ຈີນ ກ້າວໄປສູ່ຈຸດປ່ຽນ ດ້ານພະລັງງານໃຊ້ໄຟຟ້າ ຈາກຖ່ານຫິນຕ່ຳກວ່າ 50% ເປັນຄັ້ງທຳອິດ

30/07/2026 22:38
ຂປລ ການຜະລິດໄຟຟ້າ ຈາກຖ່ານຫິນ ກວມເອົາສັດສ່ວນ 49.7% ຂອງ ການຜະລິດ ໄຟຟ້າທັງໝົດ ຂອງ ຈີນ ໃນໄລຍະ 6 ເດືອນທຳອິດ ຂອງ ປີ 2026 ເປັນຄັ້ງທຳອິດ ທີ່ອັດຕາສ່ວນ ການຜະລິດ ໄຟຟ້າ ຈາກຖ່ານຫິນ ຫລຸດລົງ ຕ່ຳກວ່າ ລະດັບ 50%

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ການຜະລິດໄຟຟ້າ ຈາກຖ່ານຫິນ ກວມເອົາສັດສ່ວນ 49.7% ຂອງ ການຜະລິດ ໄຟຟ້າທັງໝົດ ຂອງ ຈີນ ໃນໄລຍະ 6 ເດືອນທຳອິດ ຂອງ ປີ 2026 ເປັນຄັ້ງທຳອິດ ທີ່ອັດຕາສ່ວນ ການຜະລິດ ໄຟຟ້າ ຈາກຖ່ານຫິນ ຫລຸດລົງ ຕ່ຳກວ່າ ລະດັບ 50% ຊຶ່ງຖືເປັນ ເປົ້າໝາຍ ສຳຄັນຂອງ ການຫັນປ່ຽນ ໄປສູ່ລະບົບ ພະລັງງານ ທີ່ເປັນມິດ ກັບ ສິ່ງແວດລ້ອມ ແລະ ປ່ອຍກາກບອນຕ່ຳ.

ສຳນັກງານບໍລິຫານ ພະລັງງານ ແຫ່ງຊາດ ຈີນ (NEA) ຖະແຫລງວ່າ: ໃນໄລຍະເດືອນມັງກອນ ເຖິງ ມິຖຸນາ 2026,  ຈີນ ຜະລິດ ໄຟຟ້າ ຈາກຖ່ານຫິນ ລວມມີ 2,5 ພັນຕື້ກິໂລວັດໂມງ ໂດຍຕົວເລກ ດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຄວາມກ້າວໜ້າ ຢ່າງເປັນຂັ້ນຕອນ ຂອງ ຈີນ ກ່ຽວກັບ ການຂະຫຍາຍ ການໃຊ້ ພະລັງງານ ທີ່ບໍ່ແມ່ນເຊື້ອໄຟຟໍສຊິວ ເພື່ອທົດແທນ ການຜະລິດ ໄຟຟ້າ ຈາກເຊື້ອໄຟ ຟໍສຊິວ ແບບດັ້ງເດີມ.

ໃນຂະນະດຽວກັນ, ກຳລັງ ການຜະລິດ ຕິດຕັ້ງ ຂອງ ພະລັງງານລົມ ແລະ ພະລັງງານ ແສງຕາເວັນ ຂອງຈີນ ລວມກັນ ໄປສູ່ ລະດັບ 1,95 ຕື້ກິໂລວັດ ໃນທ້າຍເດືອນມິຖຸນາ ເພີ່ມຂຶ້ນ 16,8% ເມື່ອທຽບກັບ ໄລຍະດຽວກັນ ຂອງ ປີກາຍ, ສ່ວນໄຟຟ້າ ທີ່ ຜະລິດ ຈາກ ພະລັງງານ ໝູນວຽນ ຍັງຄົງເຕີບໂຕ ຢ່າງຕໍ່ເນື່ອງ ໃນໄລຍະເຄິ່ງປີ ທຳອິດ ໂດຍເກືອບໄປສູ່ 2 ລ້ານລ້ານກິໂລວັດໂມງ ເພີ່ມຂຶ້ນ ປະມານ 9% ເມື່ອທຽບໃສ່ໄລຍະດຽວກັນ ເມື່ອປີກາຍ ຜ່ານມາ/.

KPL

ຂ່າວອື່ນໆ

ads
ads

Top