ຂປລ
ພິທີພົບປະລະຫວ່າງວາ ລ ະ ສ າ ນ ອ ະ ລຸນ ໃ ໝ່ ຂ ອ ງ ພັກ ປ ະ ຊາຊົນປະຕິວັດລາວ ແລະ ວາລະ ສານກົງສ້ານຂອງພັກກອມມູນິດ ຫວຽດນາມ ຈັດຂຶ ້ນໃນວັນທີ 27 ກໍລະກົດ 2026 ທີ ່ນະຄອນຫລວງ ວຽງຈັນ,
ຕາງໜ້າລາວນຳໂດຍ ສ ະ ຫ າ ຍ ຄ ຳ ມ ອ ນ ຈັນ ທ ະ ຈິດ ຮ ອ ງ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ຜູ ້ປະຈຳການຫ້ອງການສະພາທິດສະດີສູນກາງພັກ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຫງັອກ ຮາ ຮອງ ຫົວໜ້າບັນນາທິການໃຫຍ່ ວາລະ ສານກົງສ້ານ ພັກກອມມູນິດຫວຽດ ນາມ, ມີສະຫາຍ ຫີນເພັດ ໄຊຍະ ສີພັນດອນ ຮັກສາການຫົວໜ້າ ບັນນາທິການໃຫຍ່ວາລະສານອະ ລຸນໃໝ່, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງສອງຝ່າຍເຂົ ້າຮ່ວມ. ສະຫາຍ ຄຳມອນ ຈັນທະຈິດ ໄດ້ກ່າວວ່າ: ວາລະສານອະລຸນໃໝ່ ແລະ ວາລະສານກົງສ້ານ ເປັນອົງ ການທິດສະດີການເມືອງຂອງສອງ ພັກທີ ່ຮັບຜິດຊອບໜ້າທີ ່ສຳຄັນໃນ ການຄົ ້ນຄວ້າ, ເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ, ພ້ອມທັງ ປົກປ້ອງອຸດົມການຂອງພັກໃນສະ ພາບການໃໝ່ ຊຶ ່ງຕະຫລອດໄລຍະ ຜ່ານມາ, ສອງວາລະສານໄດ້ຮັກສາ ການພົວພັນຮ່ວມມືອັນດີງາມ ໂດຍ ຜ່ານການແລກປ່ຽນຄະນະຜູ ້ແທນ, ການແລກປ່ຽນບົດຄວາມ, ການຝຶກ ອົບຮົມບຸກຄະລາກອນ ແລະ ການ ແລກປ່ຽນປະສົບການວິຊາການ ອັນໄດ້ສ້າງຜົນສຳເລັດທີ ່ເປັນຮູບ ປະທຳ. ໄລຍະຜ່ານມາ, ສອງວາລະ ສານໄດ້ຮັກສາ ແລະ ເສີມຂະຫຍາຍ ການຮ່ວມມືອັນໃກ້ຊິດ ແລະ ສະໜິດ ສະໜົມ ຊຶ ່ງວາລະສານອະລຸນໃໝ່ ແລະ ວາລະສານກົງສ້ານ ໄດ້ລົງ ນາມໃນບົດບັນທຶກການຮ່ວມມື ໃນປີ 2022. ໃນນັ ້ນ, ໄດ້ກຳນົດ ຂອບເວລາໃນການຮ່ວມມື 2023 2027 ໂດຍຜ່ານການແລກປ່ຽນ ຄະນະຜູ ້ແທນຂອງສອງຝ່າຍ, ການ ແລກປ່ຽນບົດຄວາມ, ບົດຂຽນ ດ້ານວິຊາການ, ການຍົກລະສູງ ຄຸນນະພາບວຽກງານວາລະສານ ຊຶ ່ງສາມາດນຳບົດຂຽນຂອງວາລະ ສານກົງສ້ານຕີພິມເຜີຍແຜ່ລົງໃນວາ ລະສານອະລຸນໃໝ່ ໄດ້ຫລາຍກວ່າ 30 ບົດຄວາມ; ການຈັດຕັ ້ງຝຶກອົບ ຮົມ ແລະ ແລກປ່ຽນບົດຮຽນວິຊາ ສະເພາະໃຫ້ແກ່ພະນັກງານວາລະ ສານອະລຸນໃໝ່, ອັນທີ ່ພົ ້ນເດັ ່ນ ແມ່ນການໃຫ້ການຊ່ວຍເຫລືອໃນ ການຝຶກອົບຮົມເວັບໄຊ, ການສ້າງ ເວັບໄຊ (ວາລະສານເອເລັກໂຕຣ ນິກ), ພ້ອມນັ ້ນກໍໄດ້ໃຫ້ການສະໜັບ ສະໜູນອຸປະກອນຮັບໃຊ້ວຽກງານ ວາລະສານອະລຸນໃໝ່ຈຳນວນໜຶ ່ງ. ສຳລັບຄະນະຜູ ້ແທນວາລະສານອະ ລຸນໃໝ່ ກໍໄດ້ໄປແລກປ່ຽນບົດຮຽນ ແລະ ເຮັດວຽກຢູ ່ ສສ ຫວຽດນາມ ໃນໄລຍະຜ່ານມາ, ສົ ່ງພະນັກງານ ວາລະສານອະລຸນໃໝ່ຂັ ້ນກົມ, ພະແນກ ແລະ ວິຊາການເຂົ ້າຮ່ວມ ການຝຶກອົບຮົມໃນຫົວຂໍ ້ຕ່າງໆ. ພ້ອມກັນນັ ້ນ, ກໍໄດ້ຕ້ອນຮັບຄະນະ ຜູ ້ແທນວາລະສານກົງສ້ານມາແລກ ປ່ຽນບົດຮຽນ ແລະ ເຮັດວຽກຢູ ່ ສປປ ລາວ. ການພົບປະຄັ ້ງນີ ້, ສະຫາຍ ຄຳມອນ ຈັນທະຈິດ ຍັງມີບາງຄຳເຫັນ ແລກປ່ຽນ ເພື ່ອສືບຕໍ ່ຜັນຂະຫຍາຍ ບົດບັນທຶກການຮ່ວມມືເປັນຕົ ້ນສືບ ຕໍ ່ເພີ ່ມທະວີສາຍພົວພັນການຮ່ວມມື ລະຫວ່າງສອງວາລະສານ ຊຶ ່ງຈະ ໄດ້ສືບຕໍ ່ລົງນາມບົດບັນທຶກການ ຮ່ວມມືໃນປີ 2027, ຈະໄດ້ກຳນົດ ແລະ ວາງຂອບການຮ່ວມມືຢ່າງມີ ຈຸດສຸມແນໃສ່ແກ້ໄຂບັນຫາຈຳເປັນ ແລະ ຮີບດ່ວນຂອງສອງຝ່າຍ; ສືບ ຕໍ ່ການປະຊຸມພົບປະ, ແລກປ່ຽນ ຄະນະຜູ ້ແທນຫລາຍລະດັບ ຂອງ ສອງວາລະສານຢ່າງຕໍ ່ເນື ່ອງ ເພື ່ອ ຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍມູນເຊື ້ອອັນດີງາມ, ຄວາມ ສະມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ເປັນຫຸ ້ນສ່ວນຍຸດທະສາດ ທີ ່ສອງພັກໄດ້ລົງນາມໃຫ້ມີປະສິດທິ ຜົນສູງສຸດ; ສືບຕໍ ່ຈັດຝຶກອົບຮົມຫົວຂໍ ້ ສະເພາະໃຫ້ພະນັກງານວາລະສານ ອະລຸນໃໝ່ ໄດ້ຍົກລະດັບທາງດ້ານ ວິຊາການຢ່າງຕໍ ່ເນື ່ອງ ແລະ ມີ ລັກສະນະລົງເລິກ ເປັນຕົ ້ນ ບົດຮຽນ ໃນການຂຽນບົດຄວາມ, ບົດຂ່າວ ແລະ ບັນນາທິການໃນແຕ່ລະຂົງ ເຂດໃຫ້ຫັນເປັນມືອາຊີບ; ສະເໜີ ໃຫ້ສອງວາລະສານມີຫົວຂໍ ້ຄົ ້ນຄວ້າ ດ້ານທິດສະດີພຶດຕິກຳຮ່ວມກັນ ເພື ່ອມີເງື ່ອນໄຂຮຽນຮູ ້ເຊິ ່ງກັນ ແລະ ກັນ, ແລກປ່ຽນຂໍ ້ມູນກັນ ແລະ ນຳ ເອົາບົດຮຽນໃນການສຳມະນາ ແລກປ່ຽນນັ ້ນມາລົງວາລະສານ ໃຫ້ມີເນື ້ອໃນອຸດົມສົມບູນ; ສະເໜີ ໃຫ້ສ້າງກົນໄກປະສານງານໂດຍ ກົງທາງດ້ານວິຊາການ, ວິຊາສະ ເພາະເພື ່ອແລກປ່ຽນບັນຫາຕ່າງໃຫ້ ມີຄວາມສະດວກ, ວ່ອງໄວ ໂດຍສະ ເພາະການປະສານງານຂອງສອງ ວາລະສານ. ຂ່າວ: ກິດຕາ; ພາບ: ເກດສະໜາ
KPL