ມາເລເຊຍ ເປີດຕົວໂຄງການຈ້າງງານ ຊ່ວຍເຫລືອ ກຸ່ມອ່ອນແອ

30/07/2026 22:38
ຂປລ ມາເລເຊຍ ໄດ້ເປີດຕົວ ໂຄງການ ສົ່ງເສີມ ການຈ້າງງານ ພາຍໃຕ້ໂຄງການ ລິເລີ່ມ ດ້ານການເງິນ ເພື່ອສັງຄົມ ໄອເທກາດ (iTEKAD) ເພື່ອຊ່ວຍເຫລືອ ປະຊາຊົນ ຈາກກຸ່ມອ່ອນແອ ໃຫ້ມີວຽກເຮັດງານທຳ ທີ່ໝັ້ນຄົງ ແລະ ມີລາຍໄດ້ທີ່ຍືນຍົງ.

ຂປລ. ສຳນັກຂ່າວຊິນຮວາຂອງ ສປຈີນ, ມາເລເຊຍ ໄດ້ເປີດຕົວ ໂຄງການ ສົ່ງເສີມ ການຈ້າງງານ ພາຍໃຕ້ໂຄງການ ລິເລີ່ມ ດ້ານການເງິນ ເພື່ອສັງຄົມ ໄອເທກາດ (iTEKAD) ເພື່ອຊ່ວຍເຫລືອ ປະຊາຊົນ ຈາກກຸ່ມອ່ອນແອ ໃຫ້ມີວຽກເຮັດງານທຳ ທີ່ໝັ້ນຄົງ ແລະ ມີລາຍໄດ້ທີ່ຍືນຍົງ.

ທະນາຄານກາງ ມາເລເຊຍ ລະບຸວ່າ ໂຄງການ ຈ້າງງານນີ້ ແມ່ນສ່ວນເສີມ ຂອງ ໂຄງການ ຜູ້ປະກອບການ ແລະ ຄວາມຄຸ້ມຄອງ ໄອເທກາດ ທີ່ມີຢູ່ແລ້ວ ຊຶ່ງໄດ້ຂະຫຍາຍ ການສະໜັບ ສະໜູນ ໃຫ້ກວມເອົາ ກຸ່ມຜູ້ທີ່ມີລາຍໄດ້ໜ້ອຍ ແລະ ກຸ່ມດ້ອຍໂອກາດ ເພື່ອສ້າງເສັ້ນທາງ ອາຊີບ ທີ່ມີ ລາຍໄດ້ຍືນຍົງ ເພື່ອນຳໄປສູ່ ການປັບປຸງ ສະຫວັດດີການ ທາງການເງິນ ແລະ ຄວາມເປັນຢູຸ ໃຫ້ດີຂຶ້ນ.

ໂຄງການດັ່ງກ່າວ ໄດ້ລວບລວມ ສະຖາບັນ ການເງິນ, ຄູ່ຮ່ວມງານ ດ້ານການເງິນ, ຜູ້ໃຫ້ບໍລິການ ຝຶກອົບຮົມ ແລະ ນາຍຈ້າງ ຈາກພາກທູລະກິດ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບການ ຝຶກອົບຮົມ ທັກສະ, ຮັບຄວາມຮູ້ທາງການເງິນ, ຄວາມຊ່ວຍເຫລືອ ດ້ານການ ຊອກວຽກເຮັດ ງານທຳ ແລະ ການເຂົ້າເຖິງ ໂຊລູຊັ່ນ ທາງດ້ານການເງິນ ເຊິ່ງເຮັດໃຫ້ ຜູ້ທີ່ຢາກມີວຽກເຮັດ ມີທັກສະ ແລະ ເສັ້ນທາງ ທີ່ຊັດເຈນ ໃນການ ມີວຽກເຮັດ ງານທຳໃນໄລຍະຍາວ./

KPL

ຂ່າວອື່ນໆ

ads
ads

Top