ຂປລ
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.
ຂປລ. ໂດຍສະຫາຍໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳຂອງເມືອງເອົາໃຈໃສ່ໃນການເຄື່ອນໄຫວວຽກງານໃນແຕ່ລະຂະແໜງການໃຫ້ຫັນເປັນແຜນງານລະອຽດໃນການເຄື່ອນໄຫວວຽກງານຂອງເມືອງ ພ້ອມຕິດຕາມ, ກວດກາໃນແຕ່ລະໄລຍະເພື່ອເຮັດໃຫ້ການ ເຄື່ອນໄຫວໄປຕາມແຜນການທ່ີວາງໄວ້, ໃຫ້ມີການປຶກສາຫາລືກັນໃນແຕ່ລະຂະແໜງການ, ຈັດສັນທ່ີດິນໃຫ້ປະຊາຊົນມີພື້ນທີ່ຜະລິດໃຫ້ຫລາຍຂຶ້ນ, ຕິດພັນກັບການປຸງແຕ່ງເພື່ອສະໜອງພາຍໃນເມືອງໃຫ້ກຸ້ມຢູ່ກຸ້ມກິນ, ເອົາໃຈໃສ່ໃນການປົກປັກຮັກສາທຳມະຊາດ, ສິ່ງແວດລ້ອມ, ດຶງດູດການລົງທຶນດ້ວຍທ່າແຮງຂອງເມືອງທີ່ມີ; ສົ່ງເສີມລູກຫລານໃຫ້ໄດ້ຮຽນໜັງສື ເພື່ອເປັນກໍາລັງແຮງໃນການແກ້ໄຂຄວາມທຸກຍາກ, ຄູ-ອາຈານກໍຕ້ອງໄດ້ເອົາໃຈໃສ່ໃນການສິດສອນ.
ສຳລັບວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເປັນວຽກຍຸດທະສາດທີ່ສຳຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ໂດຍສະເພາະບັນຫາປະກົດການຫຍໍ້ທໍ້, ບັນຫາຢາເສບຕິດ, ມີສະຕິຕໍ່ກົນອຸບາຍຕ່າງໆຂອງອິດທິກຳລັງປໍລະປັກ; ວຽກງານກໍ່ສ້າງພັກ-ພະນັກງານຕ້ອງຍົກສູງຄຸນນະພາບຂອງການຈັດຕ້ັງພັກ, ການຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງຂອງພັກ, ການຂະຫຍາຍພັກ, ຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ-ພະນັກງານ, ການເຄື່ອນໄຫວວຽກງານລວມແມ່ນຍຶດຖືຜົນປະໂຫຍດສ່ວນລວມເປັນຫລັກ, ຕັ້ງໜ້າຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໃຫ້ມີຜົນສຳເລັດ; ວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫລວງ ແມ່ນເປັນເຄື່ອງມືໜຶ່ງໃນການນໍາພາຂອງພັກ ບໍລິຫານລັດ ດ້ວຍການຕິດຕາມ, ກວດກາປະເມີນ ຜົນໃນແຕ່ລະໄລຍະ ເພ່ືອຊອກໃຫ້ ເຫັນດ້ານດີ, ດ້ານຄົງຄ້າງໃນການເຄ່ືອນໄຫວວຽກງານຕ່າງໆ, ກວດກາການຜັນຂະຫຍາຍມະຕິ, ຄຳສ່ັງ, ການສ້າງແຜນ, ການຈັດຕັ້ງປະຕິບັດແຜນ, ການປະເມີນແຜນກວດເຫັນ ອັນດີກະຕ້ອງໄດ້ຊຸກຍູ້ສົ່ງເສີມ, ໂຄສະນາເຜີຍແຜ່, ຖ້າມີດ້ານອ່ອນກໍຕ້ອງໄດ້ປັບປຸງປ່ຽນແປງ, ບັນດາສະຫາຍຄະນະພັກ, ຄະນະນຳຂອງເມືອງຕ້ອງມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ເປັນກຳລັງແຮງ, ເປັນຫົວຈັກຫລັກແຫລ່ງໃນການຂັບເຄື່ອນວຽກງານຕ່າງໆໃນທົ່ວເມືອງ, ໃຫ້ນຳພາ-ຊີ້ນຳ, ບັນຊາ ແຕ່ລະຂະແໜງການຢ່າງແທດເຖິງຕົວຈິງ.
ສະຫາຍ ທອງຕື ເກຍສະບົງ ກຳມະການພັກແຂວງ, ເລຂາພັກເມືອງສໍາພັນ ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງ ໃນການຈັດຕ້ັງປະຕິບັດວຽກງານ 6 ເດືອນຕົ້ນປີໂດຍຫຍໍ້ວ່າ: ລວມຍອດມູນຄ່າຜະລິດຕະພັນພາຍໃນເມືອງ 6 ເດືອນຕົ້ນປີ 2026 ຂະຫຍາຍຕົວເພີ່ມຂຶ້ນ 3,43% ( ແຜນການ ປີ 5,55%); ສາມາດສ້າງມູນຄ່າເພີ່ມໃນປັດຈຸບັນໄດ້ 177,22 ຕື້ກີບ ເທົ່າກັບ 57,64% ຂອງ ແຜນການປີ, ສະເລ່ຍຕໍໍ່ຫົວຄົນ ໄດ້ປະມານ 6.320.000 ກີບ ຫລື ເທົ່າກັບ 301,15 ໂດລາສະຫະລັດ, ທົ່ວເມືອງມີບ້ານພົ້ນທຸກ 9 ບ້ານ ເທົ່າກັບ 14,52%, ຄອບຄົວພົ້ນທຸກ 898 ຄອບຄົວ ກວມ 19,46%, ພົນລະເມືອງທຸກຍາກຍັງກວມ ເອົາ 83,47% ຂອງຈໍານວນນລະເມືອງໃນທົ່ວເມືອງ, ມີບ້ານພັດທະນາ 2 ບ້ານ, ປະກາດບ້ານ ໃຫຍ່ເປັນຕົວເມືອງໃນຊົນນະບົດ 1 ບ້ານ.
ໂອກາດເຄ່ືອນໄຫວວຽກງານ ຄ້ັງນ້ີ, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ 6 ຊຸດ ແລະ ກຸ່ມນັກທຸລະກິດໜຸ່ມ ກໍໄດ້ປະກອບ ສ່ວນມອບເງິນ 100.000.000 ກີບໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນ ວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມເທສະບານເມືອງຕື່ມອີກ.
KPL