ຂປລ
ປະເທດອິນໂດເນເຊຍ ໄດ້ເລີ່ມກໍ່ສ້າງໂຄງການ ໂຮງງານໄຟຟ້າ ພະລັງງານຂີ້ເຫຍື້ອ ເລໂກກ ນັງກາ ຢູ່ແຂວງ ຊວາຕາເວັນຕົກ ເພື່ອແນໃສ່ ຂະຫຍາຍຂີດ ຄວາມສາມາດ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ປະເທດອິນໂດເນເຊຍ ໄດ້ເລີ່ມກໍ່ສ້າງໂຄງການ ໂຮງງານໄຟຟ້າ ພະລັງງານຂີ້ເຫຍື້ອ ເລໂກກ ນັງກາ ຢູ່ແຂວງ ຊວາຕາເວັນຕົກ ເພື່ອແນໃສ່ ຂະຫຍາຍຂີດ ຄວາມສາມາດ ໃນການບຳບັດຂີ້ເຫຍື້ອ ແລະ ການຜະລິດ ພະລັງງານໝູນວຽນ ຜ່ານການໃຊ້ ເຕັກໂນໂລຊີ ການເຜົາໄໝ້ ທີ່ ອຸນຫະພູມສູງ ເພື່ອປ່ຽນຂີ້ເຫຍື້ອ ລວມເຖິງ ຂີ້ເຫຍື້ອ ພລາສະຕິກ ໃຫ້ກາຍເປັນ ກະແສໄຟຟ້າ ແລະ ເຊື້ອໄຟ ທາງເລືອກ. ນອກຈາກນີ້ ເຕັກໂນໂລຊີ ດັ່ງກ່າວ ຍັງຖືກອອກແບບມາ ເພື່ອຫລຸດຜ່ອນ ການປ່ອຍມົນລະພິດ ທີ່ເປັນອັນຕະລາຍ ໃຫ້ໜ້ອຍທີ່ສຸດອີກດ້ວຍ.
ທ່ານ ຢູລີໂອດ ຕັນຈຸງ ລັດຖະມົນຕີ ກະຊວງ ພະລັງງານ ແລະ ຊັບພະຍາກອນແຮ່ທາດ ຂອງອິນໂດເນເຊຍ ກ່າວໃນເວລາ ເຂົ້າຮ່ວມໃນພິທີ ວາງສິລາລຶກວ່າ ໂຄງການດັ່ງກ່າວ ຈະສາມາດ ສ້າງວຽກເຮັດງານທຳໄດ້ ປະມານ 1,500 ຕຳແໜ່ງ ແລະ ມີກຳລັງ ການຜະລິດ ໄຟຟ້າ ປະມານ 40 ເມກາວັດ.
ໂຮງງານໄຟຟ້າແຫ່ງນີ້ ຈະປ່ຽນຂີ້ເຫຍື້ອ ໃຫ້ເປັນ ພະລັງງານ ໝູນວຽນ ເຊິ່ງຈະຊ່ວຍຫລຸດຜ່ອນ ການສະສົມ ຂອງ ຂີ້ເຫຍື້ອ ແລະ ຍົກລະດັບ ຄຸນນະພາບ ສິ່ງແວດລ້ອມ ໂດຍຄາດວ່າ ຈະເລີ່ມ ດໍາເນີນການ ໃນທາງການຄ້າ ໃນປີ 2029. ໃນຂະນະດຽວກັນ, ລັດຖະບານ ພວມຢູ່ໃນຂັ້ນຕອນ ການກະກຽມ ສຳລັບ ໂຄງການ ໂຮງງານໄຟຟ້າ ພະລັງງານຂີ້ເຫຍື້ອ ໃນເຂດຕົວເມືອງ ສຳຄັນ ຢູ່ນະຄອນຫລວງ ຈາກາຕາ ເພື່ອເພີ່ມຂີດ ຄວາມສາມາດ ໃນການ ກຳຈັດ ແລະ ປຸງແຕ່ງຂີ້ເຫຍື້ອ ໃຫ້ມີປະສິດທິພາບດີຂຶ້ນ./
KPL