ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການ

30/07/2026 10:06
ຂປລ ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.

ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.
ສຳລັບປີ 2026 ບຸນເຂົ້າພັນສາແມ່ນກົງກັບວັນພຸດທີ 29 ກໍລະກົດ ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ພສ 2569 ຊຶ່ງເປັນມື້ທີ່ພຸດທະສາສະນິກະຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດໄດ້ພ້ອມໃຈກັນເຂົ້າວັດ ເພື່ອໃສ່ບາດຖວາຍສັງຄະທານ, ຖວາຍຜ້າອາບນ້ຳຝົນ, ທຽນເຂົ້າພັນສາ ແລະ ເຄື່ອງສັກກາລະບູຊາຕ່າງໆ ແດ່ພະສົງສາມະເນນ ຢູ່ຕາມວັດວາອາຮາມຕ່າງໆຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳອັນດີງາມທີ່ເຄີຍສືບທອດກັນມາແຕ່ບູຮານນະການ. ເຖິງວ່າຈະມີຝົນຕົກລິນແຕ່ກໍໍບໍ່ໄດ້ເປັນອຸປະສັກຕໍ່ຄວາມເລື່ອນໃສຂອງພຸດທະສາສະນິກະ ຊົນທີ່ພາກັນເຂົ້າວັດຟັງທຳ, ໄຫວ້ພະ-ຮັບສິນ, ຟັງທຳມະເທສະໜາ ແລະ ຮ່ວມພິທີທາງສາສະໜາຢ່າງຄຶກຄື້ນ. ຂະນະດຽວກັນຢູ່ຫລາຍໆວັດຍັງມີເຈົ້າພາບ ແລະ ຜູ້ມີຈິດສັດທານຳເອົານ້ຳດື່ມ, ນ້ຳຫວານ ແລະ ອາຫານປະເພດຕ່າງໆ ມາຕັ້ງເປັນໂຮງທານ ເພື່ອບໍລິການໃຫ້ປະຊາຊົນຜູ້ມາໃສ່ບາດ. 

ບຸນເຂົ້າພັນສາມີຄວາມເປັນມາຕັ້ງແຕ່ສະໄໝພຸດທະການທີ່ພະພຸດ ທະເຈົ້າຍັງດຳລົງພະຊົນຢູ່ ຊຶ່ງພະພຸດທະອົງຍັງບໍ່ໄດ້ກຳນົດການຈຳພັນສາໃນມື້ເຂົ້າພັນສາ. ດັ່ງນັ້ນ, ພະສົງຈຶ່ງເດີນທາງໄປ-ມາຕາມສະຖານທ່ີຕ່າງໆ ອັນເປັນເຫດໃຫ້ເກີດບັນຫາຕາມມາຄື: ເຫລົ່າພະສົງທັງຫລາຍໄດ້ຢຽບເອົາພືດພັນທັນຍາຫານໄຮ່ນາຮົ້ວສວນ ຂອງຊາວບ້ານທີ່ປູກໄວ້ໃນລະດູຝົນ ແລະ ທີ່ຮ້າຍແຮງກວ່ານັ້ນຄື: ສັດນ້ອຍ-ໃຫຍ່ ທີ່ອອກຫາກິນຕາມພື້ນດິນກໍຖືກຢຽບມີທັງໂຕບາດເຈັບ ແລະ ຕາຍໄປ ຊິ່ງເຮັດໃຫ້ຊາວບ້ານໄດ້ຮັບຄວາມເສຍຫາຍຢ່າງຫລວງຫລາຍ. ເມື່ອພະພຸດທະເຈົ້າຊົງຮູ້ເລື່ອງນີ້ແລ້ວ ຈຶ່ງໄດ້ບັນຍັດເລື່ອງການຈຳພັນສາຂອງພະສົງ ຄື: ເມື່ອຮອດລະດູຝົນໃຫ້ພະສົງຈຳພັນສາຢູ່ບ່ອນໃດບ່ອນໜຶ່ງເປັນໄລຍະເວລາ 3 ເດືອນ ຊຶ່ງປົກກະຕິແລ້ວຕາມພະວິໄນການຈຳພັນສາ ຫລື ເຂົ້າພັນສາມີ 2 ປະເພດຄື: 1. ການເຂ້ົາພັນສາຕາມປົກກະຕິເອີ້ນວ່າ: “ປຸຣິມພັນສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 8, ຖ້າປີໃດເດືອນ 8 ສອງຫົນກໍຈະເລີ່ມໃນມ້ືແຮມ 1 ຄໍ່າ ເດືອນ 8 ຫລັງ ແລະ ອອກພັນສາໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຊຶ່ງພະສົງ ທີ່ຈຳພັນສາຄົບ 3 ເດືອນ ກໍຈະມີສິດຮັບກັນຖິນ; 2.ການເຂົ້າພັນສາຫລັງເອີ້ນວ່າ:“ປັດສິມພັນສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 9 ແລະ ອອກພັນສາ ໃນມື້ຂຶ້ນ 15 ຄໍ່າ ເດືອນ 12 ໃນກໍລະນີນີ້ຄືພະສົງຕິດພາລະກິດຕ້ອງເດີນທາງໄກ ຫລື ເຫດຈຳເປັນທີ່ບໍ່ສາມາດມາເຂົ້າພັນສາປົກກະຕິໄດ້. ບຸນເຂົ້າພັນສາຍັງມີຄວາມໝາຍຄວາມສຳຄັນຄື: ໃນວາລະການຂອງການເຂົ້າພັນສາ ແມ່ນກົງກັບລະດູກະສິກຳ ປະຊາຊົນຈະປູກໝາກໄມ້, ພືດຜົນທັນຍາຫານ ແລະ ພະສົງຢູ່ຈຳພັນສາໃນອາວາດເພື່ອສຶກສາພະທໍາວິໄນ ຕາມຄຳສອນຂອງພະພຸດທະເຈົ້າ. ສ່ວນພຸດທະສາສະນິກະຊົນ ກໍໄດ້ໂອກາດໄປໄຫວ້ພະສູດມົນ, ຮັກສາສິນ, ຈະເລີນເມດຕາພາວະນາ, ເຮັດບຸນບຳເພັນກຸສົນນຳພະສົງສາມະເນນ ແລະ ທີ່ສຳຄັນພະສົງທີ່ຈຳພັນສາຖ້ວນໄຕມາດ ຫລື ຄົບ 3 ເດືອນ ຈະໄດ້ຮັບອານິສົງການຍົກເວັ້ນພະວິໄນ 5 ຂໍ້ ຄື: 1. ເດີນທາງອອກຈາກວັດໂດຍທີ່ບໍ່ຕ້ອງຂໍອະນຸຍາດເຈົ້າອະທິການວັດ ຫລື ພະສົງອົງອື່ນ; 2. ເດີນທາງໄປຄ້າງບ່ອນອື່ນ ໂດຍທີ່ບໍ່ຕ້ອງຖືຜ້າຈີວອນຄົບ 3 ຜືນ; 3. ສັນເຂົ້າຮ່ວມຄະນະໄດ້; 4.ເກັບອະຕິເຣກະຈີວອນໄດ້ຕາມຄວາມປາຖະນາ; 5. ເກັບຮັກສາຜ້າຈີວອນ ເມື່ອມີຄົນມາຖວາຍໄດ້ໂດຍບໍ່ຕ້ອງສະລະເຂົ້າກອງກາງ.

ໂດຍ:​ແສງສະຫວັນ



    
KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ  ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ

      7/30/2026 10:36:34 AM

      ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.

    • ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນ

      7/30/2026 10:23:38 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.

    • ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່ບົດ-ສາລະຄະດີ

      ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່

      7/30/2026 10:10:28 AM

      ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

    • ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ ບົດ-ສາລະຄະດີ

      ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

      7/29/2026 10:28:35 AM

      ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

    • ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?ບົດ-ສາລະຄະດີ

      ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?

      7/29/2026 10:26:13 AM

      ຂປລ. ການຂັບຂີ່ຢ່າງປອດໄພ ເປັນປັດໄຈສຳຄັນທີ່ຊ່ວຍຫລຸດຜ່ອນອຸບັດເຫດ ແລະ ປົກປ້ອງຊີວິດ ພ້ອມທັງຊັບສິນຂອງຕົນເອງ ແລະ ຜູ້ອື່ນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນຍຶດໝັ້ນຫລັກການສຳຄັນດັ່ງຕໍ່ໄປນີ້:

ads
ads

Top