ເສັ້ນທາງລົດໄຟລາວ-ຈີນ ຂົນສົ່ງສິນຄ້າ ບັນລຸຫລາຍກວ່າ 86 ລ້ານໂຕນ

29/07/2026 14:51
ຂປລ ນັບ​ລວມ​ແລ້ວ, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​​ ບັນ​ລຸຫລາຍກວ່າ 86 ລ້ານ​ໂຕນ.ເສັ້ນ​ທາງ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຜ່ານ “ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ + ການ​ຄ້າ” ນັບ​ມື້​ນັບ​ມີ​​ຊີ​ວິດ​ຊີ​ວາ ກວ່າ​ເກົ່າ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ວັນ​ທີ 28 ກໍ​ລະ​ກົດ​ນີ້, ຢູ່​ນະ​ຄອນ​ຫລວງ​ ປັກ​ກິ່ງ​ຂອງ ສປ ​ຈີນ, ທ່ານ ລຽນ​ລີ້​​ຈຸ່ນ ຮອງ​ຫົວ​ໜ້າ​ ຄະ​ນະ​ກຳ​ມະ​ການ ​​ພັດ​ທະ​ນາ​ ແລະ ​ປະ​ຕິ​ຮູບ ​ແຂວງ​ຢຸນ​ນານ​ ສປ ຈີນ ​ເຜີຍ​ໃຫ້​ຮູ້​ວ່າ: ນັບ​ລວມ​ແລ້ວ, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​​ ບັນ​ລຸຫລາຍກວ່າ 86 ລ້ານ​ໂຕນ.ເສັ້ນ​ທາງ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຜ່ານ ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ + ການ​ຄ້ານັບ​ມື້​ ນັບ​ມີ​​ຊີ​ວິດ​ຊີ​ວາ ກວ່າ​ເກົ່າ, ເສັ້ນ​ທາງ​ ແຫ່ງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນຜ່ານເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ + ອຸດ​ສາ​ຫະ​ກຳນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ, ເສັ້ນ​ທາງ​ ມິດ​ຕະ​ພາບ​ຜ່ານເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ + ​ວັດ​ທະ​ນະ​ທຳນັບ​ມື້​ນັບ​​​ແໜ້ນ​ແຟ້ນ ​ກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top