ຂປລ
ຂປລ. ປີ 2026 ນີ້,ສອງປະເທດ ລາວ-ຈີນ ສະເຫລີມສະຫລອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ.

ຂປລ. ປີ 2026 ນີ້,ສອງປະເທດ ລາວ-ຈີນ ສະເຫລີມສະຫລອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ ປີແຫ່ງມິດຕະພາບ ລາວ-ຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: ສອງປະເທດ ລາວ-ຈີນ ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນເພື່ອນມິດທີ່ດີ ທີ່ມີພູຜາປ່າໄມ້ຕິດຈອດກັນ, ມີແມ່ນໍ້າລໍາເຊໄຫລລ່ວງກັນ ແລະ ມີນໍ້າໃຈມິດຕະພາບທີ່ສືບທອດກັນມາແຕ່ບູຮານນະການ, ພ້ອມທັງເປັນສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີທີ່ມີອຸດົມການຮ່ວມກັນ ແລະ ຮ່ວມຊາຕາກຳ. ຈິດໃຈ “4 ດີ” ບໍ່ພຽງແຕ່ເປັນການສະຫລຸບຢ່າງເລິກເຊິ່ງຕໍ່ມິດ ຕະພາບອັນຍາວນານຂອງສອງປະເທດ ລາວ-ຈີນ ເທົ່ານັ້ນ, ຫາກຍັງເປັນເຂັມຊີ້ທິດການເຄື່ອນໄຫວໃນການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ອີກດ້ວຍ.
ສອງປະເທດ ລາວ-ຈີນ ມີແຜ່ນດິນຕິດຈອດກັນ ແລະ ໃຊ້ແມ່ນໍ້າຮ່ວມສາຍດຽວ, ມີຊາຍແດນຍາວເຖິງ 500 ກວ່າກິໂລແມັດ. ປະຊາຊົນທີ່ອາໄສຢູ່ຕາມຊາຍແດນໄດ້ດື່ມນ້ຳຈາກແມ່ນ້ຳສາຍດຽວກັນ ແລະ ເດີນທາງໃນເສັ້ນທາງດຽວກັນມາເປັນເວລາຫລາຍເຊັ່ນຄົນ ຊຶ່ງໄດ້ສ້າງຄວາມເຫັນດີເຫັນພ້ອມທີ່ລຽບງ່າຍ ຄື: ມິດສະຫາຍຮັກແພງກັນບ້ານໃກ້ເຮືອນຄຽງທີ່ດີມີຄວາມສາມັກຄີກັນ. ນັບຕັ້ງແຕ່ຍຸກສະໄໝໃໝ່ເປັນຕົ້ນມາ, ປະເພນີການເປັນບ້ານໃກ້ເຮືອນຄຽງທີ່ດີໄດ້ກາຍເປັນພື້ນຖານອັນເລິກເຊິ່ງທີ່ສຸດຂອງການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ.
ບ້ານໃກ້ເຮືອນຄຽງທີ່ດີມັກຈະໄປມາຫາສູ່ກັນເພື່ອສ້າງຮາກຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນລະຫວ່າງເພື່ອນບ້ານໂດຍອາໄສພູມສາດ. ເສັ້ນທາງບູຮານການຄ້າຊາ-ມ້າທີ່ເປັນພັນປີ ແລະ ເສັ້ນທາງນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ເຊື່ອມໂຍງປະຊາຊົນສອງຟາກຊາຍແດນຢ່າງແໜ້ນແຟ້ນ, ການຄ້າຊາຍແດນໄດ້ດຳເນີນໄປຢ່າງຕໍ່ເນື່ອງ ຊຶ່ງໄດ້ສ້າງພື້ນຖານຄວາມສຳພັນທີ່ເລິກເຊິ່ງໃຫ້ແກ່ປະເພນີຂອງບ້ານໃກ້ເຮືອນຄຽງທີ່ດີ ແລະ ເຮັດໃຫ້ “ຍາດພີ່ນ້ອງຍິ່ໄປມາຫາສູ່ກັນຍິ່ງໃກ້ຊິດ”ຢູ່ຕາມບໍລິເວນຊາຍແດນ.
ບ້ານໃກ້ເຮືອນຄຽງທີ່ດີມີຄວາມເຂົ້າໃຈກັນ ຮ່ວມກັນສ້າງລະບົບການຮ່ວມມືດ້ານຄວາມໝັ້ນຄົງໃຫ້ມີຄວາມ
ໜຽວແໜ້ນສູງ. ສອງປະເທດຖືເອົາກົນໄກການປະສານສົມທົບຍຸດທະສາດ “3+3” ດ້ານການຕ່າງປະເທດ ການປ້ອງກັນ ຊາດ ແລະ ຄວາມໝັ້ນຄົງເປັນໂອກາດ, ລົງເລິກການຮ່ວມມືດ້ານການປ້ອງກັນຊາດ ແລະ ຄວາມໝັ້ນຄົງໃນການປະຕິບັດກົດໝາຍ, ປະສານງານຢ່າງໃກ້ຊິດພາຍໃນຂອບຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ປົກປ້ອງຄວາມໝັ້ນຄົງທາງດ້ານການເມືອງ ແລະ ລະບອບ, ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
ບ້ານໃກ້ເຮືອນຄຽງທີ່ດີ ຮ່ວມກັນປົກປັກຮັກສານ້ຳໃສພູຂຽວ. ສອງປະເທດໄດ້ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຄຸ້ມຄອງສິ່ງແວດລ້ອມທາງນໍ້າໃນລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ການປົກປັກຮັກສາຊີວະນາໆພັນຂ້າມແດນ ແລະ ການປ້ອງກັນໄຟໄໝ້ປ່າຕາມຊາຍແດນ. ພ້ອມກັນນັ້ນ, ຍັງໄດ້ດໍາເນີນການແລກປ່ຽນຂໍ້ມູນຄຸນນະພາບນໍ້າ ການສໍາຫລວດປົກປັກຮັກສາພືດ ແລະ ສັດທີ່ຫາຍາກ ແລະ ການບູລະນະລະບົບນິເວດຂ້າມແດນຢ່າງເປັນປົກກະຕິ ເພື່ອສ້າງຄວາມໝັ້ນຄົງທາງລະບົບນິເວດຢູ່ຊາຍແດນ, ເຮັດໃຫ້ນ້ຳໃສພູຂຽວກາຍເປັນຜົນປະໂຫຍດທີ່ກວ້າງຂວາງທີ່ສຸດສໍາລັບປະຊາຊົນຂອງບ້ານໃກ້ເຮືອນຄຽງທີ່ດີ ແລະ ໄດ້ເພີ່ມເນື້ອໃນຄວາມໝາຍການພັດທະນາແບບຍືນຍົງໃຫ້ແກ່ປະເພນີທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ. ຈິດໃຈເພື່ອນມິດທີ່ດີມີຄວາມອົບອຸ່ນທີ່ສຸດໃນສາຍພົວພັນລະຫວ່າງສອງປະເທດຢ່າງສະເໝີຕົ້ນສະເໝີປາຍ. ປະຊາຊົນສອງປະເທດໄດ້ມີການພົວພັນກັນດ້ວຍຄວາມຈິງໃຈ, ສືບຕໍ່ເສີມສ້າງພື້ນຖານຄວາມຄິດເຫັນຂອງປະຊາຊົນ ລາວ-ຈີນ, ຊຸກຍູ້ການເຊື່ອມໂຍງຈິດໃຈຂອງປະຊາຊົນໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ, ເຮັດໃຫ້ຈິດໃຈເພື່ອນມິດທີ່ດີເຊື່ອມໂຍງເຂົ້າກັບຊີວິດປະຈຳວັນ ແລະ ສືບຕໍ່ເພີ່ມພະລັງທາງດ້ານຈິດໃຈໃຫ້ແກ່ຄູ່ຮ່ວມຊາຕາກຳ ລາວ-ຈີນ. ຈິດໃຈມິດຕະພາບປະຕິວັດໄດ້ສ້າງຂົວເພື່ອນມິດທີ່ດີອັນເຂັ້ມແຂງລະຫວ່າງປະຊາຊົນທັງສອງຊາດ. ໃນກາງສະຕະວັດທີ 20, ທ່ານ ເມົາເຈີຕຸງ, ທ່ານ ໂຈເອີນລາຍ ແລະ ທ່ານ ໄກສອນ ພົມວິຫານ ພ້ອມດ້ວຍຜູ້ນຳອາວຸໂສທັງຫລາຍ ໄດ້ສ້າງສາຍພົວພັນມິດຕະພາບປະຕິວັດອັນເລິກເຊິ່ງຮ່ວມກັນ, ເປັນຮາກຖານໃຫ້ແກ່ມິດຕະພາບອັນຍືນຍົງລະຫວ່າງສອງປະເທດ. ປັດຈຸບັນ, ສອງຝ່າຍກໍາລັງຊຸກຍູ້ການສ້ອມແປງ ແລະ ອະນຸລັກຮັກສາສະຖານທີ່ປະຫວັດສາດປະຕິວັດ ເຊັ່ນ: “ຖໍ້າຈີນ” ເປັນຕົ້ນ, ພະຍາຍາມສ້າງສະຖານທີ່ດັ່ງກ່າວໃຫ້ກາຍເປັນຖານການສຶກສາອົບຮົມສີແດງ ລາວ-ຈີນ ເພື່ອຫັນຄວາມຊົງຈຳທາງປະຫວັດສາດໃຫ້ເປັນກຳລັງແຮງທາງຈິດໃຈໃນການເຕົ້າໂຮມຄວາມເຫັນທີ່ເປັນເອກະພາບ, ຮັບປະກັນມິດຕະພາບປະຕິວັດບໍ່ຂາດສາຍຕະຫລອດໄປ.
ການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນຖືກກັບເປົ້າໝາຍ ແລະ ດໍາເນີນການທີ່ເປັນຮູບປະທໍາ ເຮັດໃຫ້ການດູແລທີ່ອົບອຸ່ນຈາກເພື່ອນມິດທີ່ດີສາມາດສຳຜັດໄດ້. ສອງປະເທດໄດ້ສຸມໃສ່ຄວາມຕ້ອງການອັນຮີບດ່ວນຂອງຊີວິດການເປັນຢູ່ຂອງປະຊາຊົນ, ຫັນມິດຕະພາບໃຫ້ກາຍເປັນການປັບປຸງທີ່ປະຊາຊົນສາມາດເຫັນ ແລະ ສໍາຜັດໄດ້. ໂຄງການຊ່ວຍເຫລືອຂອງຈີນຕໍ່ລາວ ຕັ້ງແຕ່ນໍ້າສະອາດ ພະລັງງານໄຟຟ້າແສງຕາເວັນ ຈົນເຖິງການກໍ່ສ້າງສຸກສາລາຂັ້ນບ້ານ, ໄດ້ແກ້ໄຂຄວາມຕ້ອງການພື້ນຖານໃນການດໍາລົງຊີວິດຂອງປະຊາຊົນໃນເຂດຫ່າງໄກສອກຫລີກຢ່າງມີປະ ສິດທິພາບ. “ໂຄງການແບບນ້ອຍແຕ່ງາມ” ຈໍານວນໜຶ່ງໄດ້ຕອບສະໜອງຄວາມຕ້ອງການຂອງຊຸມຊົນຢ່າງຖືກຕ້ອງ, ໄດ້ແກ້ໄຂບັນຫາທີ່ມີ “ຄວາມຫຍຸ້ງຍາກໃນການໄປໂຮງຮຽນ” ແລະ “ການໄປຫາໝໍໄກ” ຂອງປະຊາຊົນຫຼາຍສິບພັນຄົນ, ຄວາມອົບອຸ່ນຂອງເພື່ອນມິດທີ່ດີໄດ້ກາຍເປັນຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດທີ່ສາມາດສຳຜັດໄດ້ຂອງຫລາຍພັນຄອບຄົວ.
ການແລກປ່ຽນດ້ານວັດທະນະທຳໄດ້ຮັບການເພີ່ມທະວີ ແລະ ເລິກເຊິ່ງຂຶ້ນ ເປັນການຊຸກຍູ້ໃຫ້ໄລຍະຫ່າງທາງຈິດໃຈຂອງເພື່ອນມິດທີ່ດີໄດ້ໃກ້ຊິດສະໜິດສະໜົມກັນຫລາຍຂຶ້ນ. ສອງປະເທດໄດ້ສືບຕໍ່ຂະຫຍາຍການພົວພັນແລກ
ປ່ຽນໃນຂົງເຂດວັດທະນະທຳ, ການສຶກສາ ໄວໜຸ່ມ ແລະ ສື່ມວນຊົນ ເຫລົ່ານີ້ເປັນຕົ້ນ. ແນວຄິດສັງຄົມນິຍົມທີ່ມີສີສັນພິເສດຈີນໃນຍຸກໃໝ່ຂອງ ທ່ານ ສີຈິ້ນຜິງ ແລະ ຄວາມທັນສະໄໝແບບຈີນ ແມ່ນຈຸດຮ້ອນການຄົ້ນຄວ້າໃນວົງການວິຊາການລາວ, ສ່ວນນັກວິຊາການຈີນ ກໍໄດ້ລົງເລິກການສຶກສາຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ເອົາໃຈໃສ່ຕໍ່ການພັດທະນາຄວາມທັນສະໄໝຂອງລາວ. ນັກສຶກສາລາວທີ່ມາສຶກສາຢູ່ຈີນ ໄດ້ຮັບທຶນການສຶກສາແບບຄົບຖ້ວນນັບມື້ນັບຫລາຍຂຶ້ນ, ຄາດວ່າ ຮອດປີ 2028 ຈະມີນັກສຶກສາລາວ ມາສຶກສາຢູ່ຈີນປີລະສິບພັນຄົນ. ໄວໜຸ່ມສອງປະເທດໄດ້ແບ່ງປັນຊີວິດປະຈຳວັນ ແລະ ສ້າງມິດຕະພາບ ໂດຍເວທີສື່ສັງຄົມອອນລາຍ, ພ້ອມທັງໄດ້ມີການຮ່ວມກັນຜະລິດສາລະຄະດີ ແລະ ການອ່ານດ້ວຍປັນຍາປະດິດ (AI) ເປັນຕົ້ນ ຊຶ່ງເປັນນະວັດຕະກໍາທີ່ພົ້ນເດັ່ນຂຶ້ນເລື້ອຍໆ ແລະ ກາຍເປັນກຳລັງສຳຄັນຂອງເພື່ອນມິດທີ່ດີ.
ໂດຍ: ທ່ານ ຟາງເວິນ, ທ່ານ ສຽນໂຢວສີ (ມະຫາວິທະຍາໄລຊູໂຈວ ຄະນະລັດທິມາກ)
KPL