ຂປລ
ຂປລ. ປັດຈຸບັນ, ບັນຫາການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກ ກໍາລັງເປັນບັນຫາທີ່ທຸກພາກສ່ວນໃນສັງຄົມ ຕ້ອງໃຫ້ຄວາມສໍາຄັນຢ່າງຮີບດ່ວນ ໂດຍສະເພາະຄວາມປອດໄພທາງດ້ານຮ່າງກາຍ, ດ້ານຈິດໃຈ, ຕະ ຫລອດຮອດການປົກປ້ອງເດັກຈາກໄພຂົ່ມຂູ່ໃນໂລກອອນລາຍ.

ຂປລ. ປັດຈຸບັນ, ບັນຫາການປົກປ້ອງ ແລະ ຮັກສາຄວາມປອດໄພຂອງເດັກ ກໍາລັງເປັນບັນຫາທີ່ທຸກພາກສ່ວນໃນສັງຄົມ ຕ້ອງໃຫ້ຄວາມສໍາຄັນຢ່າງຮີບດ່ວນ ໂດຍສະເພາະຄວາມປອດໄພທາງດ້ານຮ່າງກາຍ, ດ້ານຈິດໃຈ, ຕະ ຫລອດຮອດການປົກປ້ອງເດັກຈາກໄພຂົ່ມຂູ່ໃນໂລກອອນລາຍ.ໃນວັນທີ 27-28 ກໍລະກົດ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ຫລື ແຜນງານບີຄວາ ໄດ້ສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ກິດຈະກຳຝຶກອົບຮົມໃຫ້ແກ່ສື່ມວນຊົນສູນກາງ ແລະ ທ້ອງຖິ່ນຂອງກະຊວງສຶກສາທິການ ແລະ ກິລາ, ສື່ມວນຊົນຈາກຫລາຍພາກ ສ່ວນ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບການລາຍງານຂ່າວທີ່ມີຄວາມຮັບຜິດຊອບສູງ, ການປົກປ້ອງເດັກ, ການຖ່າຍຮູບ ແລະ ການຖ່າຍວິດີໂອເດັກຢ່າງປອດໄພ ລວມເຖິງການສື່ສານທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ. ການສ້າງສະພາບແວດລ້ອມທີ່ປອດໄພໃຫ້ກັບເດັກນ້ອຍ ແມ່ນເລີ່ມຕົ້ນຈາກສະຖາບັນຄອບຄົວ, ພໍ່ແມ່ ແລະ ຜູ້ປົກຄອງ ຕ້ອງເປັນຜູ້ປ້ອງກັນທຳອິດ ໂດຍການໃຫ້ຄວາມຮັກ, ຄວາມອົບອຸ່ນ ແລະ ເປັນທີ່ປຶກສາທີ່ດີ. ນອກຈາກນັ້ນ, ໂຮງຮຽນ ແລະ ຊຸມຊົນ ກໍຕ້ອງມີມາດຕະການ ທີ່ເຂັ້ມງວດໃນການເຝົ້າລະວັງ, ປ້ອງກັນການໃຊ້ຄວາມຮຸນແຮງ ແລະ ການລ່ວງລະເມີດສິດທິຂອງເດັກໃນທຸກຮູບແບບ. ພ້ອມກັນນີ້, ໃນຍຸກດີຈິຕອນ ທີ່ເດັກນ້ອຍສາມາດເຂົ້າເຖິງອິນເຕີເນັດໄດ້ງ່າຍຂຶ້ນ, ໄພຂົ່ມຂູ່ທາງໄຊເບີເຊັ່ນ: ການຫລອກລວງ ອອນລາຍ, ການເຂົ້າເຖິງເນື້ອຫາທີ່ບໍ່ເໝາະສົມ ແລະ ການຂົ່ມຂູ່ທາງອິນເຕີເນັດ ກໍເປັນອີກໜຶ່ງສິ່ງທີ່ຕ້ອງເລັ່ງໃສ່ປ້ອງກັນ. ສິ່ງເຫລົ່ານີ້ ມັນຮຽກຮ້ອງໃຫ້ທຸກຄອບຄົວ ຕິດຕາມການໃຊ້ອິນເຕີເນັດຂອງລູກຫລານຢ່າງໃກ້ຊິດ ແລະ ສ້າງພູມຄຸ້ມກັນທາງດີຈິຕອນ ໃຫ້ແກ່ເດັກ.ການຮັກສາຄວາມປອດໄພຂອງເດັກ ບໍ່ແມ່ນໜ້າທີ່ຂອງຜູ້ໃດຜູ້ໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມ.

ການຮ່ວມມືກັນລະຫວ່າງພາກລັດ, ພາກເອກະຊົນ, ໂຮງຮຽນ, ຄອບຄົວ ແລະ ອົງການຈັດຕັ້ງສັງຄົມ ຈະເປັນກຸນແຈສໍາຄັນໃນການສ້າງສັງຄົມທີ່ເອື້ອອຳນວຍ ໃຫ້ເດັກນ້ອຍໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ, ມີຄວາມສຸກ ແລະ ປອດໄພຢ່າງແທ້ຈິງ. ນອກຈາກນັ້ນ, ການສ້າງສະພາບແວດລ້ອມທີ່ປອດໄພໃຫ້ກັບເດັກນ້ອຍຢູ່ໃນໂຮງຮຽນ ຊຶ່ງເປັນສະຖານທີ່ທີ່ເດັກໃຊ້ເວລາສ່ວນໃຫຍ່ຢູ່, ຕ້ອງໄດ້ຮັບການເອົາໃຈໃສ່ໃນບາງດ້ານທີ່ສຳຄັນ. ໃນນັ້ນ, ຄວາມປອດໄພທາງດ້ານຮ່າງກາຍ ແລະ ສິ່ງ ແວດລ້ອມ: ຕ້ອງມີການກວດກາອາຄານຮຽນ, ເຄື່ອງຮຽນ-ເຄື່ອງຫລິ້ນ ແລະ ສະພາບແວດລ້ອມອ້ອມຂ້າງໂຮງຮຽນໃຫ້ມີຄວາມປອດໄພ, ລວມທັງການເຝົ້າລະວັງອຸບັດເຫດ, ການຈະລາຈອນໜ້າໂຮງຮຽນ, ແລະ ການກວດກາຄົນນອກເຂົ້າ-ອອກຢ່າງເຂັ້ມງວດ; ຄວາມປອດໄພທາງດ້ານຈິດໃຈ ແລະ ສັງຄົມ: ການສ້າງມາດຕາການປ້ອງກັນ ແລະ ແກ້ໄຂບັນຫາການໃຊ້ຄວາມຮຸນແຮງ, ການລ່ວງລະເມີດສິດທິ, ພ້ອມທັງມີຄູທີ່ປຶກສາ ເພື່ອຄອຍຮັບຟັງ ແລະ ຊ່ວຍເຫລືອເດັກທີ່ມີບັນຫາທາງດ້ານຈິດໃຈ; ຄວາມ ປອດໄພດ້ານໂພຊະນາການ ແລະ ສຸຂະອະນາໄມ: ການດູແລອາຫານ-ເຄື່ອງດື່ມໃນໂຮງຮຽນໃຫ້ສະອາດ, ຖືກອະນາໄມ ແລະ ມີໂພຊະນາການທີ່ດີ ເພື່ອປ້ອງກັນພະຍາດຕິດຕໍ່ ແລະ ສົ່ງເສີມສຸຂະພາບຂອງເດັກ.
ພ້ອມກັນນີ້, ໃນຍຸກດີຈິຕອນ ໄພຂົ່ມຂູ່ທາງໄຊເບີເຊັ່ນ: ການຫລອກລວງອອນລາຍ, ການເຂົ້າເຖິງເນື້ອຫາທີ່ບໍ່ເໝາະສົມ ແລະ ການຂົ່ມຂູ່ທາງອິນເຕີເນັດ ກໍເປັນອີກສິ່ງໜຶ່ງທີ່ຕ້ອງເລັ່ງໃສ່ປ້ອງກັນ. ດັ່ງນັ້ນ, ທັງຄອບຄົວ ແລະ ໂຮງຮຽນ ຕ້ອງໄດ້ຮ່ວມມືກັນຕິດຕາມການໃຊ້ອິນເຕີເນັດຂອງລູກຫລານ ແລະ ສ້າງພູມຄຸ້ມກັນທາງດີຈິຕອນໃຫ້ແກ່ເດັກຢ່າງຖືກຕ້ອງ. ການຮັກສາຄວາມປອດໄພຂອງເດັກ ບໍ່ແມ່ນໜ້າທີ່ຂອງໃຜຜູ້ໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບຮ່ວມກັນຂອງທົ່ວສັງຄົມ. ການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງພາກລັດ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ອົງການຈັດຕັ້ງສັງຄົມ ເປັນກຸນແຈສໍາຄັນໃນການສ້າງ “ໂຮງຮຽນປອດໄພ” ແລະ ສັງຄົມທີ່ເອື້ອອຳນວຍໃຫ້ເດັກນ້ອຍ ໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ, ມີຄວາມສຸກ ແລະ ປອດໄພຢ່າງແທ້ຈິງ.
ຂ່າວ: ຢ່າຕົ່ງ
KPL