ຂປລ
ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບ ທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວກໍຂາຍປາສົດ. ປັດຈຸບັນນີ້, ປະຊາຊົນໄດ້ຫັນມາແຜ່ເປັນປາແຫ້ງເພື່ອຕໍ່ຍອດຜົນຜະລິດໃຫ້ມີມູນຄ່າສູງຂຶ້ນ ເປີດຊ່ອງທາງໃຫ້ຊຸມຊົນສາມາດສ້າງມູນຄ່າຈາກສິ່ງທີ່ຕົນເອງມີ ເໝືອນດັ່ງຄອບຄົວ ນາງ ຊ້ອຍ ພົມນະຈັກ ແມ່ນໜຶ່ງໃນແມ່ຍິງທີ່ສາມາດພັດ ທະນາເປັນອາຊີບຈາກພູມປັນຍາດັ້ງເດີມຂອງຄອບຄົວ. ເສັ້ນທາງຂອງລາວ ບໍ່ໄດ້ເລີ່ມຈາກທຶນກ້ອນໃຫຍ່ ຫລື ທຸລະກິດຂະໜາດໃຫຍ່, ແຕ່ເລີ່ມຈາກການນຳເອົາຄວາມຮູ້ ແລະ ພູມປັນຍາທີ່ສືບທອດມາຈາກປູ່ຍ່າຕານາຍ ກ່ອນຈະຄ່ອຍໆພັດທະນາໃຫ້ກາຍເປັນສິນຄ້າທີ່ສາມາດສ້າງລາຍຮັບໄດ້ 200-300 ລ້ານກີບຕໍ່.

ນາງ ຊ້ອຍ ໄດ້ໃຫ້ຮູ້ວ່າ: ໃນອະດີດ ຄອບຄົວບໍ່ມີລາຍໄດ້ທີ່ແນ່ນອນ ແລະ ຕ້ອງດຳລົງຊີວິດຢ່າງລຳບາກ, ແຕ່ເມື່ອໄດ້ຫັນມາພັດທະນາອາຊີບ ແລະ ຕໍ່ຍອດຜະລິດຕະພັນປາແຫ້ງ, ສິ່ງທີ່ເຄີຍເປັນພຽງອາຫານປະຈຳຄອບຄົວ ກໍໄດ້ກາຍເປັນອາຊີບທີ່ສາມາດສ້າງລາຍຮັບມາຮອດປັດຈຸບັນ ຊຶ່ງທຸລະກິດຂອງຄອບຄົວສາມາດສ້າງລາຍຮັບປະມານ 200-300 ລ້ານກີບຕໍ່ປີ. ລາຍໄດ້ດັ່ງກ່າວໄດ້ຊ່ວຍຍົກລະດັບການເປັນຢູ່ຂອງຄອບຄົວໃຫ້ມີເຮືອນຢູ່ຖາວອນ, ມີລົດໃຊ້ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນກວ່າເກົ່າ ຊຶ່ງຄວາມສຳເລັດນີ້ມັນສະແດງໃຫ້ເຫັນວ່າ ການພັດທະນາອາຊີບທີ່ເໝາະສົມກັບທຶນທ້ອງຖິ່ນ ສາມາດປ່ຽນຊັບພະຍາກອນທີ່ມີຢູ່ໃຫ້ກາຍເປັນໂອກາດ, ພູມປັນຍາ ການເຮັດປາແຫ້ງທີ່ສືບທອດຈາກຄົນຮຸ່ນກ່ອນ ຈຶ່ງບໍ່ໄດ້ຢຸດຢູ່ພຽງການຮັກສາລົດຊາດ ແລະ ເອກະລັກອາຫານຂອງຊຸມຊົນເທົ່ານັ້ນ, ແຕ່ຍັງສາມາດກາຍເປັນທຶນທາງເສດຖະກິດທີ່ຊ່ວຍພາຄອບຄົວໃຫ້ກ້າວໄປຂ້າງໜ້າ, ຄວາມສຳເລັດດັ່ງກ່າວ ເກີດຂຶ້ນຄຽງຄູ່ກັບການສົ່ງເສີມຈາກໂຄງການໄຟຟ້ານ້ຳເທີນ 2 ທີ່ຮ່ວມມືກັບພາກລັດ ແລະ ຊຸມຊົນ ໃນການພັດທະນາອາຊີບຂອງປະຊາຊົນ, ແນວທາງສຳຄັນປະກອບມີການຝຶກອົບຮົມ, ການສ້າງຄວາມເຂັ້ມແຂງດ້ານອາຊີບ, ການປຸງແຕ່ງຜົນຜະລິດ ແລະ ການສ້າງອາຊີບໃຫ້ຊຸມຊົນ ເພື່ອຊ່ວຍໃຫ້ປະຊາຊົນສາມາດເພິ່ງພາຕົນເອງໄດ້, ສ້າງລາຍຮັບ ແລະ ວາງຮາກ ຖານຊີວິດທີ່ຍືນຍົງ. ພ້ອມກັນນັ້ນ, ການພັດທະນາອາຊີບປະມົງໄດ້ຖືກເຊື່ອມໂຍງເຂົ້າກັບການບໍລິຫານຊັບພະຍາກອນໂດຍຊຸມຊົນ ຜ່ານການສ້າງຕັ້ງສະມາຄົມປະມົງ, ການກຳນົດລະບຽບຮ່ວມກັນ ທັງໃນການນຳໃຊ້ເຄື່ອງມືຫາປາ, ການຊື້-ຂາຍປາ ແລະ ການກຳນົດເຂດອະນຸລັກ, ເຂດຫາປາ ເປັນກົນໄກທີ່ຊ່ວຍໃຫ້ຊຸມຊົນມີສ່ວນຮ່ວມໃນການຮັກສາແຫລ່ງຊັບພະຍາກອນປາໃນອ່າງເກັບນ້ຳເຂື່ອນນ້ຳເທີນ 2 ຄຽງຄູ່ໄປກັບການສ້າງລາຍຮັບ, ຊຸມຊົນຮູ້ຈັກນຳຊັບພະຍາກອນມາໃຊ້ຢ່າງມີແຜນ, ຕໍ່ຍອດຜົນຜະລິດໃຫ້ມີມູນຄ່າ ແລະ ຮ່ວມກັນຮັກສາແຫລ່ງທຳມະຊາດ, ຜົນປະໂຫຍດທີ່ສາມາດສົ່ງຕໍ່ໄປເຖິງຄົນຮຸ່ນຫລັງ.

ນາງຊ້ອຍ ກ່າວຕື່ມວ່າ: ຄວາມຍືນຍົງບໍ່ໄດ້ໝາຍເຖິງພຽງການອະນຸລັກທຳມະຊາດເທົ່ານັ້ນ, ແຕ່ແມ່ນການຮູ້ຈັກນຳໃຊ້ທຶນທີ່ມີຢູ່ຢ່າງຮອບຄອບ, ສ້າງມູນຄ່າຢ່າງສ້າງສັນ ແລະ ຮ່ວມກັນຮັກສາແຫລ່ງທຶນນັ້ນໄວ້ ເພື່ອໃຫ້ຊຸມຊົນມີອາຊີບ, ມີລາຍຮັບ ແລະ ມີອະນາຄົດທີ່ໝັ້ນຄົງ ພ້ອມທັງສາມາດສົ່ງຕໍ່ຜົນປະໂຫຍດຈາກຊັບພະຍາກອນອັນລ້ຳຄ່ານີ້ໄປສູ່ຄົນຮຸ່ນຫລັງຢ່າງຍືນຍົງ.
KPL