ຂປລ
ເວທີປາໄສການສື່ສານສາກົນຢຸນນານ ຄັ້ງທີ 5 ໄດ້ຖືກຈັດຂຶ້ນເມື່ອມໍ່ໆມານີ້ ທີ່ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ທາງທິດຕາເວັນຕົກສ່ຽງໃຕ້ຂອງສປ ຈີນ, ໂດຍໄດ້ເຕົ້າໂຮມເອົາຜູ້ຊ່ຽວຊານ, ຜູ້ປະກອບການສື່ມວນຊົນ ແລະ ຕົວແທນຈາກສະຖາບັນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ
ຂປລ.ຄຸນໝິງ, ວັນທີ 16 ກໍລະກົດ (ຊິນຮວາ) -ເວທີປາໄສການສື່ສານສາກົນ ຢຸນນານ ຄັ້ງທີ 5 ໄດ້ຖືກຈັດຂຶ້ນເມື່ອມໍ່ໆມານີ້ ທີ່ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ທາງທິດ ຕາເວັນຕົກ ສ່ຽງໃຕ້ຂອງສປ ຈີນ, ໂດຍໄດ້ເຕົ້າໂຮມເອົາຜູ້ຊ່ຽວຊານ, ຜູ້ປະກອບການ ສື່ມວນຊົນ ແລະ ຕົວແທນຈາກສະຖາບັນ ທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊອກ ຫາກົນໄກ ແລະ ເສັ້ນທາງໃໝ່ ສໍາລັບການສື່ສານສາກົນ.
ໃນໄລຍະກອງຊຸມ, ຜູ້ເຂົ້າຮ່ວມ ໄດ້ມີສ່ວນຮ່ວມ ໃນການແລກປ່ຽນ ບົດຮຽນ ຂໍ້ມູນຂ່າວສານ ຢ່າງເລິກເຊິ່ງ ກ່ຽວກັບຫົວຂໍ້ ການສື່ສານສາກົນ ໃນບັນຫາຕ່າງໆ ທີ່ກ່ຽວຂ້ອງ, ລວມທັງການ ປົກປັກຮັກສາ ມໍລະດົກໂລກ, ການສຶກສາຄົ້ນຄວ້າກ່ຽວກັບ ພາກພື້ນ ແລະ ປະເທດ. ໂດຍເວທີປຶກສາ ຫາລືຄັ້ງນີ້ ຍັງໄດ້ຊີ້ໃຫ້ເຫັນວ່າ: ຜົນສໍາເລັດ ທີ່ໄດ້ຮັບການຍອມຮັບ ຂອງແຂວງຢຸນນານ ໃນການອະນຸລັກ ຊ້າງອາຊີ, ເຊິ່ງເປັນຕົວຢ່າງ ທີ່ຊັດເຈນຂອງຄວາມ ພະຍາຍາມຂອງຝ່າຍສປ ຈີນ ໃນການພັດທະນາ ອາລິຍະທໍາ ທາງດ້ານລະບົບນິເວດ ວິທະຍາ ແລະ ການສົ່ງເສີມ ການຢູ່ຮ່ວມກັນຢ່າງກົມກຽວ ລະຫວ່າງມະນຸດ ແລະ ທໍາມະຊາດ.
ຊຶ່ງນັບຕັ້ງແຕ່ ເປີດຕົວໃນປີ 2022, ເວທີປາໄສດັ່ງກ່າວ ໄດ້ຮັບການພັດທະນາ ໃຫ້ກາຍເປັນເວທີການສື່ສານສາກົນ ທີ່ມີອິດທິພົນ ໂດຍໃຊ້ຊ້າງອາຊີ ອັນເປັນທີ່ຮັກ, ເປັນສັນຍາລັກ ແລະ ໄດ້ຮັບການພັດທະນາ ໄປສູ່ປ່ອງຢ້ຽມ ທີ່ສໍາຄັນສໍາລັບ ການແບ່ງປັນເລື່ອງລາວ ຂອງສປ ຈີນ, ລວມທັງການ ນໍາສະເໜີການພັດທະນາ ຂອງແຂວງຢຸນນານ ແລະ ການອໍານວຍ ຄວາມສະດວກໃຫ້ແກ່ ການແລກປ່ຽນບົດຮຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງອາລິຍະທໍາຕ່າງໆ. ໂດຍພາຍໃນງານປີນີ້, ໄດ້ມີການເຜີຍແຜ່ ບົດລາຍງານ ຈາກສະຖາ ບັນຊິນຮວາ, ເຊິ່ງເປັນສະຖາບັນ ຄົ້ນຄວ້າ-ວິໄຈ ທີ່ຢູ່ໃນເຄື່ອຂ່າຍ ຂອງສໍານັກຂ່າວສານ ຊິນຮວາ, ທີ່ມີຫົວຂໍ້ຊື່ວ່າ: “ດໍາລົງຊີວິດ ຢ່າງກົມກຽວກັບ ທໍາມະຊາດ: ອາລິຍະທໍາດ້ານ ລະບົບນິເວດ ວິທະຍາ, ທີ່ຢູ່ເບື້ອງຫລັງ ເຂດອະນຸລັກຊ້າງປ່າ ຂອງສປ ຈີນ”.
ໂດຍບົດລາຍງານດັ່ງກ່າວ ໄດ້ນໍາສະເໜີ ການວິເຄາະຢ່າງເລິກເຊິ່ງ ກ່ຽວກັບການ ປະຕິບັດການປົກປັກຮັກສາຊ້າງປ່າຂອງສປ ຈີນ, ພ້ອມທັງໄດ້ ສະຫລຸບປະສົບການ ແລະ ແຮງບັນດານໃຈ ສໍາລັບການ ສະແຫວງຫາຄວາມທັນສະ ໄໝ ທີ່ມີລັກສະນະ ການຢູ່ຮ່ວມກັນ ຢ່າງກົມກຽວ ລະຫວ່າງມະນຸດ ແລະ ທໍາມະຊາດ. ຊຶ່ງທັງນີ້, ໃນໄລຍະກອງປະຊຸມ ຍັງໄດ້ ຈັດພິທີ ເປີດຕົວຮູບເງົາ ສາລະຄະດີ ກ່ຽວກັບຊ້າງອາຊີ ສູ່ສາຍຕາທົ່ວໂລກ ເພື່ອເສີມຂະຫຍາຍ ການສື່ສານສາກົນຂອງ “ຊັບສິນ ທາງປັນຍາຊ້າງອາຊີ” ໃຫ້ຫລາຍຍິ່ງຂຶ້ນ./.
KPL