ອີໄອເອ ເປີດເຜີຍ ສາງນ້ຳມັນດິບຫລຸດລົງ

30/07/2026 22:38
ຂປລ ສຳນັກງານສື່ສານ ດ້ານພະລັງງານຂອງ ລັດຖະບານສ.ອາເມລິກາ (EIA) ເປີດເຜີຍວ່າ, ສາງນໍ້າມັນດິບ ຂອງ ສ.ອາເມລິກາ ຫລຸດລົງ 7,2 ລ້ານຖັງ ເມື່ອອາທິດ ຜ່ານມາ. ໃນຂະນະທີ່ ນັກວິເຄາະ ຄາດວ່າ ສາງນໍ້າມັນ ຈະເພີ່ມຂຶ້ນ 700.000 ຖັງ.

ຂປລ. ສຳນັກງານສື່ສານ ດ້ານພະລັງງານຂອງ ລັດຖະບານສ.ອາເມລິກາ (EIA) ເປີດເຜີຍວ່າ, ສາງນໍ້າມັນດິບ ຂອງ ສ.ອາເມລິກາ ຫລຸດລົງ 7,2 ລ້ານຖັງ ເມື່ອອາທິດ ຜ່ານມາ. ໃນຂະນະທີ່ ນັກວິເຄາະ ຄາດວ່າ ສາງນໍ້າມັນ ຈະເພີ່ມຂຶ້ນ 700.000 ຖັງ.

ອີໄອເອ ເປີດເຜີຍວ່າ ສາງນ້ຳມັນດິບ ໃນເມືອງຄູຊິງ ລັດໂອກລາໂຮມາ ຊຶ່ງເປັນ ຈຸດສົ່ງ-ມອບສັນຍານ້ຳມັນດິບລ່ວງໜ້າ ຂອງ ສ.ອາເມລິກາ ຫລຸດລົງ 771.000 ຖັງ. ສ່ວນສາງນ້ຳມັນ ແອັດຊັງ ເພີ່ມຂຶ້ນ 7.000 ຖັງ ໃນອາທິດທີ່ຜ່ານມາ. ນອກຈາກນັ້ນ,  ສາງນ້ຳມັນກັ່ນ ລວມເຖິງ ນ້ຳມັນ ເຮັດຕິງ ອອຍ (Heating Oil) ແລະ ນ້ຳມັນກາຊວນ (ດີເຊວ) ເພີ່ມຂຶ້ນ 1,1 ລ້ານຖັງ ໃນຂະນະທີ່ ນັກວິເຄາະ ຄາດການວ່າ ຈະເພີ່ມຂຶ້ນ 200.000 ຖັງ./

KPL

ຂ່າວອື່ນໆ

ads
ads

Top