ຂປລ
ເຮືອບິນຕົ້ນແບບ C919 ສຳລັບ ການບິນໃນ ລະດັບ ຄວາມສູງຫລາຍ ລຳທຳອິດໄດ້ສຳເລັດ ການບິນຂຶ້ນ ແລະ ລົງຢູ່ ສະໜາມບິນສາກົນ ຜູຕຸ່ງຊຽງໄຮ້ ເຊິ່ງເປັນການສຳເລັດ ການທົດລອງບິນ ຄັ້ງທຳອິດ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອີງຕາມຂໍ້ມູນຈາກ ບໍລິສັດເຮືອບິນການຄ້າຈີນ ຫລື COMAC ໃຫ້ຮູ້ວ່າ: ໃນວັນທີ 29 ກໍລະກົດນີ້, ເຮືອບິນຕົ້ນແບບ C919 ສຳລັບ ການບິນໃນ ລະດັບ ຄວາມສູງຫລາຍ ລຳທຳອິດໄດ້ສຳເລັດ ການບິນຂຶ້ນ ແລະ ລົງຢູ່ສະໜາມບິນສາກົນ ຜູຕຸ່ງຊຽງໄຮ້ ເຊິ່ງເປັນການສຳເລັດ ການທົດລອງບິນ ຄັ້ງທຳອິດ. ການທົດທອງບິນຄັ້ງນີ້, ໄດ້ດຳເນີນ ຕາມແຜນ ການທົດລອງ ການບິນທີ່ຖືກວາງໄວ້ທັງໝົດ, ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າ ການພັດທະນາ ຢ່າງເປັນລະບົບ ຂອງເຮືອບິນ C919 ໄດ້ມີຄວາມຄືບໜ້າ ທີ່ສຳຄັນ. ເຮືອບິນດັ່ງກ່າວ ພັດທະນາມາ ຈາກລຸ້ນພື້ນຖານ ໂດຍໄດ້ຫລຸດຄວາມຍາວ ຂອງເຮືອບິນ, ປັບປຸງສະມັດຕະພາບ ຂອງລະບົບຕ່າງໆ ໃຫ້ສົມບູນກວ່າເກົ່າ ແລະ ມີການອອກແບບສະເພາະອື່ນໆ ເພື່ອຕອບສະໜອງຄວາມຕ້ອງການ ໃນ ການບິນ ລະດັບສູງ ຢູ່ເທິງພູພຽງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL