ຂປລ. ວັນທີ23 ກໍລະກົດ 2026 ຜ່ານມາ, ທີ່ບາງກອກ ປະເທດໄທ, ທ່ານ ສົມບູນ ສີຫານາດ ຫົວໜ້າ ກົມເສດຖະກິດ, ກະຊວງການຕ່າງ ປະເທດໄດ້ຕາງໜ້າ ສປປ ລາວ ໃນນາມປະທານສະພາບໍລິຫານ ງານສະຖາບັນແມ່ນໍ້າຂອງໄດ້ກ່າວ ເປີດກອງປະຊຸມເວທີປຶກສາຫາລື ແມ່ນໍ້າຂອງ 2026 ພາຍໃຕ້ຫົວ ຂໍ້ “People, Partnership, Progress: Powering GMS Development through Nexus Solutions” ຊຶ່ງມີຜູ້ຕາງໜ້າຈາກ ພາກລັດ, ພາກເອກະຊົນ, ສະຖາບັນ ຄົ້ນຄວ້າ ແລະ ອົງການຈັດຕັ້ງທາງ ສັງຄົມບັນດາປະເທດອະນຸພາກພື້ນ ແມ່ນໍ້າຂອງ, ລວມທັງປະເທດຄູ່ ຮ່ວມພັດທະນາ ແລະ ອົງການຈັດ ຕັ້ງສາກົນເຂົ້າຮ່ວມ. ເວທີປຶກສາຫາລືຄັ້ງນີ້, ໄດ້ສຸມ ໃສ່ແລກປ່ຽນແນວຄວາມຄິດ, ປະ ສົບການ ແລະ ວິທີການໃໝ່ໆ ເພື່ອ ຮັບມືກັບສິ່ງທ້າທາຍຕ່າງໆ ທີ່ເກີດ ຂຶ້ນໃນອະນຸພາກພື້ນແມ່ນໍ້າຂອງ ໂດຍສະເພາະການປ່ຽນແປງດິນ ຟ້າອາກາດ, ການຫັນໄປສູ່ດີຈິຕອນ, ບັນຫາດ້ານສິ່ງແວດລ້ອມ ແລະ ສາ ທາລະນະສຸກ ລວມທັງຄວາມບໍ່ແນ່ ນອນທາງດ້ານເສດຖະກິດແນໃສ່ ສົ່ງເສີມການເປັນຄູ່ຮ່ວມມືທີ່ດີລະ ຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງ ຂປລ. ໃນວັນທີ 28 ກໍລະກົດ 2026 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ /b dvq [Iq ,dkoxq dxh v' c]t Ia dlk7;k,xvfwr0v'gfa d ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນພຸດ 29.07.2026 ປີທີ 25 ສະບັບທີ 6.486ັຸີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK ;k]tlkovt]5 o.\j c]t ;k]tlkodq 'lh ko Ia fc|h odkorq ;ra oIj ;,,n Iv'xtmkoxtgmf 8h voIa [m6 fva 'dy f g0Q k1h P,ve]k ອ່ານຕໍ່ໜ້າ 4່ າໍ່ ໜ້າ 3I'\= ,y f8trk[ ,u 7;k,rh v,m5 dfh ko xyj oxq ;{zj k8a fx6 d4j kp\kdw0j s]a ' ອ່ານຕໍ່ໜ້າ 4່ າໍ່ ໜ້າ zq odv'xt-5 ,ltw\lk,a o 0v']a f4t[ko xt9egfn vod= ]tdq f 2026 ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ປະທານ ) 7totz6h cmo lxx ]k; g0Q kIj ;, dv'xt-5 ,g;mu xb dlksk]n c,j oE0v' 2026 ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 3່ າໍ່ ໜ້າ ຂປລ. ໂຮງໝໍມິດຕະພາບ (ໂຮງໝໍ 150 ຕຽງ) ມີຄວາມ ພ້ອມໃນທຸກດ້ານທັງດ້ານທີມແພດ ວິຊາການ, ອຸປະກອນການແພດ, ສະຖານທີ່ ແລະ ລະບົບການດູແລ ຄົນເຈັບໃນການດຳເນີນການຜ່າ ຕັດປູກຖ່າຍໝາກໄຂ່ຫລັງ ເພື່ອຍົກ ສູງການບໍລິການຮັກສາພະຍາດໄຂ່ ຫລັງຊຸດໂຊມຊຳເຮື້ອໃຫ້ຄົນເຈັບ ສາມາດເຂົ້າເຖິງການຮັກສາຂັ້ນສູງ ຂປລ. ພິທີພົບປະລະຫວ່າງວາ ລະສານອະລຸນໃໝ່ ຂອງພັກປະ ຊາຊົນປະຕິວັດລາວ ແລະ ວາລະ ສານກົງສ້ານຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນໃນວັນທີ 27 ກໍລະກົດ 2026 ທີ່ນະຄອນຫລວງ ວຽງຈັນ, ຕາງໜ້າລາວນຳໂດຍ ສະຫາຍ ຄຳມອນ ຈັນທະຈິດ ຮອງ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ຜູ້ປະຈຳການຫ້ອງ ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງ ການເປັນຄູ່ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນ lts]v' 7q [Iv[ 50 xu dkogxa o76j Ij ;,,n ]k;{vq 'dkoltstxt-k-kf dv'mb ole]a [xt-kdvo ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ( ຜູ້ທີ 2 ນັບຈາກຂວາຫາຊ້າຍ ) ທ່ານ ສອນໄຊ ລາດຊະວົງ ຂປລ. ໃນວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ເຂິງຄຳ ແກ້ວໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ ມວນຊົນກ່ຽວກັບຜົນກອງປະຊຸມ ສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ວ່າ: ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະ ມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກ ທ່ານ ນາງ ເມລານີ ລຸຍສ໌ ບາໂລ ເອກອັກຄະຣາຊະທູດ ແຫ່ງ ສະຫະ ຣາຊະອານາຈັກອັງກິດປະຈຳສປປ ລາວ ໃນໂອກາດສຳເລັດການປະ ຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສຳເລັດໃນການປະຕິບັດໜ້າທີ່ ການທູດຂອງທ່ານ ນາງ ເມລານີ ລຸຍສ໌ ບາໂລ ຊຶ່ງໄດ້ປະກອບສ່ວນ ອັນສຳຄັນເຂົ້າໃນການເສີມຂະ ຫຍາຍສາຍພົວພັນການທູດ ກໍຄື ສົ່ງ ເສີມການຮ່ວມມືທາງດ້ານຕ່າງໆ ລະຫວ່າງລັດຖະບານ ກໍຄື ປະຊາຊົນ ຂອງສອງປະເທດ ລາວ-ອັງກິດ ອ່ານຕໍ່ໜ້າ 2່ າໍ່ ໜ້າ gxu fdv'xt-5 ,38t,q o dj P;da [[a oskvkdkf c]t oE 7A 'mu 3 ຂປລ. ກອງປະຊຸມໂຕະມົນ ກ່ຽວກັບບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ແລະ ກອງປະຊຸມສະພາ ທີ່ປຶກສາກ່ຽວກັບບັນຫານ້ຳຂອງ ລັດຖະສະພາອາຊີ (AAWC) ຄັ້ງ ທີ 9 ຈັດຂຶ້ນໃນວັນທີ 28 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ( ຂວາ ) ສໍາລັບປະຊາກອນ (UNFPA) ປະ ຈໍາ ສປປ ລາວ ພາຍໃຕ້ຄໍາຂວັນ “50 ປີແຫ່ງການເປັນຄູ່ຮ່ວມມື ເພື່ອ ປະຊາຊົນ, ສິດທິ ແລະ ສຸຂະພາບໃນ ສປປ ລາວ” ຈັດຂຶ້ນໃນວັນທີ 27 ກໍລະກົດ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ, ບັນດາການນໍາຂັ້ນສູງ ຈາກບັນດາກະຊວງອ້ອມຂ້າງ, ຜູ້ ຕາງໜ້າຈາກຂະແໜງການຂອງ ລັດ, ບັນດາເອກອັກຄະລັດຖະທູດ ປະຈໍາ ສປປ ລາວ, ຜູ້ຕາງໜ້າອົງ ການເຄືອຂ່າຍ ສປຊ, ອົງການຈັດ
ຫັນເປັນດີຈິຕອນ ແລະ ທັນສະໄໝ, ການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ, ການ ເຄື່ອນໄຫວວຽກງານການຕ່າງ ປະເທດ, ການປັບປຸງການຈັດຕັ້ງ ແຕ່ລະຂັ້ນ, ການປະກາດສ້າງຕັ້ງ ຕາແສງ ແລະ ອື່ນໆ ລ້ວນແຕ່ສືບ ຕໍ່ມີຄວາມຄືບໜ້າເປັນກ້າວໆ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງທີ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນ ຕົ້ນບັນຫາສະແກມເມີ, ບັນຫາຢາ ເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ ແລະ ການ ສ້າງຄວາມບໍ່ສະຫງົບຢູ່ພາຍໃນ ສັງຄົມ; ບັນຫາໄຟຟ້າຕົກ, ການ ສະໜອງນໍ້າປະປາບໍ່ທັນພຽງພໍ; ການລັກລອບຂຸດຄົ້ນຊັບພະຍາກອນ ທຳມະຊາດ, ການລັກລອບຄົນ ເຂົ້າ-ອອກເມືອງ, ບັນຫາຂີ້ລັກປຸ້ນຈີ້ຊີງຊັບ, ການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ການຄຸ້ມຄອງລາ ຄາສິນຄ້າ; ຄວາມຕື່ນຕົວເປັນເຈົ້າ ໃນການຈັດຕັ້ງປະຕິບັດທິດຊີ້ນໍາ ຂອງລັດຖະບານ; ການພັດທະ ນາ-ປັບປຸງພື້ນຖານໂຄງລ່າງເສັ້ນ ທາງ ແລະ ອື່ນໆ. ສໍາລັບວາລະທີ 2:ໍັີ ກອງປະຊຸມ ເຫັນດີດ້ານຫລັກການຮັບຮອງ ເອົາຜົນການຄົ້ນຄວ້າປັບປຸງບັນ ຊີກິດຈະການຄວບຄຸມຕາມກົດ ໝາຍວ່າດ້ວຍການສົ່ງເສີມການ ລົງທຶນ ໂດຍຫລຸດລົງຈາກ 44 ລາຍການເປັນ 20 ລາຍການ ເພື່ອ ໃຫ້ສອດຄ່ອງກັບທ່າອ່ຽງການ ພັດທະນາເສດຖະກິດ-ສັງຄົມ ກໍຄື ກົດໝາຍທີ່ກ່ຽວຂ້ອງ. ວາລະທີ 3:ີ ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາບັນດາ ຮ່າງກົດໝາຍທີ່ຈະນຳເຂົ້າຜ່ານ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 16 ສະບັບ. ໃນນັ້ນ, ມີ ກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 14 ສະບັບ. ກອງປະຊຸມ ໄດ້ຊີ້ນໍາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ນຳເອົາ ຮ່າງກົດໝາຍທີ່ຢູ່ໃນຄວາມຮັບ ຜິດຊອບຂອງຂະແໜງການຕົນໄປ ປັບປຸງຕື່ມບາງຈຸດໃຫ້ມີເນື້ອໃນຄົບ ຖ້ວນສົມບູນຂຶ້ນກວ່າເກົ່າ. ວາລະທີ 4:ີ ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 4 ສະບັບຄື: ຮ່າງ ມະຕິວ່າດ້ວຍການພັດທະນາຊັບ ພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງການພັດທະນາໃນ ເງື່ອນໄຂໃໝ່, ຮ່າງກົດໝາຍວ່າ ດ້ວຍການປົກປ້ອງເງິນຝາກ, ຮ່າງ ກົດໝາຍວ່າດ້ວຍການຈະລາຈອນ ທາງບົກແລະຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນ ລາວ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກ ສ່ວນກ່ຽວຂ້ອງນໍາເອົາບັນດາຮ່າງ ນິຕິກໍາດັ່ງກ່າວ ໄປປັບປຸງໃຫ້ມີເນື້ອ ໃນຄົບຖ້ວນສົມບູນ, ລະອຽດ-ຈະ ແຈ້ງ, ຮັດກຸມ ແລະ ສອດຄ່ອງກັບ ທິດທາງການພັດທະນາເສດຖະ ກິດ-ສັງຄົມໃນຕໍ່ໜ້າ ເພື່ອນຳສະ ເໜີຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ. ສໍາລັບແຜນວຽກຈຸດສຸມໃນ ເດືອນສິງຫາ 2026 ລັດຖະບານ ຈະໄດ້ສືບຕໍ່ເອົາໃຈໃສ່ປະຕິບັດວຽກ ຈຸດສຸມທີ່ສໍາຄັນຈໍານວນໜຶ່ງດັ່ງນີ້: ສືບຕໍ່ສຸມໃສ່ຮັບປະກັນສະຖຽນ ລະພາບທາງດ້ານການເມືອງໃຫ້ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນ ຂອບເຂດທົ່ວປະເທດ, ແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ; ຕິດຕາມ ແລະ ຕອບໂຕ້ ບັນດາຂ່າວ ບິດເບືອນ ແລະ ໃສ່ຮ້າຍປ້າຍສີ ຕ່າງໆ; ກະກຽມຄວາມພ້ອມຮອບ ດ້ານໃນການຮັບມືກັບໄພນໍ້າຖ້ວມ ເພື່ອຊ່ວຍເຫລືອປະຊາຊົນເຂດນ້ຳ ຖ້ວມໃຫ້ທັນການ ແລະ ປອດໄພ. ສຸມໃສ່ການເກັບລາຍຮັບງົບ ປະມານຈາກແຫລ່ງລາຍຮັບທີ່ມີ ແລ້ວໃຫ້ຄົບຖ້ວນ, ເລັ່ງທວງໜີ້ ຕ້ອງຮັບທີ່ຍັງຄ້າງຊຳລະ, ໜີ້ສິນ ຄ່າບິນຜ່ານນ່ານຟ້າ ແລະ ອື່ນໆ, ລວມເຖິງການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆຢູ່ບັນດາ ຂະແໜງການ ແລະ ດ່ານສາກົນ; ຮີບຮ້ອນຄົ້ນຄວ້ານະໂຍບາຍ, ກົນໄກການຄຸ້ມຄອງຮ້ານຄ້າ-ປອດ ພາສີໃນຕົວເມືອງ ເພື່ອກະຕຸ້ນກຳ ລັງຊື້ຂອງນັກທ່ອງທ່ຽວ; ສືບຕໍ່ ຄົ້ນຄວ້ານະໂຍບາຍພິເສດສຳລັບ ການພັດທະນາແຂວງຫົວພັນ ແລະ ແຂວງຜົ້ງສາລີ ໃຫ້ສຳເລັດພາຍໃນ ເດືອນສິງຫາ 2026. ຕິດຕາມລາຄານໍ້າມັນໃນຕະ ຫລາດໂລກຢ່າງໃກ້ຊິດ ແລະ ກຽມ ພ້ອມຮັບມືຕໍ່ຄວາມສ່ຽງໃນການ ຂາດແຄນ ແລະ ເພີ່ມຂຶ້ນຂອງລາຄາ ນໍ້າມັນເຊື້ອໄຟ ເພື່ອຮັບປະກັນການ ສະໜອງນໍ້າມັນໃຫ້ພຽງພໍ, ປ້ອງກັນ ແລະ ແກ້ໄຂການກັກຕຸນ ແລະ ປັບ ໂຄງສ້າງລາຄາໃຫ້ແທດເໝາະ ກັບສະພາບຕົວຈິງ; ຮີບຮ້ອນຄົ້ນ ຄວ້າກໍານົດທາງເລືອກໃນການ ລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນຈາກ ສສ ຫວຽດນາມ ມາ ສປປ ລາວ ແລ້ວ ລາຍງານລັດຖະບານໃນເດືອນ ສິງຫາ 2026; ສືບຕໍ່ຊຸກຍູ້ການ ປະຕິບັດນະໂຍບາຍສົ່ງເສີມການນໍາ ໃຊ້ລົດໄຟຟ້າ ແລະ ພະລັງງານທົດ ແທນໃຫ້ແຂງແຮງ ເພື່ອຫລຸດຜ່ອນ ການນຳໃຊ້ນໍ້າມັນເຊື້ອໄຟ; ເອົາໃຈ ໃສ່ຕິດຕາມກວດກາຄວາມປອດໄພ ຂອງເຂື່ອນ ແລະ ບໍລິຫານຈັດການ ນໍ້າໃນເຂື່ອນ, ສ້າງແຜນຮັບມືຕໍ່ ກັບບັນຫາໄຟຟ້າຕົກ-ໄຟຟ້າດັບທີ່ ອາດຈະເກີດຂຶ້ນ; ປັບປຸງແກ້ໄຂບັນ ຫາສາຍໄຟຟ້າ, ໝໍ້ແປງ, ສາຍເຄ ເບິນທີ່ມີອາຍຸການໃຊ້ງານຫລາຍ ປີ ເພື່ອປ້ອງກັນການເກີດອັກຄີໄພ. ສືບຕໍ່ສຸມໃສ່ສ້ອມແປງບັນດາ ເສັ້ນທາງຫລວງແຫ່ງຊາດ ແລະ ເສັ້ນທາງຫລວງທ້ອງຖິ່ນທີ່ອາດ ໄດ້ຮັບຜົນກະທົບຈາກໄພພິບັດທາງ ທຳມະຊາດ ເດັດຂາດບໍ່ໃຫ້ການ ສັນຈອນຖືກຕັດຂາດ ແລະ ກໍ່ສ້າງ ບັນດາເສັ້ນທາງທີ່ກຳນົດໃນແຜນ ແລ້ວໃຫ້ມີຄວາມຄືບໜ້າໄວ; ສືບຕໍ່ ສຸມໃສ່ຊຸກຍູ້ການຜະລິດລະດູຝົນ, ຕິດຕາມເຝົ້າລະວັງ ແລະ ແຈ້ງ ໃຫ້ຊາວກະສິກອນກະກຽມຮັບມື ກ່ຽວກັບສະພາບການປ່ຽນແປງ ດິນຟ້າອາກາດ, ພະຍາດພືດ-ສັດ ທີ່ ອາດຈະກະທົບຕໍ່ການຜະລິດຂອງ ປະຊາຊົນ; ສືບຕໍ່ກະກຽມຈັດການ ສອບເສັງຄັດເລືອກເອົານັກສຶກສາ ເຂົ້າຮຽນໃນສົກສຶກສາ 20262027 ແລະ ປຸກລະດົມ, ສ້າງ ເງື່ອນໄຂທີ່ເອື້ອອໍານວຍໃຫ້ລູກ ຫລານສາມາດເຂົ້າເຖິງການສຶກສາ ທີ່ມີຄຸນນະພາບ, ກະກຽມເປີດສົກ ຮຽນໃໝ່ໃນທຸກຊັ້ນຮຽນ, ພ້ອມທັງ ແກ້ໄຂບັນຫາການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ ໃຫ້ມີ ຄວາມເຂັ້ມແຂງ ເພື່ອກຽມຄວາມ ພ້ອມການເຂົ້າຮ່ວມການແຂ່ງຂັນ ລະດັບຕ່າງໆ; ສືບຕໍ່ພັດທະນາ ສີມືແຮງງານໃຫ້ມີຄຸນນະພາບ, ສະໜອງແຮງງານໃຫ້ພຽງພໍກັບ ຄວາມຕ້ອງການ, ຄຸ້ມຄອງການ ເຄື່ອນຍ້າຍແຮງງານເຂົ້າ-ອອກ ຕາມດ່ານຕ່າງໆໃນຂອບເຂດທົ່ວ ປະເທດ; ສືບຕໍ່ໍຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ຕິດຕາມກວດກາການ ຈັດຕັ້ງປະຕິບັດບັນດາໂຄງການ ລົງທຶນຂະໜາດໃຫຍ່ທີ່ໄດ້ຮັບອະ ນຸຍາດສໍາປະທານໃຫ້ດຳເນີນໄປ ຕາມກົດໝາຍ, ລະບຽບການ ແລະ ສັນຍາກຳນົດໄວ້; ສືບຕໍ່ຕິດຕາມ ເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂ ການລະບາດຂອງພະຍາດຕາມ ລະດູການທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ, ສືບ ຕໍ່ປັບປຸງຍົກລະດັບຄຸນນະພາບການ ບໍລິການ, ການຫັນເປັນທັນສະໄໝ ແລະ ການຄຸ້ມຄອງການບໍລິການ ຂອງໂຮງໝໍເອກະຊົນໃຫ້ຮັດກຸມ; ສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຕິດພັນ ກັບຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວໃຫ້ເຂັ້ມງວດກວ່າ ເກົ່າເປັນຕົ້ນບັນຫາປ້າຍໂຄສະນາ, ບັນຫາສຽງເນືອງນັນເກີນຂອບເຂດ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ ມັກເກີດຂຶ້ນ; ໃຫ້ແຕ່ລະກະຊວງອົງການທຽບເທົ່າເປັນເຈົ້າການລົງ ຮາກຖານຊ່ວຍແຂວງຕາມຂໍ້ຕົກລົງ ເລກທີ 27/ນຍ, ລົງວັນທີ 20 ເມສາ 2026; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ຜົນບັນດາກອງປະຊຸມ, ຜົນການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳພັກ-ລັດ, ຂອບການ ຮ່ວມມືສອງຝ່າຍ ແລະ ຫລາຍ ຝ່າຍໃຫ້ເປັນຮູບປະທຳຫລາຍຂຶ້ນ; ກະກຽມຮອບດ້ານໃຫ້ແກ່ການ ເຄື່ອນໄຫວຕ່າງປະເທດຂອງການ ນຳຂັ້ນສູງ ແລະ ການຕ້ອນຮັບ ຄະນະຜູ້ແທນຕ່າງປະເທດຕ່າງໆ ທີ່ຈະມາຢ້ຽມຢາມ ສປປ ລາວ; ໃຫ້ບັນດາກະຊວງ-ອົງການລັດ ທຽບເທົ່າກະຊວງ ແລະ ອົງການ ປົກຄອງທ້ອງຖິ່ນສັງລວມກ່ຽວກັບ ການຈັດຕັ້ງປະຕິບັດທິດຊີ້ນຳຂອງ ລັດຖະບານຕາມມະຕິ, ຄຳສັ່ງ, ແຈ້ງການຕ່າງໆໃນໄລຍະເດືອນ ມິຖຸນາ ຫາເດືອນກໍລະກົດ 2026 ແລ້ວລາຍງານໃຫ້ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ເພື່ອ ສັງຮວມລາຍງານທ່ານນາຍົກ ລັດຖະມົນຕີ, ບັນດາທ່ານຮອງ ນາຍົກລັດຖະມົນຕີ ຜູ້ຊີ້ນຳໄດ້ຮັບ ຊາບ ແລະ ມີທິດຊີ້ນຳ; ສຸມໃສ່ກະ ກຽມຮ່າງກົດໝາຍຕ່າງໆທີ່ຈະ ນຳເຂົ້າພິຈາລະນາໃນກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ໃຫ້ຮັບປະກັນ ທາງດ້ານເນື້ອໃນ ແລະ ທ່ວງທັນ ເວລາ; ໃຫ້ກະຊວງກ່ຽວຂ້ອງສືບ ຕໍ່ກະກຽມ ແລະ ປັບປຸງເອກະສານ ທີ່ຈະລາຍງານຕໍ່ກອງປະຊຸມກົມ ການເມືອງສູນກາງພັກ ໃນຕົ້ນ ເດືອນສິງຫາ 2026 ນີ້. ໃນຕອນທ້າຍ, ທ່ານນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມປະຈຳ ເດືອນສິງຫາ 2026 ທີ່ກອງປະຊຸມ ໄດ້ເອກະພາບກັນໄປປັບປຸງເຂົ້າໃນ ແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບໃຫ້ການຈັດຕັ້ງ, ບຸກ ຄະລາກອນແຕ່ລະຂັ້ນ ແລະ ມີ ຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນ ຈິງຂອງແຕ່ລະຂະແໜງການ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 29/07/2026 xtgmf]k; ຜົນກອງປະຊຸມ...ົຸ ເປີດກອງປະຊຸມໂຕະມົນ...ີຸົ ຮອງປະທານປະເທດ... ສະຫລອງ ຄົບຮອບ 50 ປີ...ົີ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ ແລະ ປະສົບຜົນສຳເລັດໃນ ການປະຕິບັດໜ້າທີ່ໃໝ່ອັນມີກຽດ ຂອງທ່ານ. ທ່ານ ນາງ ເມລານີ ລຸຍສ໌ ບາໂລ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ ລັດຖະບານ ກໍຄື ບັນດາການນຳພັກ, ລັດຂອງ ສປປ ລາວ, ຕະຫລອດ ຮອດປະຊາຊົນລາວບັນດາເຜົ່າທີ່ໄດ້ ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກ ຢ່າງຕະຫລອດໄລຍະການປະຕິບັດ ໜ້າທີ່ການທູດຂອງຕົນຈົນໄດ້ຮັບ ຜົນສຳເລັດຢ່າງຈົບງາມ. ສປປ ລາວ ແລະ ສະຫະຣາ ຊະອານາຈັກອັງກິດ ສ້າງຕັ້ງສາຍ ພົວພັນການທູດຮ່ວມກັນແຕ່ວັນທີ 5 ກັນຍາ 1955. ຂ່າວ-ພາບ: ທະນູທອງ ]a f4t,q o8u dt-;'dko8j k'xtgmf ]k;{ovdc; glu ,0tspkplkprq ;ra oIj ;,,n ຂປລ. ໃນວັນທີ 23 ກໍລະກົດ 2026ຜ່ານມາ, ທ່ານທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ຫາລືສອງຝ່າຍກັບທ່ານ ເອບເພນ ບາດ ໄອເດ (Espen Barth Eide) ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ລາຊະອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມ ກອງປະຊຸມປິ່ນອ້ອມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ນະຄອນຫລວງມານິ ລາ, ສາທາລະນະລັດຟິລິບປິນ. ໃນບັນຍາກາດທີ່ເຕັມໄປດ້ວຍ ໄມຕີຈິດ, ທັງສອງຝ່າຍໄດ້ສະແດງ ຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ ພົບປະກັນໃນຄັ້ງນີ້ ຖືເປັນນິມິດໝາຍ ອັນສໍາຄັນໃນການຊຸກຍູ້ ແລະ ເສີມ ຂະຫຍາຍການພົວພັນຮ່ວມມືສອງ ຝ່າຍໃຫ້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ ດີງາມລະຫວ່າງ ສປປ ລາວ ແລະ ນອກແວ ຊຶ່ງໄດ້ເຕີບໃຫຍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງຕະຫລອດໄລຍະ 35 ປີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ໃນວັນທີ 12 ພະຈິກ 1991. ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ຮ່ວມກັນກໍານົດທິດທາງ ການຮ່ວມມືໃນຕໍ່ໜ້າ ເພື່ອເສີມຂະ ຫຍາຍສາຍພົວພັນໃຫ້ມີຄວາມແໜ້ນ ແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ໂດຍສະເພາະການເລັ່ງຊຸກຍູ້ການ ຮ່ວມມືດ້ານເສດຖະກິດ, ເຕັກໂນໂລ ຊີ ແລະ ນະວັດຕະກໍາໃຫ້ເກີດດອກ ອອກຜົນ. ໃນຕອນທ້າຍ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນຢ່າງກົງໄປກົງມາ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມ ສົນໃຈຮ່ວມກັນ. ຕັ້ງສາກົນ ແລະ ອົງການຈັດຕັ້ງ ທາງສັງຄົມເຂົ້າຮ່ວມ. ພິທີສະເຫລີມສະຫລອງດັ່ງກ່າວ, ຈັດຂຶ້ນເພື່ອຫວນຄືນການຮ່ວມມື ອັນຍາວນານລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNFPA ຕະຫລອດໄລຍະ 5 ທົດ ສະວັດແຫ່ງການເປັນຄູ່ຮ່ວມມື ແລະ ສົ່ງເສີມການພັດທະນາໃນຂົງເຂດ ດ້ານສຸຂະພາບທາງເພດ, ສຸຂະພາບ ຈະເລີນພັນ, ສຸຂະພາບແມ່ ແລະ ເດັກ, ການເສີມສ້າງຄວາມເຂັ້ມ ແຂງໃຫ້ໄວໜຸ່ມ, ຄວາມສະເໝີ ພາບ ຍິງ-ຊາຍ ແລະ ການພັດທະ ໂດຍມີທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ນາງ ຮັນ ຈອງແອ ສະມາຊິກສະພາແຫ່ງຊາດ ແຫ່ງ ສ ເກົາຫລີ, ປະທານ AAWC, ມີ ສະມາຊິກລັດຖະສະພາ AAWC, ຕາງໜ້າກະຊວງທີ່ກ່ຽວຂອງ ສປປ ລາວ ແລະ ສ ເກົາຫລີ, ບັນດາທູ ຕານຸທູດຕ່າງປະເທດປະຈຳ ສປປ ລາວ, ທ່ານເລຂາທິການໃຫຍ່ AAWC ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ລັດຖະບານ ແລະ ຜູ້ຕາງໜ້າເຂົ້າ ຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານຄະນະກຳມະການ ປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານ ລະບົບກອງປະຊຸມທາງໄກ ເພື່ອ ຮັບຟັງ ແລະ ປະກອບຄຳເຫັນຕໍ່ ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງ ແຜນວຽກຈຸດສຸມ ປະຈຳເດືອນ ສິງຫາ 2026. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳ ເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ ໃນ 4 ວາລະສໍາຄັນ ຄື: ວາລະທີ 1:ີ ການປະຕິບັດ ວຽກຈຸດສຸມພົ້ນເດັ່ນປະຈໍາເດືອນ ກໍລະກົດ ແລະ ທິດທາງແຜນການ ປະຈຳເດືອນສິງຫາ 2026 ຂອງ ລັດຖະບານ. ໃນນັ້ນ, ວຽກງານພົ້ນ ເດັ່ນປະຈໍາເດືອນກໍລະກົດ 2026 ເຫັນວ່າ: ທົ່ວປະເທດສືບຕໍ່ຮັກສາ ໄດ້ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈ ໃສ່ເກັບກູ້ອາວຸດ, ວັດຖຸລະເບີດ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາ ເສບຕິດ, ແກ້ງສະແກມເມີ, ການລັກ ລອບຂຸດຄົ້ນແຮ່ທາດ, ການລັກລອບ ຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສາມາດເກັບລາຍ ຮັບເຂົ້າງົບປະມານໄດ້ 64% ຂອງແຜນການປີ, ປະຕິບັດແຜນ ລາຍຈ່າຍງົບປະມານໄດ້ 42% ຂອງແຜນການປີ, ສະສົມຄັງສໍາ ຮອງເງິນຕາຕ່າງປະເທດກຸ້ມການ ນໍາເຂົ້າບໍ່ຫລຸດ 5 ເດືອນ, ຄວບຄຸມ ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7 , 6%. ພ້ອມກັນນັ້ນ , ການ ກໍ່ສ້າງ-ປັບປຸງພື້ນຖານໂຄງລ່າງ ເສັ້ນທາງ-ຂົວ, ການຜະລິດສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ, ການ ພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານ ໄຟຟ້າ, ການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ, ການອອກໃບຕາ ດິນ, ການຄຸ້ມຄອງ-ພັດທະນາສີມື ແຮງງານ, ການພັດທະນາພື້ນຖານ ໂຄງລ່າງການທ່ອງທ່ຽວ, ການ ສ້າງ ແລະ ປັບປຸງກົດໝາຍ, ການ ແກ້ໄຂບັນຫານໍ້າມັນເຊື້ອໄຟ, ການ ນາລະບົບຂໍ້ມູນດ້ານປະຊາກອນ ແລະ ການພັດທະນາແບບຍືນຍົງ ແຫ່ງຊາດ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ ກຽດກ່າວເປີດພິທີ ໂດຍຍົກໃຫ້ເຫັນ ຜົນສໍາເລັດອັນພົ້ນເດັ່ນໃນໄລຍະ ຜ່ານມາ ໂດຍສະເພາະຜົນສຳເລັດ ດ້ານວຽກງານປະຊາກອນ, ສົ່ງ ເສີມການສຶກສາ ແລະ ປັບປຸງດ້ານ ສາທາລະນະສຸກ ຊຶ່ງລ້ວນແຕ່ເປັນ ການປະກອບສ່ວນຈັດຕັ້ງປະຕິບັດ ຕາມແຜນບຸລິມະສິດແຫ່ງຊາດ ເພື່ອ ການພັດທະນາຄູ່ຂະໜານກັບການ ຈັດຕັ້ງປະຕິບັດຕາມແຜນປະຕິບັດ ງານຂອງກອງປະຊຸມສາກົນວ່າ ດ້ວຍປະຊາກອນ ແລະ ການພັດທະ ນາ (ICPD) ແລະ ເປົ້າໝາຍການ ພັດທະນາທີ່ຍືນຍົງ (SDGs) ໃນ ສປປ ລາວ. ພ້ອມກັນນີ້, ທ່ານຮອງ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ຄຳ ໝາຍໝັ້ນໃນການບັນລຸຄາດໝາຍ ຮ່ວມກັນ ໂດຍສະເພາະສູ້ຊົນໃຫ້ ສາມາດບັນລຸໄດ້ອັດຕາການເສຍ ຊີວິດຂອງແມ່ຫລຸດລົງຕໍ່າກວ່າ 70 ກໍລະນີ ຕໍ່ການເກີດເດັກມີຊີວິດ 100.000 ຄົນ ພາຍໃນປີ 2030. ຄຽງຄູ່ກັນນີ້, ໃນໄລຍະທີ່ສປປ ລາວ ພວມກ້າວເຂົ້າສູ່ບັ້ນສຳຄັນຂອງ ການຫັນປ່ຽນດ້ານປະຊາກອນຈຶ່ງ ຮຽກຮ້ອງໃຫ້ເອົາໃຈໃສ່ການພັດທະ ນາດ້ານການສຶກສາ, ສາທາລະນະ ສຸກ, ການພັດທະນາສີມືແຮງງານ ເພື່ອໂອກາດໃນການຈ້າງງານທີ່ມີ ຄຸນນະພາບ ແລະ ການເສີມສ້າງທັກ ສະໃຫ້ແກ່ໄວໜຸ່ມ ພ້ອມທັງໝູນໃຊ້ ທ່າແຮງທາງດ້ານປະຊາກອນໃນ ການກ້າວໄປສູ່ເປົ້າໝາຍການພັດ ທະນາ ແລະ ການຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍພັດ ທະນາໃນປີ 2026. ພ້ອມກັນນີ້, ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ໄດ້ມີຄໍາ ເຫັນ ໂດຍເນັ້ນເຖິງຄວາມສໍາຄັນ ຂອງການພັດທະນາທີ່ຖືເອົາປະ ຊາຊົນເປັນໃຈກາງ ຊຶ່ງອົງການ UNFPA ໄດ້ປະກອບສ່ວນຊ່ວຍ ເຫລືອ ສປປ ລາວ ເປັນຕົ້ນການ ປັບປຸງນະໂຍບາຍ ແລະ ກົນໄກການ ປະສານງານ, ການເຊື່ອມສານການ ປ່ຽນແປງທາງດ້ານປະຊາກອນ ກໍຄື ການຮວບຮວມຂໍ້ມູນສໍາມະ ໂນຄົວ ແລະ ທີ່ຢູ່ອາໄສແບບດີຈິ ຕອນເຕັມຮູບແບບ ຊຶ່ງເປັນຂໍ້ມູນ ສໍາຄັນໃນການກໍານົດນະໂຍບາຍ, ການຈັດສັນຊັບພະຍາກອນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ເພື່ອຮັບປະ ກັນວ່າທຸກຄົນສາມາດກ້າວໄປ ພ້ອມກັນ. ພິທີສະເຫລີມສະຫລອງວັນສໍາ ຄັນນີ້, ບໍ່ແມ່ນພຽງແຕ່ການຫວນຄືນ ຜົນສໍາເລັດໃນອະດີດເທົ່ານັ້ນ ແຕ່ຍັງ ແມ່ນການກຳນົດເປົ້າໝາຍຮ່ວມກັນ ເພື່ອສຸມໃສ່ແຜນງານທີ່ຍັງບໍ່ທັນບັນ ລຸໄດ້ ແລະ ສືບຕໍ່ຮັດແໜ້ນສາຍ ພົວພັນ ແລະ ທັງເປັນຄູ່ຮ່ວມງານ ເພື່ອອະນາຄົດຢ່າງຮອບດ້ານ ແລະ ຍືນຍົງໃນຊຸມປີຕໍ່ໄປ. ທ່ານ ວິໄລວົງ ບຸດດາຄໍາ ໄດ້ ມີຄໍາເຫັນວ່າ: ປັດຈຸບັນໃນພາກ ພື້ນຂອງພວກເຮົາ ກໍຄື ທົ່ວໂລກ ກຳລັງຜະເຊີນໜ້າກັບສິ່ງທ້າທາຍ ຫລາຍຢ່າງ ໂດຍສະເພາະແມ່ນ ຜົນກະທົບຢ່າງໃຫຍ່ຫລວງຈາກ ບັນຫາສົງຄາມ, ການປ່ຽນແປງ ດິນຟ້າອາກາດ, ໄພພິບັດທາງທໍາ ມະຊາດ, ບັນຫາຂາດແຄນດ້ານພະ ລັງງານ ແລະ ອື່ນໆ ອັນໄດ້ສ້າງ ຄວາມເສຍຫາຍ ແລະ ສ້າງຄວາມ ຍຸ້ງຍາກໃຫ້ແກ່ການດຳລົງຊີວິດ ຂອງປະຊາຊົນພວກເຮົາຢ່າງໜັກ ໜ່ວງ. ໃນສະພາບການດັ່ງກ່າວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ການເຄື່ອນໄຫວ ແລະ ຄວາມພະຍາຍາມຂອງສະພາທີ່ ປຶກສາກ່ຽວກັບບັນຫານ້ຳຂອງ ລັດຖະສະພາອາຊີ (AAWC) ໃນໄລຍະຜ່ານມາ ຊຶ່ງນັບຕັ້ງແຕ່ AAWC ຈັດກອງປະຊຸມຄັ້ງທຳອິດ ຂຶ້ນໃນປີ 2019 ຈົນມາຮອດກອງ ປະຊຸມຄັ້ງນີ້ ເປັນຄັ້ງທີ 9, ພ້ອມ ທັງມີກອງປະຊຸມໂຕະມົນກ່ຽວກັບ ບັນຫາອາກາດ ແລະ ນ້ຳ ຄັ້ງທີ 3 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈອງ ແອ ຮານ ເຫັນວ່າ AAWC ພາຍໃຕ້ການຂັບເຄື່ອນ ແລະ ການສະໜັບສະໜູນຂອງ ສ ເກົາຫລີ ແລະ ການປະກອບ ສ່ວນອັນສຳຄັນຂອງປະເທດສະ ມາຊິກໄດ້ມີບົດບາດສຳຄັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວເປັນ ກ້າວໆມາ, ພ້ອມທັງໄດ້ສົ່ງເສີມ ການຮ່ວມມືລະຫວ່າງບັນດາສະ ມາຊິກລັດຖະສະພາຈາກພາກພື້ນ ອາຊີ, ພາກສ່ວນລັດຖະບານ, ນັກ ຊ່ຽວຊານຈາກສະຖາບັນຕ່າງໆ ລວມເຖິງພາກສ່ວນທຸລະກິດເອກະ ຊົນໃນການແລກປ່ຽນບົດຮຽນ ດ້ານການກຳນົດນິຕິກຳ, ການອອກ ກົດໝາຍ, ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ດີກ່ຽວ ກັບການຄຸ້ມຄອງ, ບໍລິຫານຈັດການ ນ້ຳໃຫ້ມີຄວາມຍືນຍົງ ແລະ ການ ຮັບມືກັບການປ່ຽນແປງດິນຟ້າອາ ກາດໃນພາກພື້ນຂອງພວກເຮົາໃຫ້ ມີປະສິດທິຜົນສູງກວ່າເກົ່າ. ທ່ານ ວິໄລວົງ ບຸດດາຄໍາ ຍັງໄດ້ ກ່າວອີກວ່າ: ສຳລັບ ສປປ ລາວ, 90% ຂອງເນື້ອທີ່ດິນຂອງປະເທດ ຕັ້ງຢູ່ໃນອ່າງແມ່ນ້ຳຂອງ. ໃນແຕ່ລະ ປີ, ມີນ້ຳຈາກທຳມະຊາດປະມານ 334 km3 ເກີດຂຶ້ນໃນ ສປປ ລາວ ໂດຍລວມແລ້ວ, ສປປ ລາວ ມີ ຊັບພະຍາກອນນ້ຳທີ່ອຸດົມສົມບູນ, ແຕ່ການນຳໃຊ້ນ້ຳຕົວຈິງເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ພັດນຳໃຊ້ພຽງປະມານ 11% ເທົ່າ ນັ້ນ. ຕໍ່ສະພາບການດັ່ງກ່າວ, ສະ ພາແຫ່ງຊາດລາວ ເຫັນໄດ້ເຖິງ ຄວາມສຳຄັນ ໂດຍການຮັບຮອງ ເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ, ການ ນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ ແຫ່ງຊາດຮອດປີ 2030 ທີ່ກຳນົດ ກ່ຽວກັບການບໍລິຫານ ແລະ ນຳ ໃຊ້ນ້ຳແບບຍືນຍົງ, ການສົ່ງເສີມ ການນໍາໃຊ້ພະລັງງານສະອາດ ແລະ ສົ່ງເສີມການນໍາໃຊ້ພະລັງງານ ນໍ້າ. ພ້ອມກັນນັ້ນ, ສະພາແຫ່ງຊາດ ລາວ ຍັງໄດ້ເອົາໃຈໃສ່ຕິດຕາມ ກວດກາການຈັດຕັ້ງປະຕິບັດບັນ ດາກົດໝາຍ ແລະ ນະໂຍບາຍແຫ່ງ ຊາດ ເຊັ່ນ: ກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ແລະ ກົດ ໝາຍອື່ນໆທີ່ກ່ຽວຂ້ອງ ເພື່ອຮັບ ປະກັນການນໍາໃຊ້ນ້ຳເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມໃຫ້ ມີປະສິດທິພາບ, ປະສິດທິຜົນ, ທົ່ວ ເຖິງ, ເທົ່າທຽມ ແລະ ຍືນຍົງ. ນອກຈາກນັ້ນ, ເພື່ອຮ່ວມກັບ ປະຊາຄົມໂລກ ໃນການແກ້ໄຂ ແລະ ຮັບມືກັບການປ່ຽນແປງດິນຟ້າອາ ກາດ, ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດຄາດໝາຍສູ້ຊົນຫລຸດຜ່ອນ ການປ່ອຍອາຍພິດໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນ 0% ພາຍໃນປີ 2050. ຂ່າວ: ສົມຫວັງ; ພາບ: ເກດສະໜາ
28/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໂດຍ: ທ່ານ ຟາງເວິນ, ທ່ານ ່ິ່ ສຽນໂຢວສີ ມະຫາວິທະຍາໄລຊູໂຈວ ີິູ ຄະນະລັດດິທິມມາກັ ຂປລ. ການພັດທະນາເສດຖະ ກິດ-ສັງຄົມ ໄລຍະ 6 ເດືອນຕົ້ນ ປີ 2026 ມີຜົນສໍາເລັດຫລາຍອັນ ພົ້ນເດັ່ນສາມາດເກັບລາຍຮັບເຂົ້າ ງົບປະມານ ປະຕິບັດໄດ້ 8,7 ຕື້ ກີບ, ເກັບກ່ຽວເຂົ້ານາແຊງໄດ້ 12.393,2 ໂຕນ, ອັດຕາການເຂົ້າ ຮຽນຊັ້ນປະຖົມບັນລຸ 98,73%, ສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມໄດ້ 72.937 ຄົນ, ຮັກສາຄວາມສະຫງົບຕາມ ຊາຍແດນ ລາວ-ກຳປູເຈຍ (157 ກິໂລແມັດ) ໄດ້ໂດຍພື້ນຖານ, ສໍາ ເລັດການຖ່າຍໂອນສໍາມະໂນຄົວ ເປັນເອເລັກໂຕຣນິກ 11.403 ຄອບຄົວ, ອອກໃບຢັ້ງຢືນສໍາມະໂນ ດີຈິຕອນ 15 ຄອບຄົວ ແລະ ບັດປະ ຈໍາຕົວດີຈິຕອນ 1.127 ບັດ. ທ່ານ ສາທິດ ປັດສາພັນ ກຳມະ ການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ ຫົວໜ້າຄະນະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໂຂງ ໄດ້ໃຫ້ຮູ້ໃນໂອກາດທີ່ ທ່ານ ສອນ ໄຊ ສີພັນດອນ ກຳມະການກົມ ການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ພ້ອມດ້ວຍການນຳ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວ dkora fmtokglf4tdy f{la '7q , 6 gfn vo 8Q oxu 2026 g,n v'30' ,u s]kpva orQ ogfa j o oerkdkolh k'76 j Ij ;,-k8kde ]k;{9u o mu j g0A ,c0'|P;c|h o .om5 dltrk[dko0v'p5 d.\j [q o9y f.9 4 fu ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ຂປລ. ປີ 2026 ນີ້ສອງປະເທດ ລາວ-ຈີນ ສະເຫລີມສະຫລອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ແລະ ປີ ແຫ່ງມິດຕະພາບ ລາວ-ຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ ໃຫ້ເຫັນວ່າ: ສອງປະເທດ ລາວຈີນ ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນເພື່ອນມິດທີ່ດີ ທີ່ມີພູຜາ ປ່າໄມ້ຕິດຈອດກັນ, ມີແມ່ນໍ້າລໍາ ເຊໄຫລລ່ວງກັນ ແລະ ມີນໍ້າໃຈ ມິດຕະພາບທີ່ສືບທອດກັນມາແຕ່ ບູຮານນະການ, ພ້ອມທັງເປັນສະ ຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີທີ່ມີ ອຸດົມການຮ່ວມກັນ ແລະ ຮ່ວມ ຊາຕາກຳ. ຈິດໃຈ “4 ດີ” ບໍ່ພຽງ ແຕ່ເປັນການສະຫລຸບຢ່າງເລິກ ເຊິ່ງຕໍ່ມິດຕະພາບອັນຍາວນານ ຂອງສອງປະເທດ ລາວ-ຈີນ ເທົ່າ ນັ້ນ, ຫາກຍັງເປັນເຂັມຊີ້ທິດການ ເຄື່ອນໄຫວໃນການສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ອີກດ້ວຍ. ສອງປະເທດ ລາວ-ຈີນ ມີ ແຜ່ນດິນຕິດຈອດກັນ ແລະ ໃຊ້ ແມ່ນໍ້າຮ່ວມສາຍດຽວ, ມີຊາຍແດນ ຍາວເຖິງ 500 ກວ່າກິໂລແມັດ. ປະຊາຊົນທີ່ອາໄສຢູ່ຕາມຊາຍແດນ ໄດ້ດື່ມນ້ຳຈາກແມ່ນ້ຳສາຍດຽວກັນ ແລະ ເດີນທາງໃນເສັ້ນທາງດຽວກັນ ມາເປັນເວລາຫລາຍເຊັ່ນຄົນ ຊຶ່ງ ໄດ້ສ້າງຄວາມເຫັນດີເຫັນພ້ອມທີ່ ລຽບງ່າຍ ຄື: ມິດສະຫາຍຮັກແພງ ກັນບ້ານໃກ້ເຮືອນຄຽງທີ່ດີມີຄວາມ ສາມັກຄີກັນ. ນັບຕັ້ງແຕ່ຍຸກສະໄໝ ໃໝ່ເປັນຕົ້ນມາ, ປະເພນີການເປັນ ບ້ານໃກ້ເຮືອນຄຽງທີ່ດີໄດ້ກາຍເປັນ ພື້ນຖານອັນເລິກເຊິ່ງທີ່ສຸດຂອງການ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ. ບ້ານໃກ້ເຮືອນຄຽງທີ່ດີມັກຈະ ໄປມາຫາສູ່ກັນເພື່ອສ້າງຮາກຖານ ອັນໜັກແໜ້ນໃຫ້ແກ່ສາຍພົວພັນ ລະຫວ່າງເພື່ອນບ້ານໂດຍອາໄສ ພູມສາດ. ເສັ້ນທາງບູຮານການຄ້າ ຊາ-ມ້າທີ່ເປັນພັນປີ ແລະ ເສັ້ນທາງ ນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ເຊື່ອມໂຍງປະຊາຊົນສອງຟາກ ຊາຍແດນຢ່າງແໜ້ນແຟ້ນ, ການ ຄ້າຊາຍແດນໄດ້ດຳເນີນໄປຢ່າງ ຕໍ່ເນື່ອງ ຊຶ່ງໄດ້ສ້າງພື້ນຖານຄວາມ ສຳພັນທີ່ເລິກເຊິ່ງໃຫ້ແກ່ປະເພນີ ຂອງບ້ານໃກ້ເຮືອນຄຽງທີ່ດີ ແລະ ເຮັດໃຫ້ “ຍາດພີ່ນ້ອງຍິ່ໄປມາຫາ ສູ່ກັນຍິ່ງໃກ້ຊິດ”ຢູ່ຕາມບໍລິເວນ ຊາຍແດນ. ບ້ານໃກ້ເຮືອນຄຽງທີ່ດີມີຄວາມ ເຂົ້າໃຈກັນຮ່ວມກັນສ້າງລະບົບ ການຮ່ວມມືດ້ານຄວາມໝັ້ນຄົງໃຫ້ ມີຄວາມ ໜຽວແໜ້ນສູງ. ສອງປະເທດ ຖືເອົາກົນໄກການປະສານສົມທົບ ຍຸດທະສາດ “3+3” ດ້ານການຕ່າງ ປະເທດ ການປ້ອງກັນ ຊາດ ແລະ ຄວາມໝັ້ນຄົງເປັນໂອກາດ, ລົງ ເລິກການຮ່ວມມືດ້ານການປ້ອງກັນ ຊາດ ແລະ ຄວາມໝັ້ນຄົງໃນການ ປະຕິບັດກົດໝາຍ, ປະສານງານ ຢ່າງໃກ້ຊິດພາຍໃນຂອບຂໍ້ລິເລີ່ມ ຄວາມໝັ້ນຄົງທົ່ວໂລກ, ປົກປ້ອງ ຄວາມໝັ້ນຄົງທາງດ້ານການເມືອງ ແລະ ລະບອບ, ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ບ້ານໃກ້ເຮືອນຄຽງທີ່ດີ ຮ່ວມກັນ ປົກປັກຮັກສານ້ຳໃສພູຂຽວ. ສອງ ປະເທດໄດ້ສືບຕໍ່ເພີ່ມທະວີການ ຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຄຸ້ມຄອງສິ່ງແວດລ້ອມທາງ ນໍ້າໃນລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າ ຂອງ ການປົກປັກຮັກສາຊີວະນາໆ ພັນຂ້າມແດນ ແລະ ການປ້ອງກັນ ໄຟໄໝ້ປ່າຕາມຊາຍແດນ. ຢ້ຽມຢາມ ແລະ ເຮັດວຽກຢູ່ຕາ ແສງກະດັນ ໃນທ້າຍອາທິດຜ່ານ ມາ ໂດຍທ່ານໄດ້ຍົກໃຫ້ເຫັນຜົນ ງານອັນພົ້ນເດັ່ນໃນຫລາຍຂົງເຂດ ເປັນຕົ້ນ ເມືອງໂຂງ ມີໂຄງການ ລົງທຶນທັງໝົດ 29 ໂຄງການ ມູນ ຄ່າ 25.613,96 ຕື້ກີບ, ອັນພົ້ນເດັ່ນ ແມ່ນການຈັດຕັ້ງປະຕິບັດໂຄງການ ໄຟຟ້າພະລັງງານແສງຕາເວັນ 3 ໂຄງການ ລວມກຳລັງການຜະລິດ 420 ເມກາວັດ (150MWບໍລິສັດ ຈະເລີນເຊກອງ, 150 MWບໍລິສັດ ແມ່ຂອງພາວເວີ ແລະ 120 MW ບໍລິສັດ ເມືອງໂຂງ ຄຣີນເອເນີຈີ); ຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 8,7 ຕື້ກີບ (ເທົ່າກັບ 49% ຂອງແຜນການປີ); ໄດ້ ສໍາເລັດການປະກາດສ້າງຕັ້ງ 5 ຕາແສງ; ປະກາດເມືອງໂຂງເປັນ ເມືອງຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫຍ່ກາຍເປັນຕົວ ເມືອງນ້ອຍໃນຊົນນະບົດໄດ້ 3 ບ້ານ (ບ້ານເມືອງແສນ, ບ້ານຂີ້ນາກ ແລະ ບ້ານນາກະສັງ), ປະເມີນ ຄອບຄົວທຸກຍາກຍັງເຫລືອພຽງ 152 ຄອບຄົວ; ສາມາດເກັບກ່ຽວ ເຂົ້ານາແຊງໄດ້ 12.393,2 ໂຕນ, ປັດຈຸບັນການປັກດໍາເຂົ້ານາປີປະຕິ ບັດໄດ້ 70% (10.514 ເຮັກຕາ), ມີເສັ້ນທາງຄົມມະນາຄົມ 94 ເສັ້ນ ຍາວ 636,64 ກິໂລແມັດ, ແຕ່ລະ ບ້ານມີເສັ້ນທາງທຽວໄດ້ 2 ລະດູ ກວມ 100%; ອັດຕາການເຂົ້າ ຮຽນຊັ້ນປະຖົມບັນລຸ 98,73%, ຍາດໄດ້ລາງວັນນັກຮຽນເກັ່ງຂັ້ນ ແຂວງ 3 ລາງວັນ; ສາມາດດຶງດູດ ນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 72.937 ຄົນ (ນັກທ່ອງທ່ຽວຕ່າງ ປະເທດ 43.691 ຄົນ); ຮັກສາ ຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ (157 ກິໂລແມັດ) ໄດ້ໂດຍພື້ນຖານ; ສໍາເລັດການຖ່າຍ ໂອນສໍາມະໂນຄົວເປັນເອເລັກໂຕຣ ນິກ 11.403 ຄອບຄົວ, ອອກໃບຢັ້ງ ຢືນສໍາມະໂນດີຈິຕອນ 15 ຄອບຄົວ ແລະ ບັດປະຈໍາຕົວດີຈິຕອນ 1.127 ບັດ. ສໍາລັບ ທິດທາງແຜນວຽກຈຸດ ສຸມ 6 ເດືອນທ້າຍປີ 2026 ເຊື່ອມ ຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ; ເພີ່ມທະວີ ການແກ້ໄຂປະກົດການຫຍໍ້ທໍ້ (ຢາ ເສບຕິດ, ສະແກມເມີ, ມົ້ວສຸມອື່ນໆ); ຊຸກຍູ້ການສ້າງເສດຖະກິດເອກະ ລາດ ເພິ່ງຕົນເອງ (ສອຈ) ຕາມ ມະຕິ 04/ກມສພ; ຄຸ້ມຄອງແຮ່ທາດ ຕາມຄໍາສັ່ງ 11/ຄລສພ ແລະ ສຸມໃສ່ ຊ່ວຍເຫລືອ 152 ຄອບຄົວທຸກຍາກ ໃຫ້ສາມາດລົບລ້າງຄວາມທຸກຍາກ ໄດ້ 100%. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ /b dvq [Iq ,dkoxq dxh v' c]t Ia dlk7;k,xvfwr0v'gfa d ຂປລ. ປັດຈຸບັນ, ບັນຫາການ ປົກປ້ອງ ແລະ ຮັກສາຄວາມປອດ ໄພຂອງເດັກ ກໍາລັງເປັນບັນຫາ ທີ່ທຸກພາກສ່ວນໃນສັງຄົມ ຕ້ອງ ໃຫ້ຄວາມສໍາຄັນຢ່າງຮີບດ່ວນ ໂດຍສະເພາະຄວາມປອດໄພທາງ ດ້ານຮ່າງກາຍ, ດ້ານຈິດໃຈ, ຕະ ຫລອດຮອດການປົກປ້ອງເດັກ ຈາກໄພຂົ່ມຂູ່ໃນໂລກອອນລາຍ. ໃນວັນທີ 27-28 ກໍລະກົດ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານ ອົດສະຕຣາລີ ຜ່ານແຜນງານປັບປຸງ ຄຸນນະພາບ ແລະ ຂະຫຍາຍໂອກາດ ເຂົ້າຮຽນ ສໍາລັບການສຶກສາຂັ້ນ ພື້ນຖານ ໃນ ສປປ ລາວ ຫລື ແຜນ ງານບີຄວາ ໄດ້ສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ກິດຈະກຳຝຶກອົບຮົມໃຫ້ແກ່ ສື່ມວນຊົນສູນກາງ ແລະ ທ້ອງຖິ່ນ ຂອງກະຊວງສຶກສາທິການ ແລະ ກິລາ, ສື່ມວນຊົນຈາກຫລາຍພາກ ສ່ວນ ເພື່ອເສີມສ້າງຄວາມເຂົ້າໃຈ ກ່ຽວກັບການລາຍງານຂ່າວທີ່ ມີຄວາມຮັບຜິດຊອບສູງ, ການ ປົກປ້ອງເດັກ, ການຖ່າຍຮູບ ແລະ ການຖ່າຍວິດີໂອເດັກຢ່າງປອດ ໄພ ລວມເຖິງການສື່ສານທີ່ສົ່ງເສີມ ຄວາມສະເໝີພາບຍິງ-ຊາຍ. ການ ສ້າງສະພາບແວດລ້ອມທີ່ປອດໄພ ໃຫ້ກັບເດັກນ້ອຍ ແມ່ນເລີ່ມຕົ້ນຈາກ ສະຖາບັນຄອບຄົວ, ພໍ່ແມ່ ແລະ ຜູ້ປົກຄອງ ຕ້ອງເປັນຜູ້ປ້ອງກັນ ທຳອິດ ໂດຍການໃຫ້ຄວາມຮັກ, ຄວາມອົບອຸ່ນ ແລະ ເປັນທີ່ປຶກສາທີ່ ດີ. ນອກຈາກນັ້ນ, ໂຮງຮຽນ ແລະ ຊຸມຊົນ ກໍຕ້ອງມີມາດຕະການ ທີ່ເຂັ້ມ ງວດໃນການເຝົ້າລະວັງ, ປ້ອງກັນ ການໃຊ້ຄວາມຮຸນແຮງ ແລະ ການ ລ່ວງລະເມີດສິດທິຂອງເດັກໃນທຸກ ຮູບແບບ. ພ້ອມກັນນີ້, ໃນຍຸກດີຈິ ຕອນ ທີ່ເດັກນ້ອຍສາມາດເຂົ້າເຖິງ ອິນເຕີເນັດໄດ້ງ່າຍຂຶ້ນ, ໄພຂົ່ມຂູ່ ທາງໄຊເບີເຊັ່ນ: ການຫລອກລວງ ອອນລາຍ, ການເຂົ້າເຖິງເນື້ອຫາ ທີ່ບໍ່ເໝາະສົມ ແລະ ການຂົ່ມຂູ່ ທາງອິນເຕີເນັດ ກໍເປັນອີກໜຶ່ງສິ່ງ ທີ່ຕ້ອງເລັ່ງໃສ່ປ້ອງກັນ. ສິ່ງເຫລົ່າ ນີ້ ມັນຮຽກຮ້ອງໃຫ້ທຸກຄອບຄົວ ຕິດຕາມການໃຊ້ອິນເຕີເນັດຂອງລູກ ຫລານຢ່າງໃກ້ຊິດ ແລະ ສ້າງພູມ ຄຸ້ມກັນທາງດີຈິຕອນ ໃຫ້ແກ່ເດັກ. ການຮັກສາຄວາມປອດໄພຂອງ ເດັກ ບໍ່ແມ່ນໜ້າທີ່ຂອງຜູ້ໃດຜູ້ໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບຮ່ວມກັນ ຂອງທົ່ວສັງຄົມ. ການຮ່ວມມືກັນ ລະຫວ່າງພາກລັດ, ພາກເອກະຊົນ, ໂຮງຮຽນ, ຄອບຄົວ ແລະ ອົງການ ຈັດຕັ້ງສັງຄົມ ຈະເປັນກຸນແຈສໍາຄັນ ໃນການສ້າງສັງຄົມທີ່ເອື້ອອຳນວຍ ໃຫ້ເດັກນ້ອຍໄດ້ເຕີບໃຫຍ່ຢ່າງມີ ຄຸນນະພາບ, ມີຄວາມສຸກ ແລະ ປອດໄພຢ່າງແທ້ຈິງ. ນອກຈາກ ນັ້ນ, ການສ້າງສະພາບແວດລ້ອມ ທີ່ປອດໄພໃຫ້ກັບເດັກນ້ອຍຢູ່ໃນ ໂຮງຮຽນ ຊຶ່ງເປັນສະຖານທີ່ທີ່ເດັກ ໃຊ້ເວລາສ່ວນໃຫຍ່ຢູ່, ຕ້ອງໄດ້ ຮັບການເອົາໃຈໃສ່ໃນບາງດ້ານ ທີ່ສຳຄັນ. ໃນນັ້ນ, ຄວາມປອດ ໄພທາງດ້ານຮ່າງກາຍ ແລະ ສິ່ງ ແວດລ້ອມ: ຕ້ອງມີການກວດກາ ອາຄານຮຽນ, ເຄື່ອງຮຽນ-ເຄື່ອງ ຫລິ້ນ ແລະ ສະພາບແວດລ້ອມອ້ອມ ຂ້າງໂຮງຮຽນໃຫ້ມີຄວາມປອດໄພ, ລວມທັງການເຝົ້າລະວັງອຸບັດເຫດ, ການຈະລາຈອນໜ້າໂຮງຮຽນ, ແລະ ການກວດກາຄົນນອກເຂົ້າອອກຢ່າງເຂັ້ມງວດ; ຄວາມປອດ ໄພທາງດ້ານຈິດໃຈ ແລະ ສັງຄົມ: ການສ້າງມາດຕາການປ້ອງກັນ ແລະ ແກ້ໄຂບັນຫາການໃຊ້ຄວາມ ຮຸນແຮງ, ການລ່ວງລະເມີດສິດທິ, ພ້ອມທັງມີຄູທີ່ປຶກສາ ເພື່ອຄອຍ ຮັບຟັງ ແລະ ຊ່ວຍເຫລືອເດັກທີ່ມີ ບັນຫາທາງດ້ານຈິດໃຈ; ຄວາມ ປອດໄພດ້ານໂພຊະນາການ ແລະ ສຸຂະອະນາໄມ: ການດູແລອາຫານເຄື່ອງດື່ມໃນໂຮງຮຽນໃຫ້ສະອາດ, ຖືກອະນາໄມ ແລະ ມີໂພຊະນາ ການທີ່ດີ ເພື່ອປ້ອງກັນພະຍາດຕິດຕໍ່ ແລະ ສົ່ງເສີມສຸຂະພາບຂອງເດັກ. ພ້ອມກັນນີ້, ໃນຍຸກດີຈິຕອນ ໄພຂົ່ມຂູ່ ທາງໄຊເບີເຊັ່ນ: ການຫລອກລວງ ອອນລາຍ, ການເຂົ້າເຖິງເນື້ອຫາທີ່ ບໍ່ເໝາະສົມ ແລະ ການຂົ່ມຂູ່ທາງອິນ ເຕີເນັດ ກໍເປັນອີກສິ່ງໜຶ່ງທີ່ຕ້ອງເລັ່ງ ໃສ່ປ້ອງກັນ. ດັ່ງນັ້ນ, ທັງຄອບຄົວ ແລະ ໂຮງຮຽນ ຕ້ອງໄດ້ຮ່ວມມືກັນ ຕິດຕາມການໃຊ້ອິນເຕີເນັດຂອງລູກ ຫລານ ແລະ ສ້າງພູມຄຸ້ມກັນທາງ ດີຈິຕອນໃຫ້ແກ່ເດັກຢ່າງຖືກຕ້ອງ. ການຮັກສາຄວາມປອດໄພຂອງ ເດັກ ບໍ່ແມ່ນໜ້າທີ່ຂອງໃຜຜູ້ໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບຮ່ວມກັນ ຂອງທົ່ວສັງຄົມ. ການຮ່ວມມືກັນ ຢ່າງແໜ້ນແຟ້ນລະຫວ່າງພາກລັດ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ອົງການຈັດຕັ້ງສັງຄົມ ເປັນກຸນແຈ ສໍາຄັນໃນການສ້າງ “ໂຮງຮຽນ ປອດໄພ” ແລະ ສັງຄົມທີ່ເອື້ອ ອຳນວຍໃຫ້ເດັກນ້ອຍ ໄດ້ເຕີບໃຫຍ່ ຢ່າງມີຄຸນນະພາບ, ມີຄວາມ ສຸກ ແລະ ປອດໄພຢ່າງແທ້ຈິງ. ຂ່າວ: ຢ່າຕົ່ງ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==