ຈີນ-ເອີຣົບ ຈະຈັດກອງປະຊຸມ ກົນໄກປຶກສາຫາລື ການຄ້າ-ການລົງທຶນ ຄັ້ງທີ 2

31/07/2026 17:58
Email Print 199
ຂປລ ທ່ານ ເຫີຢ່າຕົງ ໂຄສົກ ກະຊວງ ການຄ້າຂອງຈີນ ເປີດເຜີຍວ່າ: ຈີນ ແລະ ສະຫະພາບເອີຣົບ (EU) ໄດ້ຮ່ວມກັນ ຈັດກອງປະຊຸມ ກົນໄກ ການປຶກສາຫາລື ດ້ານການຄ້າ ແລະ ການລົງທຶນ ຈີນ-ສະຫະພາບເອີຣົບ ຄັ້ງທີ 2 ໃນລະດູໃບໄມ້ຫລົ່ນນີ້.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ເຫີຢ່າຕົງ ໂຄສົກ ກະຊວງ ການຄ້າຂອງຈີນ ເປີດເຜີຍວ່າ: ຈີນ ແລະ ສະຫະພາບເອີຣົບ (EU) ໄດ້ຮ່ວມກັນ ຈັດກອງປະຊຸມ ກົນໄກ ການປຶກສາຫາລື ດ້ານການຄ້າ ແລະ ການລົງທຶນ ຈີນ-ສະຫະພາບເອີຣົບ ຄັ້ງທີ 2 ໃນລະດູໃບໄມ້ຫລົ່ນນີ້.

ທ່ານ ເຫີຢ່າຕົງ ລະບຸວ່າ ທັງສອງຝ່າຍ ໄດ້ສືບຕໍ່ ປະຕິບັດຕາມ ຜົນຂອງກອງປະຊຸມ ຄັ້ງທຳອິດ ໃນໄລຍະຫລາຍເດືອນ ທີ່ຜ່ານມາ ແລະ ພວມກະກຽມ ຄວາມພ້ອມຢ່າງຮອບດ້ານ ສຳລັບ ກອງປະຊຸມຄັ້ງທີ 2 ທີ່ຈະມາເຖິງນີ້. ນອກຈາກນີ້, ຄະນະດັ່ງກ່າວ ຍັງໄດ້ປຶກສາຫາລືກັນ ຫລາຍກວ່າ 20 ຄັ້ງ.

 ໂດຍຄະນະເຮັດວຽກ ທັງສີ່ກຸ່ມພາຍໃຕ້ ກົນໄກ ດັ່ງກ່າວ ໄດ້ແລກປ່ຽນ ທັດສະນະ ຢ່າງເລິກເຊິ່ງ ໃນປະເດັນເສດຖະກິດ ແລະ ການຄ້າ ທີ່ແຕ່ລະຝ່າຍ ມີຄວາມສົນໃຈຮ່ວມກັນ.

ໃນຂະນະທີ່ ທ່ານ ເຫີຢ່າຕົງ ໄດ້ເນັ້ນໜັກວ່າ ຈີນ ຍິນດີ ທີ່ ຈະສືບຕໍ່ ຮັກສາການຕິດຕໍ່ ສື່ສານ ຢ່າງໃກ້ຊິດກັບສະຫະພາບ ເອີຣົບ ບົນພື້ນຖານ ການເຄົາລົບ ເຊິ່ງກັນ ແລະ ກັນ ພ້ອມທັງ ຮ່ວມມືກັນ ໃນທິດທາງດຽວກັນ ເພື່ອຊອກຫາວິທີທາງ ແກ້ໄຂຄວາມກັງວົນ ດ້ານເສດຖະກິດ ແລະ ການຄ້າ ຢ່າງເປັນຮູບປະທຳ ແລະ ເໝາະສົມ, ຊຸກຍູ້ການພັດທະນາ ການຄ້າ ລະຫວ່າງ ສອງຝ່າຍ ໃຫ້ມີຄວາມສົມດຸນ ແລະ ເປັນບວກ, ເພື່ອຮັກສາ ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງ ຄວາມເປັນ ຄູ່ຮ່ວມມື ທາງການຄ້າ ທີ່ ສຳຄັນ ລະຫວ່າງຈີນ ແລະ ສະຫະພາບເອີຣົບ./

KPL

ຂ່າວອື່ນໆ

ads
ads

Top