ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

29/07/2026 10:28
ຂປລ ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້. ດັ່ງນັ້ນມື້ນີ້ ຄໍລຳ “ສຶກສາຫາຄວາມຮູ້” ຈະນຳສະເໜີເຄື່ອງດື່ມທີ່ຊ່ວຍແກ້ອາການເມົາຄ້າງ ເພື່ອເປັນການແລກປ່ຽນກັບທ່ານຜູ້ອ່ານ ມີດັ່ງນີ້.
ນໍ້າສະອາດ: ເປັນສິ່ງທີ່ດີທີ່ສຸດ ເພາະຊ່ວຍທົດແທນນ້ຳທີ່ສູນເສຍ ແລະ ຫລຸດອາຫານປາກແຫ້ງ ແລະ ເຈັບຫົວ. ສາເຫດທີ່ເຮັດໃຫ້ເມົາ ເກີດຈາກສະພາວະຂາດນໍ້າໃນຮ່າງ ກາຍເພາະຮ່າງກາຍຕ້ອງຂັບແອວກໍຮໍອອກໄປ ຈຶ່ງເຮັດໃຫ້ມີນໍ້າອອກໄປພ້ອມໆກັນ ທາງແກ້ຄືດື່ມນໍ້າຫລາຍໆ ເພື່ອຊົດເຊີຍການເສຍນໍ້າ. ດື່ມນ້ຳອຸ່ນ: ເຄື່ອງດື່ມອຸ່ນໆ ຊ່ວຍໃຫ້ຮ່າງກາຍຜ່ອຍຄາຍ ແລະ ຫລຸດອາຫານປວດຮາກໄດ້ ເປັນຕົ້ນ  ນໍ້າຊາ, ຊາໝາກນາວ ແລະ ອື່ນໆ.
 ເຄື່ອງດື່ມເກືອແຮ່: ຊ່ວຍທົດແທນນ້ຳ ແລະ ແຮ່ທາດທີ່ສູນເສຍໄປກັບປັດສະວະ ເຮັດໃຫ້ຮ່າງກາຍຟື້ນຕົວໄວຂຶ້ນ.
ນໍ້າສົ້ມສົດ: ການດື່ມນໍ້າສົ້ມ ຈະຊ່ວຍຫລຸດອາການເຈັບຫົວ ແລະ ວິນຫົວ ເພາະນ້ຳສົ້ມສົດມີວິຕາມິນ C ແລະ ນ້ຳຕານຈາກທຳມະຊາດ ຊ່ວຍເພີ່ມພະລັງງານ ແລະ ບັນເທົາອາການອ່ອນເພຍ. 
ນໍ້າເຜິ້ງປະສົມນໍ້າໝາກນາວ: ຊ່ວຍເພີ່ມພະລັງງານຢ່າງວ່ອງໄວ ແລະ ອາດຊ່ວຍຫລຸດອາຫານປວດຮາກໄດ້.
ນໍ້າຂີງອຸ່ນໆ: ເປັນເຄື່ອງດື່ມທີ່ຊ່ວຍຫລຸດອາການປວດຮາກ ແລະ ອາດຊ່ວຍຫລຸດອາການວິນຫົວ ທີ່ເກີດຈາກອາການເມົາຄ້າງ ເຮັດໃຫ້ຮ່າງກາຍຮູ້ສຶກສົດຊື່ນ ແລະ ຟື້ນໂຕໄດ້ດີຂຶ້ນ.
ນໍ້າອ້ອຍສົດ: ມີນ້ຳຕານຈາກທຳມະຊາດຊ່ວຍເພີ່ມພະລັງງານ, ການດື່ມນໍ້າອ້ອຍສົດໆບໍ່ໃສ່ນໍ້າກ້ອນ 1 ແກ້ວ ຈະຊ່ວຍແກ້ອາການເມົາຄ້າງ, ອາການເຈັບຫົວ ແລະ ຫລຸດອາການອ່ອນເພຍໄດ້.

KPL

ຂ່າວອື່ນໆ

ads
ads

Top