ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືແມ່ນໍ້າຂອງ 2026

29/07/2026 09:47
ຂປລ ວັນທີ 23 ກໍລະກົດ 2026 ຜ່ານມາ, ທີ ່ບາງກອກ ປະເທດໄທ, ທ່ານ ສົມບູນ ສີຫານາດ ຫົວໜ້າ ກົມເສດຖະກິດ, ກະຊວງການຕ່າງ ປະເທດໄດ້ຕາງໜ້າ ສປປ ລາວ ໃນນາມປະທານສະພາບໍລິຫານ ງ າ ນ ສ ະ ຖ າ ບັນແ ມ່ນໍ ້າ ຂ ອ ງ ໄ ດ້ກ່າ ວ ເປີດກອງປະຊຸມເວທີປຶກສາຫາລື ແມ່ນໍ ້າຂອງ 2026 ພາຍໃຕ້ຫົວ ຂໍ ້ “People, Partnership, Progress: Powering GMS Development through Nexus Solutions”
ຊຶ ່ງມີຜູ ້ຕາງໜ້າຈາກ ພາກລັດ, ພາກເອກະຊົນ, ສະຖາບັນ ຄົ ້ນຄວ້າ ແລະ ອົງການຈັດຕັ ້ງທາງ ສັງຄົມບັນດາປະເທດອະນຸພາກພື ້ນ ແມ່ນໍ ້າຂອງ, ລວມທັງປະເທດຄູ ່ ຮ່ວມພັດທະນາ ແລະ ອົງການຈັດ ຕັ ້ງສາກົນເຂົ ້າຮ່ວມ. ເວທີປຶກສາຫາລືຄັ ້ງນີ ້, ໄດ້ສຸມ ໃສ່ແລກປ່ຽນແນວຄວາມຄິດ, ປະ ສົບການ ແລະ ວິທີການໃໝ່ໆ ເພື ່ອ ຮັບມືກັບສິ ່ງທ້າທາຍຕ່າງໆ ທີ ່ເກີດ ຂຶ ້ນໃນອະນຸພາກພື ້ນແມ່ນໍ ້າຂອງ ໂດຍສະເພາະການປ່ຽນແປງດິນ ຟ້າອາກາດ, ການຫັນໄປສູ ່ດີຈິຕອນ, ບັນຫາດ້ານສິ ່ງແວດລ້ອມ ແລະ ສາ ທ າ ລ ະ ນ ະ ສຸກ ລ ວ ມ ທັງ ຄ ວ າ ມ ບໍ ່ແ ນ່ ນອນທາງດ້ານເສດຖະກິດແນໃສ່ ສົ ່ງເສີມການເປັນຄູ ່ຮ່ວມມືທີ ່ດີລະ ຫວ່າງທຸກພາກສ່ວນທີ ່ກ່ຽວຂ້ອງ ເພື ່ອການພັດທະນາພາກພື ້ນທີ ່ເຂັ ້ມ ແຂງຍິ ່ງຂຶ ້ນ ແລະ ນໍາເອົາໝາກຜົນຕົວຈິງມາສູ ່ປະຊາຊົນ. ເວທີປຶກສາ ຫາລືແມ່ນໍ ້າຂອງແມ່ນຖືກຈັດຂຶ ້ນ ທຸກໆປີ ຊຶ ່ງເປັນຄັ ້ງທີ 12 ແລ້ວ. ພິເສດປີນີ ້ ແມ່ນໜຶ ່ງໃນກິດຈະກໍາ ເພື ່ອສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ ້ງສະຖາບັນ ແມ່ນໍ ້າຂອງ ແລະ ພາຍໃຕ້ການ ເປັນປະທານສະພາບໍລິຫານງານ ສະຖາບັນແມ່ນໍ ້າຂອງ ສປປ ລາວ ອີກດ້ວຍ. ໃນວັນດຽວກັນ, ທ່ານ ສົມບູນ ສີຫານາດ ໄດ້ເປັນປະທານກອງ ປະຊຸມປຶກສາຫາລືລະຫວ່າງສະ ພາບໍລິຫານງານສະຖາບັນແມ່ນໍ ້າ ຂອງ ແລະ ຄູ ່ຮ່ວມພັດທະນາ (Mekong Institute Council Consultation with Development Partners) ເພື ່ອ ປຶກສາຫາລື ແລະ ແລກປ່ຽນຄວາມ ຄິດເຫັນກ່ຽວກັບກາລະໂອກາດ ແລະ ຂົງເຂດການພັດທະນາພາກ ພື ້ນແມ່ນໍ ້າຂອງທີ ່ເປັນບຸລິມະສິດ ແລະ ມີຄວາມສົມໃຈຮ່ວມກັນແນ ໃສ່ເພີ ່ມທະວີການຮ່ວມມືລະຫວ່າງ ສະຖາບັນແມ່ນໍ ້າຂອງ ແລະ ຄູ ່ຮ່ວມ ພັດທະນາໃນປັດຈຸບັນ ກໍຄື ໃນຕໍ ່ ໜ້າ ໂດຍສະເພາະການຊຸກຍູ ້ການ ຈັດຕັ ້ງປະຕິບັດແຜນຍຸດທະສາດ ຂອງສະຖາບັນແມ່ນໍ ້າຂອງ 2026 2030 ໃຫ້ເປັນຮູບປະທໍາ ແລະ ປະ ກອບສ່ວນເຂົ ້າໃນການເຊື ່ອມໂຍງ ພາກພື ້ນໃຫ້ມີໝາກຜົນຍິ ່ງໆຂຶ ້ນ. ພ້ອມກັນນີ ້, ທ່ານ ສົມບູນ ສີຫານາດ ໄດ້ສືບຕໍ ່ເປັນປະທານ ກອງປະຊຸມສະພາບໍລິຫານງານ ສະຖາບັນແມ່ນໍ ້າຂອງ (Mekong Institute Council Meeting) ຄັ ້ງທີ 1 ປະຈຳປີ 2026 ຊຶ ່ງໄດ້ ທົບທວນຄືນການຈັດຕັ ້ງປະຕິບັດ ວຽກງານຂອງສະຖາບັນແມ່ນໍ ້າ ຂອງ ໃນໄລຍະ 6 ເດືອນຕົ ້ນປີ 2026 ແລະ ວາງແຜນທິດທາງການ ຮ່ວມມືໃນຕໍ ່ໜ້າ ໂດຍສະເພາະໄດ້ ຮັບຮອງເອົາບັນດາເອກະສານສຳ ຄັນຫລາຍສະບັບສຳລັບການບໍລິ ຫານງານພາຍໃນສະຖາບັນດັ ່ງ ກ່າວ. ອັນພົ ້ນເດັ ່ນແມ່ນໄດ້ຮັບຮອງ ເອົາການແຕ່ງຕັ ້ງທ່ານ ອານຸລັກ ກິດຕິຄຸນ ເປັນຜູ ້ອຳນວຍການສະ ຖາບັນແມ່ນໍ ້າຂອງຜູ ້ໃໝ່ຢ່າງເປັນ ທາງການ ຊຶ ່ງຖືເປັນພົນລະເມືອງ ລາວຄົນທຳອິດ ແລະ ຈະເລີ ່ມປະ ຕິບັດໜ້າທີ ່ດັ ່ງກ່າວ ນັບແຕ່ວັນທີ 1 ກັນຍາ 2026 ເປັນຕົ ້ນໄປ, ລວມ ທັງໄດ້ຮັບຮອງເອົາການແຕ່ງຕັ ້ງ ສ ເກົາຫລີ ເປັນທີ່ປຶກສາຂອງສະພາບໍລິຫານງານສະຖາບັນແມ່ ນໍ້າຂອງ. ກອງປະຊຸມສະພາບໍລິຫານງານ ສະຖາບັນແມ່ນໍ ້າຂອງຄັ ້ງຕໍ ່ໄປຈະຈັດຂຶ ້ນພາຍໃຕ້ການເປັນເຈົ ້າພາບ ແລະ ເປັນປະທານຂອງ ສປປ ລາວ ໃນທ້າຍປີ 2026 ນີ ້.
KPL

ຂ່າວອື່ນໆ

ads
ads

Top