້ສະແດງຄວາມຂອບໃຈ ຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງການນຳແຂວງວຽງຈັນ ພ້ອມ ທັງຕີລາຄາສູງຕໍ່ຜົນສຳເລັດການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງໃນໄລຍະຜ່ານມາ. ພ້ອມ ນີ້, ຍັງໄດ້ເຊື້ອເຊີນການນຳແຂວງ ວຽງຈັນ ໄປຢ້ຽມຢາມ ແລະ ແລກປ່ຽນປະສົບການ ກັບວາລະ ສານກົງສ້ານພັກກອມມູນິດ ຫວຽດນາມ ໃນໂອກາດອັນເໝາະ ສົມ ເພື່ອສືບຕໍ່ເສີມສ້າງສາຍພົວພັນ ແລະ ຄວາມຮ່ວມມືດ້ານວຽກງານສ່ື ສານ ແລະ ການໂຄສະນາລະຫວ່າງ ສອງຝ່າຍໃຫ້ນັບມື້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງຂຶ້ນ.
KPL